ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຜູ້ນຳທີ່ໄດ້ຮ່ວມກັບ ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ວາງຮາກຖານສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມ

14/12/2025 10:23
Email Print 138
ຂປລ ຂປລ. ປະທານ ໄກສອນ ພົມວິຫານ ເກີດເມື່ອວັນທີ 13 ທັນວາ 1920 ຢູ່ແຂວງ ສະຫວັນນະເຂດ ໃນຄອບຄົວທີ່ມີພື້ນຖານທີ່ດີ. ເສັ້ນທາງການປະຕິວັດຂອງປະຊາຊົນລາວຕະຫລອດຫລາຍທົດສະວັດທີ່ຜ່ານມາໄດ້ຜູກພັນຢ່າງແໜ້ນແຟ້ນກັບທ່ານ ແລະ ຜົນງານອັນຍິ່ງໃຫຍ່ຂອງທ່ານ ເຊິ່ງເປັນບັນດາເຫດການທີ່ມີລັກສະນະເປັນບາດລ້ຽວໃນປະຫວັດສາດຂອງປະເທດລາວ ຕະຫລອດໄລຍະກວ່າ 50 ປີ ໃນສະຕະວັດທີ 20.

ຂປລ. ປະທານ ໄກສອນ ພົມວິຫານ ເກີດເມື່ອວັນທີ 13 ທັນວາ 1920 ຢູ່ແຂວງ ສະຫວັນນະເຂດ ໃນຄອບຄົວທີ່ມີພື້ນຖານທີ່ດີ. ເສັ້ນທາງການປະຕິວັດຂອງປະຊາຊົນລາວຕະຫລອດຫລາຍທົດສະວັດທີ່ຜ່ານມາໄດ້ຜູກພັນຢ່າງແໜ້ນແຟ້ນກັບທ່ານ ແລະ ຜົນງານອັນຍິ່ງໃຫຍ່ຂອງທ່ານ ເຊິ່ງເປັນບັນດາເຫດການທີ່ມີລັກສະນະເປັນບາດລ້ຽວໃນປະຫວັດສາດຂອງປະເທດລາວ ຕະຫລອດໄລຍະກວ່າ 50 ປີ ໃນສະຕະວັດທີ 20. ໂດຍສະເພາະແມ່ນການສ້າງ, ເສີມຂະຫຍາຍ ແລະ ພັດທະນາກຳລັງປະກອບອາວຸດປະຊາຊົນປະຕິວັດລາວ ເຊິ່ງໄດ້ນຳໄປສູ່ການສ້າງຕັ້ງກຳລັງປະກອບອາວຸດ ລາດສະວົງ ເມື່ອວັນທີ 20 ມັງກອນ 1949 ແລະ ຕໍ່ມາໄດ້ພັດທະນາເປັນກອງທັບລາວອິດສະຫລະ ແລະ ປັດຈຸບັນຄື ກອງທັບປະຊາຊົນລາວ.

ເມື່ອວັນທີ 22 ມີນາ 1955, ພັກປະຊາຊົນລາວ ໄດ້ສ້າງຕັ້ງຂຶ້ນ ເຊິ່ງຕໍ່ມາຄື ພັກປະຊາຊົນປະຕິວັດລາວ, ໂດຍມີ ປະທານ ໄກສອນ ພົມວິຫານ ເປັນໜຶ່ງໃນຜູ້ຮ່ວມສ້າງຕັ້ງ ຕັ້ງແຕ່ຈຸດເລີ່ມຕົ້ນ. ທ່ານໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ພາລະກິດການສ້າງພັກ, ການເຕົ້າໂຮມ ແລະ ເສີມສ້າງຄວາມເປັນເອກະພາບພາຍໃນພັກ ແລະ ການສ້າງພັກໃຫ້ໝັ້ນຄົງທັງດ້ານການເມືອງ, ອຸດົມການ ແລະ ການຈັດຕັ້ງ. ພາລະກິດຫລັກຂອງພັກໃນໄລຍະນັ້ນຄື:ເຕົ້າໂຮມພະລັງທົ່ວປວງຊົນທັງຊາດ, ມຸ່ງໝັ້ນບັນລຸພາລະກິດປົດປ່ອຍຊາດ, ສ້າງປະເທດລາວໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຄວາມເປັນເອກະພາບ ແລະ ວັດທະນາຖາວອນ. ປະທານ ໄກສອນ ພົມວິຫານ ພ້ອມດ້ວຍຄະນະຜູ້ນຳພັກ ໄດ້ກຳນົດຍຸດທະສາດ ແລະ ແນວທາງທີ່ຖືກຕ້ອງ ຊ່ວຍຂັບເຄື່ອນໃຫ້ການປະຕິວັດລາວກ້າວໜ້າຢ່າງຕໍ່ເນື່ອງບໍ່ຢຸດຢັ້ງ.

ປະທານ ໄກສອນ ພົມວິຫານ ໄດ້ອຸທິດທັງຊີວິດຂອງຕົນເພື່ອພາລະກິດຍາດເອົາຄວາມເອກະລາດ ແລະ ອິດສະຫລະຂອງຊາດໂດຍກຳແໜ້ນລັກສະນະການພັດທະນາຂອງສັງຄົມລາວ ເພື່ອສາມາດກຳນົດແນວທາງທີ່ຖືກຕ້ອງດ້ວຍວິໄສທັດກວ້າງໄກ, ຖືປະຊາຊົນເປັນໃຈກາງ ແລະ ຕໍ່ສູ້ເພື່ອປະຊາຊົນ. ພາຍໃຕ້ການນຳພາຂອງທ່ານ, ປະຊາຊົນບັນດາເຜົ່າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ລຸກຮືຂຶ້ນຕໍ່ສູ້ກັບສັດຕູຜູ້ຮຸກຮານເປັນເວລາກວ່າສອງທົດສະວັດ ແລະ ໄດ້ຮັບໄຊຊະນະອັນຍິ່ງໃຫຍ່, ນຳໄປສູ່ການສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ສຳເລັດພາລະກິດການປະຕິວັດປົດປ່ອຍຊາດ ແລະ ສືບຕໍ່ນຳພາປະຊາຊົນກ້າວຕໍ່ໄປຕາມເປົ້າໝາຍສັງຄົມນິຍົມ, ພ້ອມປະຕິບັດພາລະກິດຍຸດທະສາດສອງປະການຄື: ການປ້ອງກັນປະເທດ ແລະ ການສ້າງສາ-ພັດທະນາປະເທດຊາດ ເຊິ່ງໄດ້ສ້າງຜົນສຳເລັດສຳຄັນໃນທຸກດ້ານຢ່າງຕໍ່ເນື່ອງ.

ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ນຳພາຂະບວນການປະຕິຮູບ ປ່ຽນແປງໃໝ່ ເຊິ່ງແນວທາງດັ່ງກ່າວໄດ້ຮັບຮອງໃນກອງປະຊຸມໃຫຍ່ຂອງພັກ ຄັ້ງທີ 4 (ປີ 1986) ແລະ ໄດ້ຮ່ວມກັບ ພັກ, ກອງທັບ ແລະ ປະຊາຊົນທົ່ວປະເທດ ປະຕິບັດພາລະກິດອັນຍິ່ງໃຫຍ່ນີ້ຈົນບັນລຸຜົນສຳເລັດອັນມີຄຸນຄ່າທາງປະຫວັດສາດໃນດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ.

ປະທານ ໄກສອນ ພົມວິຫານ ຍັງເປັນຜູ້ນຳ ແລະ ນຳພາການດຳເນີນນະໂຍບາຍຕ່າງປະເທດທີ່ສັນຕິ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືກັບຕ່າງປະເທດ. ທ່ານໄດ້ຮ່ວມກັບ ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ.

ໃນປຶ້ມປະທານ ໄກສອນ ພົມວິຫານ - ຊີວະປະຫວັດ ແລະ ຜົນງານຂອງ ຮອງສາດສະດາຈານ ດຣ. ເຈິ່ນ ດຶກ ເວືອງ ໄດ້ປະເມີນໂດຍສະຫລຸບເຖິງຄຸນງາມຄວາມດີ ແລະ ຄຸນລັກສະນະຂອງ ປະທານ ໄກສອນ ໂດຍຢືນຢັນວ່າ: ຊີວິດການຕໍ່ສູ້ ແລະ ການອຸທິດຕົນຂອງທ່ານ ເປັນແບບຢ່າງແຫ່ງການຮຽນຮູ້, ການຝຶກຝົນ ແລະ ການຕໍ່ສູ້, ມີຄວາມອົດທົນສູງ, ສາມາດກ້າວຂ້າມອຸປະສັກ ແລະ ສິ່ງທ້າທາຍຕ່າງໆ ເພື່ອກ້າວເດີນໄປຂ້າງໜ້າຢ່າງໝັ້ນຄົງໃນທຸກໄລຍະເວລາ.”

ປະທານ ໄກສອນ ພົມວິຫານ ໄດ້ນຳເອົາຫລັກການຂອງ ລັດທິມາກ-ເລນິນ ມາປະຍຸກໃຊ້ຢ່າງຖືກຕ້ອງ ແລະ ສ້າງສັນ ພ້ອມທັງຮຽບຮຽງເນື້ອແທ້ອັນລ້ຳຄ່າຈາກພູມປັນຍາມະນຸດຊາດຢ່າງມີການຄັດເລືອກ. ທ່ານຍັງໄດ້ສືບທອດມູນເຊື້ອການຕໍ່ສູ້ທີ່ກ້າຫານຂອງປະຊາຊົນລາວ ເພື່ອຮ່ວມກັບບັນດາຜູ້ນຳປະຕິວັດ ກຳນົດແນວທາງປະຕິວັດປະຊາທິປະໄຕຂອງຊາດ ຕາມສະພາບຄວາມເປັນຈິງຂອງລາວ. ແນວທາງດັ່ງກ່າວໄດ້ນຳພາການປະຕິວັດລາວກ້າວໄປຈາກໄຊຊະນະໜຶ່ງສູ່ໄຊຊະນະທີ່ຍິ່ງໃຫຍ່ກວ່າ ຢ່າງຕໍ່ເນື່ອງ.

ປະທານ ໄກສອນ ພົມວິຫານ ເປັນແບບຢ່າງອັນສະຫວ່າງສະໄຫວ ແລະ ງົດງາມ, ຜູ້ໄດ້ອຸທິດຕົນຕະຫລອດຊີວິດເພື່ອພາລະກິດປົດປ່ອຍຊາດ, ເພື່ອເອກະລາດ ແລະ ອິດສະຫລະພາບຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ ເຊິ່ງບັນດາກຳມະການພັກ, ເຈົ້າໜ້າທີ່, ທະຫານ ແລະ ປະຊາຊົນບັນດາເຜົ່າຂອງລາວທົ່ວປະເທດ ຢຶດຖືເປັນແບບຢ່າງໃນການສຶກສາ ແລະ ປະຕິບັດຕາມຕະຫລອດຊີວິດ. ທ່ານເປັນແບບຢ່າງອັນໂດດເດັ່ນໃນດ້ານ ຄຸນນະທຳປະຕິວັດ, ເຕັມ ດ້ວຍຄວາມຮັກແພງຕໍ່ສະຫາຍ ແລະ ອ້າຍນ້ອງປະຊາຊົນ, ທຸ້ມເທເອົາໃຈໃສ່ຕໍ່ອະນາຄົດຂອງບັນດາເຍົາວະຊົນຮຸ່ນຕໍ່ໄປ ແລະ ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການເສີມສ້າງຄວາມສາມັກຄີອັນໃຫຍ່ຫລວງ ຂອງປະຊາຊົນລາວບັນດາເຜົ່າ.

ປະທານ ໄກສອນ ພົມວິຫານ ຍັງເປັນໜຶ່ງໃນນັກເຄື່ອນໄຫວສາກົນທີ່ມີບົດບາດໂດດເດັ່ນຂອງພັກ ແລະ ລັດລາວ. ທ່ານໄດ້ທຸ້ມເທເສີມຂະຫຍາຍຄວາມ ສາມັກຄີ ລະຫວ່າງປະເທດຢ່າງບໍ່ຢຸດຢັ້ງ ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືກັບຕ່າງປະເທດ ບົນຫລັກການສະເໝີພາບ ແລະ ຜົນປະໂຫຍດຮ່ວມກັນ. ກິດຈະກຳທາງການຕ່າງປະເທດຂອງທ່ານມີສ່ວນສຳຄັນຍິ່ງໃນການຍົກລະດັບບົດບາດ ແລະ ສະຖານະຂອງພັກປະຊາຊົນປະຕິວັດລາວ ແລະ ຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເວທີສາກົນ.

ພາຍໃນສາຍພົວພັນລະຫວ່າງປະເທດນັ້ນ, ສາຍພົວພັນ ພິເສດ ແລະ ພັນທະມິດການຕໍ່ສູ້ທີ່ສະເໝີຕົ້ນສະເໝີປາຍລະຫວ່າງ ລາວ ແລະ ຫວຽດນາມ ແມ່ນ ປັດໄຈ ສຳຄັນທີ່ ປະທານ ໄກສອນ ພົມວິຫານ ໄດ້ເພີ່ມພູນຄູນສ້າງດ້ວຍຄວາມຕັ້ງໃຈຢ່າງເລິກເຊິ່ງ. ຈາກແປວໄຟ ແລະ ສະໜາມຮົບແຫ່ງສົງຄາມຕໍ່ຕ້ານຜູ້ຮຸກຮານອັນໂຫດຮ້າຍ ເພື່ອເອກະລາດ ແລະ ອິດສະຫລະພາບຂອງຊາດ, ເຮັດໃຫ້ປະຊາຊົນທັງສອງປະເທດ ລວມທັງນັກປະຕິວັດ ແລະ ຜູ້ນຳລະດັບສູງຂອງລາວ ແລະ ຫວຽດນາມ ມີຄວາມຜູກພັນແໜ້ນແຟ້ນ, ຄຽງບ່າຄຽງໄຫລ່ຕໍ່ສູ້ຮ່ວມກັນ, ຈົນສາມາດເອົາຊະນະສັດຕູ ແລະ ກ້າວເດີນໄປຕາມເສັ້ນທາງທີ່ທັງສອງຊາດໄດ້ເລືອກໄວ້.

ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ ຜູ້ເປັນທີ່ເຄົາລົບຮັກ ໄດ້ວາງຮາກຖານສາຍພົວພັນ ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ເຊິ່ງຕໍ່ມາໄດ້ຮັບການເພີ່ມພູມຄູນສ້າງ ໂດຍບັນດາຜູ້ນໍາ ແລະ ນັກປະຕິວັດຂອງທັງສອງປະເທດ. ສາຍພົວພັນນີ້ຖືເປັນແບບຢ່າງຂອງສາຍພົວພັນລະຫວ່າງປະເທດທີ່ຫາໄດ້ຍາກ, ຊື່ສັດ, ບໍລິສຸດ ແລະ ເປັນກົດເກນສຳຄັນຂອງການເປັນຢູ່ ແລະ ການພັດທະນາ, ເປັນໜຶ່ງໃນປັດໄຈ ຮັບປະກັນ ໄຊຊະນະຂອງພາລະກິດປະຕິວັດຂອງແຕ່ລະປະເທດ ແລະ ເປັນຊັບສິນຮ່ວມອັນປະເມີນຄ່າບໍ່ໄດ້ຂອງສອງພັກ ແລະ ສອງປະຊາຊາດ. ຕະຫລອດເກືອບໜຶ່ງສະຕະວັດທີ່ຜ່ານມາ, ສາຍພົວພັນດັ່ງກ່າວໄດ້ຍິ່ງໝັ້ນຄົງ ແລະ ເລິກເຊິ່ງຍິ່ງຂຶ້ນ ເຖິງແມ່ນມີແຮງຕໍ່ຕ້ານຈາກສັດຕູທີ່ພະຍາຍາມທຳລາຍພາລະກິດປະຕິວັດຂອງທັງສອງປະເທດກໍຕາມ.

ຕະຫລອດໄລຍະເວລາທີ່ເປັນຜູ້ນຳການປະຕິວັດຂອງລາວ, ປະທານ ໄກສອນ ພົມວິຫານ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ບົດບາດ ແລະ ສະຖານະຂອງປະເທດຫວຽດນາມໃນພາລະກິດປະຕິວັດຂອງລາວ. ໃນປຶ້ມ ແລະ ຄຳປາໄສຕ່າງໆຂອງທ່ານ, ທ່ານໄດ້ຢືນຢັນຢ່າງຊັດເຈນວ່າ: ນະໂຍບາຍຂອງພັກ, ລັດ ແລະ ປະຊາຊົນລາວ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມນັ້ນ ໄດ້ຮັບການໃຫ້ຄວາມສຳຄັນທີິ່ສຸດຢ່າງສະເໝີຕົ້ນສະເໝີປາຍ. ໃນກອງປະຊຸມສະຫລຸບຖອດຖອນບົດຮຽນດ້ານການຍຸດທະວິທີການສູ້ຮົບ ເມື່ອວັນທີ 21 ກັນຍາ 1965, ປະທານ ໄກສອນ ພົມວິຫານ ໄດ້ກ່າວວ່າ: ເມື່ອຫວນຄືນກັບໄປຕະຫລອດ 20 ປີ ແຫ່ງການຕໍ່ສູ້ທີ່ຜ່ານມາ, ບໍ່ວ່າໃນສະຖານະການໃດ ຫລື ບ່ອນໃດ, ສອງປະຊາຊາດອ້າຍນ້ອງ ລາວ ແລະ ຫວຽດນາມ ຕ່າງຢືນຢັນຄຽງບ່າຄຽງໄຫລ່ ດຳເນີນການປະຕິວັດຮ່ວມກັນ. ໄຊຊະນະຂອງການປະຕິວັດໃນຫວຽດນາມ ຄືໄຊຊະນະຮ່ວມຂອງພວກເຮົາ. ທັງສອງອ້າຍນ້ອງຮ່ວມທຸກຮ່ວມສຸກ, ແບ່ງປັນເຊິ່ງກັນແລະ ກັນ, ເຖິງແມ່ນພຽງເມັດເຂົ້າ ຫລື ໃບຜັກໃບດຽວກໍ່ຕາມ ສາຍພົວພັນລະຫວ່າງສອງປະຊາຊາດຄືສາຍພົວພັນພິເສດເປັນຢ່າງຍິ່ງ.”

ຫລັງຈາກ ລາວ ແລະ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975, ສາຍພົວພັນລະຫວ່າງສອງປະເທດໄດ້ກ້າວເຂົ້າສູ່ຍຸກໃໝ່. ໃນຄຳປາໄສສະແດງຄວາມຊົມເຊີຍຕໍ່ກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມ ຄັ້ງທີ 4 ໃນເດືອນທັນວາ 1976, ປະທານ ໄກສອນ ພົມວິຫານ ກ່າວວ່າ: ໃນປະຫວັດສາດການປະຕິວັດຂອງໂລກ, ມີຕົວຢ່າງຫລາຍຢ່າງຂອງນໍ້າໃຈສາກົນຂອງຊົນຊັ້ນກຳມະກອນ, ແຕ່ຍັງບໍ່ເຄີຍມີເທື່ອໃດ ຫລື ບ່ອນໃດທີ່ມີສາຍພົວພັນແຫ່ງຄວາມສາມັກຄີ ແລະ ການຕໍ່ສູ້ອັນຍາວນານ ແລະ ຮອບດ້ານຄືສາຍພົວພັນລະຫວ່າງ ລາວ ກັບ ຫວຽດນາມ. ສາຍພົວພັນນີ້ໄດ້ກາຍເປັນຄວາມຜູກພັນທີ່ຊື່ສັດ, ບໍລິສຸດ, ເປັນແບບຢ່າງ ແລະ ຫາໄດ້ຍາກ ອີກທັງຍັງໄດ້ຮັບການຖະໜຸຖະໜອມໃຫ້ໝັ້ນຄົງຍິ່ງຂຶ້ນ. ພວກເຮົາຕັ້ງໃຈຢ່າງເຕັມທີ່ທີ່ຈະຮັກສາ ແລະ ເຮັດໃຫ້ມິດຕະພາບ ລາວ-ຫວຽດນາມ ໝັ້ນຄົງທະໜົງແກ່ນຕະຫລອດໄປ.

ໃນເດືອນພຶດສະພາ 1990, ໃນພິທີລະນຶກ ຄົບຮອບ 100 ປີ ວັນເກີດຂອງ ປະທານ ໂຮ່ຈີ່ມິງ, ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ແລະ ປະທານຄະນະລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ໄກສອນ ພົມວິຫານ, ໄດ້ມີຄຳກ່າວອັນຊາບຊຶ້ງ ແລະ ເຕັມດ້ວຍຄວາມພາກພູມໃຈຢ່າງແທ້ຈິງກ່ຽວກັບສາຍພົວພັນ ລາວ-ຫວຽດນາມ ວ່າ: ຕະຫລອດເວລາກວ່າເຄິ່ງສະຕະວັດທີ່ຜ່ານມາ, ຫລາຍຮຸ່ນຄົນຂອງລູກຫລານປະຊາຊົນຫວຽດນາມ ໄດ້ເດີນທາງມາຊ່ວຍປະຊາຊົນລາວໃນການຕໍ່ສູ້ເພື່ອເອກະລາດ ແລະ ອິດສະລະພາບ ແລະ ຮ່ວມກັນສ້າງຊີວິດໃໝ່ທີ່ອົບອຸ່ນ ແລະ ມີຄວາມສຸກ. ສະຫາຍຈຳນວນຫລາຍໄດ້ອຸທິດທັງຊີວິດຂອງຕົນ ເພື່ອຮັບໃຊ້ການປະຕິວັດລາວ, ຖືປະເທດລາວຄືເປັນປະເທດຊາດທີສອງຂອງຕົນ. ເລືອດເນື້ອຂອງນັກຮົບຫວຽດນາມ ໄດ້ຫລອມລວມກັບເລືອດຂອງ ພະນັກງານ, ສະມາຊິກພັກ, ທະຫານ ແລະ ປະຊາຊົນບັນດາເຜົ່າຂອງລາວ ເທິງຜືນແຜ່ນດິນລາວ. ປະຊາຊົນລາວກໍໄດ້ເສຍສະລະເລືອດເນື້ອຈຳນວນຫລາຍ ເພື່ອເພີ່ມພູມຄູນສ້າງສາຍພົວພັນພິເສດດັ່ງກ່າວ. ປະຊາຊົນລາວຮູ້ສຶກພາກພູມໃຈຢ່າງຍິ່ງທີ່ທາງດ້ານທິດຕາເວັນຕົກຂອງພູຫລວງ ເຈື່ອງເຊີນ ອັນຍິ່ງໃຫຍ່ ມີເສັ້ນທາງທີ່ຕັ້ງຊື່ຕາມ ປະທານ ໂຮ່ຈີ່ມິງ, ເສັ້ນທາງທີ່ປະກົດຂຶ້ນ ແລະ ຄົງຕົວຢ່າງອົງອາດທ່າມກາງລະເບີດນັບລ້ານໂຕນຂອງສັດຕູ ແລະ ຮ່ວມກັບເສັ້ນທາງ ດ້ານຕາເວັນອອກຂອງສາຍພູຫລວງ, ໄດ້ມີສ່ວນສຳຄັນຍິ່ງຕໍ່ພາລະກິດປົດປ່ອຍລາວ ແລະ ພາກໃຕ້ຂອງຫວຽດນາມ.”

ເພື່ອປະຕິບັດຕາມຄວາມຫວັງຂອງ ປະທານ ໂຮ່ຈີ່ມິງ ຜູ້ເປັນທີ່ເຄົາລົບຮັກ ແລະ ເພື່ອໃຫ້ສົມກັບການເສຍສະລະເລືອດເນື້ອຂອງບັນດາວິລະຊົນ ແລະ ຜູ້ເສຍສະລະທີ່ບໍ່ສາມາດນັບເອົາໄດ້ ສົມກັບນໍ້າຕາຂອງແມ່ ແລະ ເອື້ອຍນ້ອງແມ່ຍິງຜູ້ເປັນເມຍ, ສົມກັບຄວາມທຸ້ມເທ ແລະ ກຳລັງໃຈຂອງປະຊາຊົນ ແລະ ສະຫາຍທັງສອງປະເທດ, ພວກເຮົາຂໍປະຕິຍານຮ່ວມກັບປະຊາຊົນຫວຽດນາມ ວ່າຈະຮັກສາໄວ້ຄວາມສາມັກຄີພິເສດນີ້ຕະຫລອດໄປ, ຈາກຮຸ່ນສູ່ຮຸ່ນຫລັງຕໍ່ໆໄປ. ສາຍພົວພັນນີ້ຈະເປັນມູນມໍລະດົກອັນລ້ຳຄ່າຂອງສອງປະຊາຊາດ ລາວ-ຫວຽດນາມ ເຊິ່ງບໍ່ມີສັດຕູໃດສາມາດທຳລາຍໄດ້... ພັກ, ລັດ ແລະ ປະຊາຊົນລາວ ຮູ້ສຶກພາກພູມໃຈຢ່າງຍິ່ງວ່າ: ຜ່ານບົດທົດສອບອັນໂຫດຮ້າຍຕະຫລອດຫລາຍທົດສະວັດ, ພະນັກງານ, ສະມາຊິກພັກ, ທະຫານ ແລະ ປະຊາຊົນຂອງທັງສອງປະເທດ ຍອມສະລະທຸກສິ່ງ, ເຖິງແມ່ນຊີວິດ ແລະ ເລືອດຂອງຕົນ, ເພື່ອເອກະລາດຂອງສອງຊາດ. ຄວາມເສຍສະລະ ແລະ ຈິດວິນຍານອັນບໍລິສຸດທີ່ຫາຍາກນັ້ນ ໄດ້ກາຍເປັນຊັບສົມບັດອັນລ້ຳຄ່າທີ່ ປະທານ ໂຮ່ຈີ່ມິງ ໄດ້ສ້າງໄວ້ ແລະ ໄດ້ຮັບການເສີມສ້າງຢ່າງຕໍ່ເນື່ອງຈົນເຖິງທຸກມື້ນີ້ຍັງຄົງເຕັມໄປດ້ວຍຄວາມໝາຍ ແລະ ຄຸນຄ່າ.”

ຄວາມຮ່ວມມືດ້ານວັດທະນະທຳ, ການສຶກສາ, ວິທະຍາສາດ-ເຕັກນິກ ມີການພັດທະນາທີ່ກ້າວໜ້າ ແລະ ມີປະສິດທິຜົນຫລາຍຂຶ້ນ, ອັນເປັນຮາກຖານສຳຄັນຂອງຄວາມຮ່ວມມືລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ-ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຄວາມຮ່ວມມືລະຫວ່າງບັນດາຄະນະຂອງພັກ, ໜ່ວຍງານ, ກະຊວງ, ອົງການພາຍໃຕ້ການກຳກັບຂອງ ສະພາແຫ່ງຊາດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນ ຍັງຄົງໄດ້ຮັບການສົ່ງເສີມຢ່າງຕໍ່ເນື່ອງ ແລະ ມີຄວາມເປັນຮູບປະທຳຫລາຍຍິ່ງຂຶ້ນ.

ໂດຍສືບທອດພາລະກິດຂອງບັນດາຜູ້ນຳຮຸ່ນກ່ອນ, ຕະຫລອດໄລຍະຫລາຍປີທີ່ຜ່ານມາ, ເຖິງແມ່ນວ່າສະຖານະການໂລກ ແລະ ພາກພື້ນຍັງຄົງຜັນຜວນຢ່າງເລິກເຊິ່ງ, ວ່ອງໄວ, ສັບສົນ ແລະ ຄາດຄະເນໄດ້ຍາກ, ສົ່ງຜົນກະທົບບໍ່
ໜ້ອຍຕໍ່ຫລາຍປະເທດ ລວມທັງ ລາວ ແລະ ຫວຽດນາມ. ແຕ່ພາຍໃຕ້ການຊີ້ນຳຂອງສອງພັກ
, ສອງລັດ, ການຈັດຕັ້ງປະຕິບັດຕາມມະຕິຂອງມະຫາສຳມະນາໃຫຍ່ຂອງແຕ່ລະພັກຍັງຄົງບັນລຸຜົນສຳຄັນຢ່າງຕໍ່ເນື່ອງ; ບັນດາສັນຍາ ແລະ ການຕົກລົງລະຫວ່າງສອງພັກ, ສອງປະເທດ ໄດ້ການຈັດຕັ້ງທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນຂອງທັງສອງຝ່າຍໃນການຊຸກຍູ້ໃຫ້ເກີດຜົນຢ່າງຕັ້ງໜ້າ ແລະ ເປັນຮູບປະທຳ, ປະກອບສ່ວນສົ່ງເສີມການພັດທະນາຂອງແຕ່ລະປະເທດ ແລະ ຮັດແໜ້ນຄວາມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ–ລາວ, ລາວ-ຫວຽດນາມ ໃຫ້ພັດທະນາເຊີງເລິກຫລາຍຍິ່ງຂຶ້ນໃນທຸກຂະແໜງ: ສາຍພົວພັນທາງການເມືອງມີຄວາມຜູກພັນ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ການຫລາຍຂຶ້ນ, ເຮັດໜ້າທີ່ເປັນແກນກາງໃນການກຳນົດທິດທາງພາບລວມຂອງຄວາມຮ່ວມມືລະຫວ່າງສອງປະເທດ; ຄວາມຮ່ວມມືດ້ານປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດມີປະສິດທິພາບຍິ່ງຂຶ້ນ, ເປັນເສົາຫລັກສຳຄັນໃນສາຍພົວພັນ ຫວຽດນາມ-ລາວ, ຊ່ວຍຮັກສາສະຖຽນລະພາບທາງການເມືອງ, ຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດຢ່າງໝັ້ນຄົງ.

ໃນປີ 2025, ພັກ ແລະ ລັດລາວ ຈະຮ່ວມລະນຶກ ຄົບຮອບ 105 ປີ ວັນເກີດຂອງ ປະທານ ໄກສອນ ພົມວິຫານ, ໃນບັນຍາກາດທີ່ທັງສອງພັກ, ທັງສອງປະເທດຂອງພວກເຮົາກຳລັງແຂ່ງຂັນສ້າງຜົນງານ ເພື່ອສະເຫລີມສະຫລອງກອງປະຊຸມໃຫຍ່ຂອງແຕ່ລະພັກ. ພວກເຮົາຂໍສະແດງຄວາມເຊື່ອໝັ້ນຢ່າງສູງວ່າ ທັງສອງປະເທດຈະຮ່ວມກັນຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍທັງໝົດ ແລະ ກ້າວເດີນໄປຢ່າງໝັ້ນຄົງເທິງເສັ້ນທາງສັງຄົມນິຍົມ; ຮ່ວມກັນຮັກສາ ແລະ ເພີ່ມພູມຄູນສ້າງສາຍພົວພັນມິດໄມຕີ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ເບັ່ງບານອອກຜົນງົດງາມຢູ່ສະເໝີ, ຂຽວສົດງົດງາມ ແລະ ຍືນຍົງຕະຫລອດໄປ, ສົມກັບການເສຍສະລະຂອງບັນພະບຸລຸດ ແລະ ຄວາມປາຖະໜາອັນສູງສົ່ງທີ່ ປະທານ ໂຮ່ຈີ່ມິງ ອັນຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ ຜູ້ເປັນທີ່ເຄົາລົບຮັກ ໄດ້ມຸ່ງຫວັງໄວ້ຕະຫລອດຊີວິດ.

ໃນໂອກາດທີ່ພິເສດນີ້, ພວກເຮົາຂໍລະນຶກ ແລະ ສະແດງເຄົາລົບຕໍ່ ປະທານ ໄກສອນ ພົມວິຫານ, ຜູ້ສ້າງຕັ້ງພັກປະຊາຊົນປະຕິວັດລາວ, ມິດສະຫາຍຜູ້ຍິ່ງໃຫຍ່, ຜູ້ທີ່ເຕັມດ້ວຍຄວາມຈິງໃຈບໍລິສຸດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດຂອງ ປະທານ ໄກສອນ ພົມວິຫານ ເປັນສັນຍະລັກອັນສະຫງ່າງາມຂອງຄວາມຮັກຊາດ, ປັນຍາຍຸດທະສາດ ແລະ ຄວາມເສຍສະລະເພື່ອປະຊາຊົນ. ເຖິງແມ່ນທ່ານຈາກພວກເຮົາໄປແລ້ວ, ແຕ່ແນວຄິດ, ວິໄສທັດ ແລະ ແນວທາງອັນຖືກຕ້ອງຂອງ ປະທານ ໄກສອນ ພົມວິຫານ ຍັງຄົງເປັນມໍລະດົກອັນລ້ຳຄ່າ, ເປັນເຂັມທິດນຳທາງໃຫ້ແກ່ພາລະກິດການສ້າງ ແລະ ພັດທະນາປະເທດລາວໃນຍຸກສະໄໝໃໝ່.

ໂດຍ ທ່ານ ຫງວຽນ ມິງ ເຕີມ,

ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ

KPL

ຂ່າວອື່ນໆ

ads
ads

Top