ນາຍົກລັດຖະມົນຕີ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແຫ່ງ ສສ ຫວຽດນາມ

23/09/2026 09:41
ຂປລ ໃນວັນທີ 21 ກັນຍາ 2026 ນີ້, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

    ຂປລ. ໃນໂອກາດນີ້, ສະຫາຍນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນສັນຍະລັກທີ່ສະແດງເຖິງຄວາມມີຊີວິດຊີວາແຫ່ງຄວາມຜູກພັນອັນສະໜິດແໜ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນຢ່າງເລິກເຊິ່ງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ຫວຽດນາມ ທີ່ມີມາແຕ່ດົນນານ, ບໍ່ຄືໃຜ ແລະ ບໍ່ມີປະເທດໃດຄື. ການຢ້ຽມຢາມຂອງ ສະຫາຍ ຟ້າມ ຢາ ຕຸກ ໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນພິເສດຂອງສອງປະເທດ ໂດຍສະເພາະການສືບຕໍ່ຈັດຕັ້ງຜັນຂະຫຍາຍຢ່າງຕັ້ງໜ້າ ບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 48 ແລະ ເປັນໂອກາດດີ ທີ່ສອງຝ່າຍໄດ້ພ້ອມກັນທົບທວນ, ຕີລາຄາຄືນການຈັດຕັ້ງປະຕິບັດບັນດາເນື້ອໃນຜົນຂອງກອງປະຊຸມດັ່ງກ່າວ ໃນ 9 ເດືອນຕົ້ນປີ 2026 ແລະ ວາງທິດທາງແຜນການຮ່ວມມືໃນ 3 ເດືອນທ້າຍປີ, ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການພົບປະ ແລະ ເຮັດວຽກຮ່ວມກັບສະຫາຍຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຊຶ່ງເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ໂດຍມີການປຶກສາຫາລື ແລະ ເປັນເອກະພາບກັນໃນຫລາຍບັນຫາທີ່ສຳຄັນ. ພ້ອມ ກັນນັ້ນ, ສະຫາຍນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ຝາກຄໍາຢ້ື ຢາມຖາມຂ່າວອັນອົບອຸ່ນ ເຖິງ ສະ ຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມທັງໄດ້ ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນ ລາວບັນດາເຜົ່າ ສະແດງຄວາມຮູ້ ບຸນຄຸນ ແລະ ຂອບໃຈຢ່າງສູງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນໃຫ ແກ່ ສປປ ລາວ ຕະຫລອດມາ. 

   ສອງຝ່າຍ ໄດ້ແຈ້ງສະພາບການພາຍໃນໂດຍຫຍໍ້ຂອງສອງປະເທດ ໃຫ້ກັນຊາບ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ທີ່ທັງສອງປະເທດຍາດມາໄດ້ໃນໄລຍະຜ່ານມາ.  ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ແລະ ມີຄວາມປິຕິຊົມຊື່ນທີ່ເຫັນວ່າ ພາຍຫລັງການຍົກລະດັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຂຶ້ນເປັນ “ການເປັນຫຸ້ນສ່ວນຍຸດທະສາດ”, ສາຍພົວພັນດັ່ງກ່າວ ກໍຍິ່ງໄດ້ຮັບການເສີມຂະຫຍາຍຢ່າງມີຊີວິດຊີວາ ແລະ ກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ໂດຍສະເພາະທາງດ້ານການເມືອງ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທ່ີເປັນເສົາຄ້ໍາອັນໜັກແໜ້ນ ຊຶ່ງສະແດງອອກໃນການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ຢ່າງເປັນປົກກະຕິ ແຕ່ສູນກາງຮອດທ້ອງຖິ່ນ, ບັນດາໂຄງການຮ່ວມມື ທີ່ມີລັກສະນະຍຸດທະສາດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ສໍາເລັດຕາມຄາດໝາຍ ເປັນຕົ້ນໂຄງການກໍ່ສ້າງສູນບັນຊາການ, ກະຊວງປ້ອງກັນຄວາມສະຫງົບ ແລະ ໂຄງການສ້າງຖານຂໍ້ມູນຄຸ້ມຄອງບັດປະຈໍາຕົວ ແລະ ພົນລະເມືອງລາວ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບ ທີ່ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພ່ືອຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງສອງກົມການເມືອງສູນກາງພັກ ກໍຄື ແຜນການຮ່ວມມື ລະຫວ່າງ ສອງລັດຖະບານໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນຊຸກຍູ້ບັນດາໂຄງການເຊື່ອມຈອດພື້ນຖານໂຄງລ່າງທີ່ສໍາຄັນ ໃຫ້ມີຄວາມຄືບໜ້າ ເຊັ່ນ: ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການພັດທະນາເສັ້ນທາງລົດໄຟ ລາວ- ຫວຽດນາມ, ໂຄງການບໍ່ເກືອກາລີ ຢູ່ແຂວງຄຳມ່ວນ, ໂຄງການກໍ່ສ້າງທໍ່ສົ່ງນໍ້າມັນ. ສອງຝ່າຍ ເຫັນດີເປັນເອກະພາບທີ່ຈະສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຮັບມືກັບສະພາບການຕ່າງໆຢ່າງທັນການ ແລະ ສືບຕໍ່ກະກຽມໃຫ້ແກ່ການສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2027 ທີ່ຈະມາເຖິງນີ້ ເພື່ອສະເຫລີມສະຫລອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງ ປະເທດ ລາວ-ຫວຽດນາມ. 

    ໃນຂະນະດຽວກັນ, ສະຫາຍ ຟ້າມ ຢາ ຕຸກ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງພັກ-ລັດ ແຫ່ງ ສປປ ລາວ ແລະ ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂ້ໍຕົກລົງທ່ີສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ປະກົດຜົນເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ ພ້ອມທັງອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍ່ິງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ ຕະຫລອດກາລະນານ. 

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ ພິຈາລະນາຫລາຍຫົວຂໍ້ສຳຄັນການເມືອງ

      ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ ພິຈາລະນາຫລາຍຫົວຂໍ້ສຳຄັນ

      9/23/2026 9:33:31 AM

      ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄຂຂຶ້ນໃນວັນທີ 22 ກັນຍາ 2026 ໂດຍການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ບັນດາຄະນະນຳອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026.

    • ຄະນະຜູ້ແທນຂັ້ນສູງ ພັກຄອມມູນິດ ເບຣາຣຸດຊີ ຢ້ຽມຢາມ ສປປ ລາວການເມືອງ

      ຄະນະຜູ້ແທນຂັ້ນສູງ ພັກຄອມມູນິດ ເບຣາຣຸດຊີ ຢ້ຽມຢາມ ສປປ ລາວ

      9/23/2026 9:25:28 AM

      ໂດຍຕອບສະໜອງຕາມການເຊື້ອເຊີນຂອງພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງພັກກອມມູນິດເບລາຣຸດຊີ ນຳໂດຍ ສະຫາຍ ເຊຣ໌ເກ ອາເລັກຊັນໂດຣວິຈ໌ ຊືຣັນກົບ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດເບລາຣຸດຊີ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-25 ກັນຍາ 2026.

    • ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມ

      9/22/2026 9:43:41 AM

      ໃນວັນທີ 21 ກັນຍາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

    • ຮອງນາຍົກລັດຖະມົນຕີຕ້ອນຮັບ ທູດໂອຕຣິດການເມືອງ

      ຮອງນາຍົກລັດຖະມົນຕີຕ້ອນຮັບ ທູດໂອຕຣິດ

      9/22/2026 9:14:01 AM

      ໃນວັນທີ 18 ກັນຍາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄາທາຣີນາ ວີເຊີ (Katharina Wieser) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈຳ ສປປ ລາວ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫຼວງບາງກອກ, ປະເທດໄທ ໃນໂອກາດເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026.

    • ຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມພົບປະປຶກສາຫາລື ເສີມຂະຫຍາຍການພົວພັນຮ່ວມມືການເມືອງ

      ຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມພົບປະປຶກສາຫາລື ເສີມຂະຫຍາຍການພົວພັນຮ່ວມມື

      9/22/2026 9:10:03 AM

      ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ads
ads

Top