ເຮືອບິນ C909 ຂົນສົ່ງຜູ້ໂດຍສານ ຢ່າງປອດໄພ ຫລາຍກວ່າ 30 ລ້ານເທື່ອຄົນ

15/12/2025 21:38
ຂປລ ບໍລິສັດ ເຮືອບິນ ການຄ້າຈີນ ຈໍາກັດ ເປີດເຜີຍ​ໃຫ້ຮູ້ວ່າ: ປັດຈຸບັນ, ເ​ຮືອບິນ C909 ໄດ້​ຂົນສົ່ງ ຜູ້ໂດຍສານ ຢ່າງປອດໄພ ຈໍານວນຫລາຍກວ່າ 30 ລ້ານ​ເທື່ອຄົນ, ​ກວມ​ເອົາ ຫລາຍກວ່າ 60% ​ຂອງ ເ​ຮືອບິນຜູ້ໂດຍ​ສານ ​ສະ​ເພາະ ​ເຂດພາຍໃນ ປະເທດ ແລະ ໄດ້ດໍາເນີນ ການບໍ​ລິ​ການ ຢູ່ຕ່າງປະເທດ ຈໍານວນ 12 ປະເທດ.

   ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ບໍລິສັດ ເຮືອບິນ ການຄ້າຈີນ ຈໍາກັດ ເປີດເຜີຍ​ໃຫ້ຮູ້ວ່າ: ປັດຈຸບັນ, ເ​ຮືອບິນ C909 ໄດ້​ຂົນສົ່ງ ຜູ້ໂດຍສານ ຢ່າງປອດໄພ ຈໍານວນຫລາຍກວ່າ 30 ລ້ານ​ເທື່ອຄົນ, ​ກວມ​ເອົາ ຫລາຍກວ່າ 60% ​ຂອງ ເ​ຮືອບິນຜູ້ໂດຍ​ສານ ​ສະ​ເພາະ ​ເຂດພາຍໃນປະເທດ ແລະ ໄດ້ດໍາເນີນ ການບໍ​ລິ​ການ ຢູ່ຕ່າງປະເທດ ຈໍານວນ 12 ປະເທດ. C909 ແມ່ນເຮືອບິນຜູ້ໂດຍ​ສານ ​ສະ​ເພາະ​ ເຂດ​ໄລ​ຍະກາງ​ ແລະ ​ໄລ​ຍະສັ້ນ ທີ່ ສປ ຈີນ ອອກແບບ ​ຄົ້ນ​ຄວ້າ​ຜະ​ລິດເອງ ຕາມມາດຕະຖານສາກົນ ເທື່ອທໍາອິດ ແລະ ມີ​ສິດຊັບສິນທາງ ປັນຍາ ເປັນຂອງຕົນເອງ, ເລີ່ມປະຕິບັດ​ໜ້າ​ທີ່​ ການບິນ ຄັ້ງທໍາອິດ ໃນວັນທີ 28 ມິຖຸນາ 2016. ປັດຈຸບັນ, ​ເຮືອບິນ C909 ດໍາເນີນການໂດຍ 3 ບໍ​ລິ​ສັດ ການບິນຕ່າງປະເທດໃນພາກພື້ນ ອາຊີ ອາຄະເນ ຄື: ບໍ​ລິ​ສັດການບິນ ຕ​ຣານ​ສ໊ນູ​ຊາ​ ອິນໂດເນເຊຍ, ບໍ​ລິ​ສັດ ການບິນລາວ ແລະ ບໍ​ລິ​ສັດການບິນ ຫວຽດ​ເຈັດ ຂອງ​ ສສ ຫວຽດ​ນາມ ​ລວມ​ແລ້ວ ໄດ້ເປີດເສັ້ນ​ທາງ ການບິນ​ເກືອບ 20 ​ສາຍ ທີ່ເຊື່ອມຕໍ່ກັບ 20 ກວ່າເມືອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top