ຂປລ
ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ກ່າວວ່າ: ອັດຕາ ຄວາມທຸກຍາກ ຂອງ ຣັດເຊຍ ຫລຸດລົງຫລາຍກວ່າ 20 ຈຸດ ໃນໄລຍະ 2 ທົດສະວັດ ທີ່ຜ່ານມາ, ເປັນຄັ້ງປະຫວັດສາດ.

ຂປລ. ສຳນັກຂ່າວຊິນຮວາ ລາຍງານ ຈາກນະຄອນຫລວງ ມົດສະກູ ປະເທດ ຣັດເຊຍ ເມື່ອບໍ່ດົນມານີ້ວ່າ: ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ກ່າວວ່າ: ອັດຕາ ຄວາມທຸກຍາກ ຂອງ ຣັດເຊຍ ຫລຸດລົງຫລາຍກວ່າ 20 ຈຸດ ໃນໄລຍະ 2 ທົດສະວັດ ທີ່ຜ່ານມາ, ເປັນຄັ້ງປະຫວັດສາດ. ເມື່ອປີ 2000 ມີປະຊາກອນ ປະມານ 42 ລ້ານຄົນ ອາໄສຢູ່ໃນຂັ້ນຕໍ່າ, ກວມເອົາ 29% ຂອງ ປະຊາກອນ ທົ່ວປະເທດ. ເມື່ອທ້າຍປີ 2024 ຕົວເລກນີ້ ໄດ້ຫລຸດລົງເຫລືອ 7,2% , ກວມເອົາພຽງແຕ່ 10 ລ້ານຄົນ. ໂດຍທ່າອ່ຽງເຊິງບວກນີ້ ຍັງຄົງຕໍ່ເນື່ອງ ມາຈົນເຖິງ ປັດຈຸບັນ, ເຮັດໃຫ້ຣັດເຊຍ ຢູ່ໃນເສັ້ນທາງ ທີ່ຈະບັນລຸ ເປົ້າໝາຍ ການຫລຸດ ອັດຕາ ຄວາມທຸກຍາກ ໃຫ້ຕໍ່າກວ່າ 7% ໃນປີ 2030 ແລະ ຕໍ່າກວ່າ 5% ໃນປີ 2036.
ໂດຍ ທ່ານ ວາລາດີເມຍ ປູຕິນ ກ່າວວ່າ: ຣັດເຊຍ ຈະໃຊ້ມາດຕະການ ສະໜັບສະໜູນໃໝ່ ສຳລັບ ຄອບຄົວທີ່ມີລູກສອງຄົນຂຶ້ນໄປ, ໂດຍຈະໃຫ້ເງິນອຸດໜູນ ໃຫ້ແກ່ຄອບຄົວ ທີ່ມີລາຍໄດ້ ຕໍ່ຫົວຄົນ ໃນປີຜ່ານມາ ຕໍ່າກວ່າ 1,5 ເທົ່າ ຂອງ ລະດັບຍັງຊີບຂັ້ນຕໍ່າ ໃນພາກພື້ນ. ຂະນະດຽວກັນ ຈະມີການປັບເງິນບຳນານ ປະກັນສັງຄົມ ໃຫ້ສອດຄ່ອງກັບ ມາດຕະຖານການຍັງຊີບຂັ້ນຕໍ່າ ສຳລັບຜູ້ຮັບບໍານານ, ໂດຍມີແຜນທີ່ຈະປັບເພີ່ມ ລະດັບຂຶ້ນໃນປີ 2026ນີ້./
KPL