ໄທ-ກຳປູເຈຍ ປິດດ່ານທາງບົກ ໃຫຍ່ທີ່ສຸດ ເຮັດໃຫ້ປະຊາຊົນ ຈຳນວນຫລາຍຕົກຄ້າງ

15/12/2025 21:36
ຂປລ ດ່ານຊາຍແດນ ປອຍເປດ ເປັນດ່ານທາງບົກ ໃຫຍ່ທີ່ສຸດ ລະຫວ່າງ ໄທ ກັບ ກຳປູເຈຍ. ຍ້ອນສະຖານະການ ທີ່ຢູ່ຊາຍແດນ ສອງປະເທດ ເຄັ່ງຕຶງ ຢ່າງຕໍ່ເນື່ອງ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ດ່ານຊາຍແດນ ປອຍເປດ ເປັນດ່ານທາງບົກ ໃຫຍ່ທີ່ສຸດ ລະຫວ່າງ ໄທ ກັບ ກຳປູເຈຍ. ຍ້ອນສະຖານະການ ທີ່ຢູ່ຊາຍແດນ ສອງປະເທດ ເຄັ່ງຕຶງ ຢ່າງຕໍ່ເນື່ອງ, ດ່ານປອຍເປດ ຈຶ່ງຖືກປິດ, ເຮັດໃຫ້ ຊາວກຳປູເຈຍ ຢູ່ໄທ ແລະ ຊາວໄທ ຢູ່ກຳປູເຈຍ ຈຳນວນຫລາຍ ຕົກຄ້າງໄວ້ ຢູ່ທີ່ນັ້ນ ແລະ ບໍ່ສາມາດ ຜ່ານດ່ານ ເພື່ອເດີນທາງ ກັບບ້ານເກີດໄດ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ


KPL

ຂ່າວອື່ນໆ

ads
ads

Top