ເກີດເຫດໄຟໄໝ້ອາຄານ 7 ຊັ້ນ ຢູ່ອິນໂດເນເຊຍ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 20ຄົນ

10/12/2025 12:43
ຂປລ ເກີດໄຟໄໝ້ ອາຄານ 7 ຊັ້ນ ໃນນະຄອນຫລວງ ຈາກາຕາ ຂອງອິນໂດເນເຊຍ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 20ຄົນ ແລະ ບາດເຈັບ ອີກຈຳນວນໜຶ່ງ.

ຂປລ.ສະຖານີໂທລະພາບ ຄອມພາສທີວິ ລາຍງານວ່າ ວັນທີ 9ທັນວານີ້ ເກີດໄຟໄໝ້ ອາຄານ 7 ຊັ້ນ ໃນນະຄອນຫລວງ ຈາກາຕາ ຂອງອິນໂດເນເຊຍ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 20ຄົນ ແລະ ບາດເຈັບ ອີກຈຳນວນໜຶ່ງ. ຂະນະນີ້ ເຈົ້າໜ້າທີ່ກູ້ໄພ ຍັງຄົງເລັ່ງ ໃຫ້ການຊ່ວຍເຫລືອ ຜູ້ຕິດຄ້າງ ຢູ່ພາຍໃນອາຄານ. ອາຄານ ທີ່ເກີດເຫດ ໃນຄັ້ງນີ້ ເປັນສຳນັກງານ ຂອງບໍລິສັດ ເທີຣ່າໂດຣນ ອິນໂດເນ ເຊຍ ຊຶ່ງຈັດຫາ ໂດຣນ ສຳລັບ ກິດຈະກຳ ສຳຫລວດ ທາງອາກາດ ໃຫ້ກັບລູກຄ້າ ໃນອຸດສາຫະກຳຕ່າງໆ ຕັ້ງແຕ່ ການຂຸດຄົ້ນບໍ່ແຮ່ ໄປຈົນຮອດ ວຽກງານກະສິກຳ ແລະ ເປັນບໍລິສັດ ໃນກຸ່ມ Terra Drone Corporation ຂອງຍີ່ປຸ່ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top