ຍອດປະລິມານການຜະລິດ ນ້ຳມັນດິບຂອງ ສປ ຈີນ ໃນປີນີ້ ຈະສ້າງສະຖິຕິໃໝ່

15/12/2025 21:37
ຂປລ ໂຄງ​ສ້າງ​ພະລັງ​ງານ​ຂອງ​ ສປ ຈີນ​ ນັບ​ມື້​ ນັບ​ມີ​ຄວາມຫລາກຫລາຍ ແລະ​ດຸນ​ດຽງ, ຍອດ​ປະ​ລິ​ມານ​ ການ​ຜະ​ລິດ ​ນ້ຳ​ມັນດິບ​ຂອງ​ ສປ ຈີນ​ ໃນ​ປີ 2025 ​ຄາດ​ວ່າ​ ຈະ​ສູງເຖິງ 215 ລ້ານ​ໂຕນ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກອ​ງ​ປະ​ຊຸມ ສຸດຍອດ ​​ເວ​ທີ​ປຶກ​ສາ​ຫາ​ລື ​ການ​ພັດ​ທະ​ນາ ພະ​ລັງ​ງານ​ສາ​ກົນ 2025 ທີ່​ຈັດ​ຂຶ້ນ ເມື່ອບໍ່ດົນມານີ້ ໄດ້​ເປີດ​ເຜີຍ​ ບົດ​ລາຍ​ງານ ການ​ຄາດ​ຄະ​ເນ​ ພະ​ລັງ​ງານ​ສາ​ກົນ ແລະ​ ສປ ຈີນ 2060ສະ​ບັບ 2025, ໂດ​ຍ​ລະ​ບຸ​ວ່າ: ໂຄງ​ສ້າງ​ພະລັງ​ງານ​ຂອງ​ ສປ ຈີນ​ ນັບ​ມື້​ ນັບ​ມີ​ຄວາມຫລາກຫລາຍ ແລະ​ດຸນ​ດຽງ, ຍອດ​ປະ​ລິ​ມານ​ ການ​ຜະ​ລິດ ​ນ້ຳ​ມັນດິບ​ຂອງ​ ສປ ຈີນ​ ໃນ​ປີ 2025 ​ຄາດ​ວ່າ​ ຈະ​ສູງເຖິງ 215 ລ້ານ​ໂຕນ, ເຊິ່ງ​​ສ້າງ​ສະ​ຖິ​ຕິ​ໃໝ່​, ຍອດ​ປະ​ລິ​ມານ​ ການ​ຜະ​ລິດ ອາຍ​ແກັ​ສ​ທຳ​ມະ​ຊາດ​ ຈະ​ສູງ​ເຖິງ 260 ຕື້​ແມັດ​ກ້ອນ, ເພີ່ມ​ຂຶ້ນ 35% ເມື່ອ​ທຽບ​ໃສ່​ທ້າຍ ​ໄລ​ຍະ​ຈັດ​ຕັ້ງ​ປະ​ຕິ​ບັດ​ ແຜນ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 13 ຄື: ປີ 2020.ຄາດ​ຄະ​ເນ​ວ່າ, ຮອດ​ປີ 2030, ຍອດ​ປະ​ລິ​ມານ ​ການ​ຜະ​ລິດ​ນ້ຳ​ມັນດິບ​ຕໍ່​ປີ ​ຂອງ​ ສປ ຈີນ​ ຈະ​ຢູ່​ໃນ​ລະ​ດັບ 200 ໂຕນ​ ຢ່າງ​ໝັ້ນ​ທ່ຽງ ແລະ ຍອດ​ປະ​ລິ​ມານ ​ການ​ຜະ​ລິດ ອາຍ​ແກັ​ສ​ທຳ​ມະ​ຊາດ​ຕໍ່​ປີ ​​ຄາດ​ວ່າ ​ຈະ​ເພີ່ມ​ຂຶ້ນ​ຮອດ 300 ຕື້​ແມັດ​ກ້ອນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top