ຂປລ
ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄຂຂຶ້ນໃນວັນທີ 22 ກັນຍາ 2026 ໂດຍການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ບັນດາຄະນະນຳອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026.

ຂປລ. ກອງປະຊຸມໃນຄັ້ງນີ້ເພື່ອຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາຕໍ່ 5 ວາລະ ແລະ 16 ຫົວຂໍ້ທີ່ສໍາຄັນ ຄື: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ເປັນຕົ້ນການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນກັນຍາ ແລະ ທິດທາງແຜນການ ປະຈຳເດືອນຕຸລາ 2026 ຂອງລັດຖະບານ; ການຈັດຕ້ັງປະຕິບັດມະຕິ 02/ລບ ລົງວັນທີ 25 ກຸມພາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິ 04/ກມສພ ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່; ການປະຕິບັດຂໍ້ຕົກລົງ 08/ນຍ, ລົງວັນທີ 09 ກຸມພາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບຈັດຕັ້ງຜັນຂະຫຍາຍບັນດາຂໍ້ສະເໜີ ຂອງບັນດາກະຊວງ-ອົງການ ແລະ ອົງການປົກຄອງນະຄອນຫລວງ ແລະ ບັນດາແຂວງ ຕໍ່ການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ; ລາຍງານຄວາມຄືບໜ້າໃນການປະຕິບັດຂໍ້ຕົກລົງ 27/ນຍ, ລົງວັນທີ 20 ເມສາ 2026, ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ກະຊວງ- ອົງການທຽບເທົ່າລົງຊ່ວຍ ນະຄອນຫລວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ; ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິ 62/ຄບສພ ແລະ ມະຕິ 34/ສພຊ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃນໄລຍະໃໝ່ ແລະ ຄວາມຄືບໜ້າໃນການກະກຽມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ຕິດພັນກັບການແບ່ງຄວາມຮັບຜິດຊອບ ໃນດໍາລັດ 08/ນຍ, ລົງວັນທີ 27 ມັງກອນ 2026.
ພ້ອມນີ້ ກອງປະຊຸມຍັງໄດ້ຮ່າງແຜນດໍາເນີນງານແຫ່ງຊາດ ຄື: ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ 5 ປີ ຄັ້ງທີ V (2026-2030); ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ IV (2026-2030); ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (2026-2030). ພ້ອມທັງຮ່າງຍຸດທະສາດປັນຍາປະດິດແຫ່ງຊາດ (2026-2035); ຮ່າງຍຸດທະສາດ ພັດທະນາ ແລະ ນໍາໃຊ້ດາວທຽມຢູ່ ສປປ ລາວ ໄລຍະແຕ່ ປີ (2026-2035).
ກອງປະຊຸມຍັງໄດ້ສະເໜີຂໍນໍາໃຊ້ໂລໂກ້ໃໝ່ ຂອງກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ; ຮ່າງກົດໝາຍ ແລະ ຮ່າງນິຕິກໍາເປັນຕົ້ນຮ່າງກົດໝາຍ ວ່າດ້ວຍໄຟຟ້າ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍແຮ່ທາດ (ສະບັບປັບປຸງ), ລາຍງານການໂຮມຮ່າງກົດໝາຍວ່າດ້ວຍປະກັນສຸຂະພາບ ແລະ ຮ່າງກົດໝາຍ ວ່າດ້ວຍປະກັນສັງຄົມ ເຂົ້າເປັນກົດໝາຍດຽວກັນ, ຜົນການຄົ້ນຄວ້າຮ່າງນິຕິກໍາ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດຊອບຂອງຂະແໜງການຕ່າງໆຂັ້ນ ຕາແສງ.
ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ, ມີທາງອອກທີ່ຈະແຈ້ງ ແລະ ຢູ່ໃນກອບເວລາທີ່ກຳນົດ ເຮັດໃຫ້ຜົນຂອງກອງປະຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດເປັນຢ່າງດີ.
KPL