ຂປລ
ຫວຽດນາມ ໄດ້ກຳນົດເປົ້າໝາຍ ໃຫ້ປະຊາຊົນ ສາມາດຄັດແຍກ ຂີ້ເຫຍື້ອຄົວເຮືອນ ທັງໝົດທົ່ວປະເທດ ໃນປີ 2030 ຕາມຄວາມພະຍາຍາມ ຄຸ້ມຄອງສິ່ງແວດລ້ອມ ຂອງປະເທດ.
ຂປລ. ຕາມຂໍ້ມູນຈາກມະຕິ ລັດຖະບານ ຫວຽດນາມ ເຜີຍແພ່ວ່າ ເມື່ອບໍ່ດົນມານີ້, ຫວຽດນາມ ໄດ້ກຳນົດເປົ້າໝາຍ ໃຫ້ປະຊາຊົນ ສາມາດຄັດແຍກ ຂີ້ເຫຍື້ອຄົວເຮືອນ ທັງໝົດທົ່ວປະເທດ ໃນປີ 2030 ຕາມຄວາມພະຍາຍາມ ຄຸ້ມຄອງສິ່ງແວດລ້ອມ ຂອງປະເທດ.
ປັດຈຸບັນ, ຫວຽດນາມ ພວມວາງແຜນ ຈັດຕັ້ງ ຈຸດເກັບຂີ້ເຫຍື້ອ ທີ່ຜ່ານ ຂໍ້ກຳນົດ ທາງດ້ານເຕັກນິກ ຂອງການຄຸ້ມຄອງ ສິ່ງແວດລ້ອມ, ກຳຈັດການຖີ້ມຂີ້ເຫຍື້ອ ຢ່າງຜິດກົດໝາຍ ແລະ ການຈູດຂີ້ເຫຍື້ອ ກາງແຈ້ງ ແລະ ບັນຈຸກົດເກນ ການຄຸ້ມຄອງ ສິ່ງແວດລ້ອມ ເຂົ້າໃນກົດລະບຽບ ຊຸມຊົນທຸກແຫ່ງ. ຂໍ້ມູນເບື້ອງຕົ້ນ ລະບຸວ່າ: 95% ຂອງຂີ້ເຫຍື້ອຄົວເຮືອນ ໃນເຂດຕົວເມືອງ ແລະ ອີກ 90% ຂອງຂີ້ເຫຍື້ອຄົວເຮືອນ ຢູ່ຊົນນະບົດ ຈະຖືກຈັດເກັບ ແລະ ຈັດການ ຢ່າງເໝາະສົມ ໃນປີ 2030 ແລະ ຂີ້ເຫຍື້ອ ຄົວເຮືອນ ໜ້ອຍກວ່າ 50% ຈະຖືກຈັດການ ດ້ວຍການຝັງ ໂດຍກົງ.
KPL