ກຽມພົບກັບມະຫະກຳສີມືຫັດຖະກຳລາວ ໃນທ້າຍເດືອນຕຸລານີ້

23/09/2026 09:55
ຂປລ ສະມາຄົມຫັດຖະກຳລາວ ຮ່ວມກັບກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ກະຊວງອຸດສາຫະກຳ ແລະ ການຄ້າ ກຽມຈະຈັດງານວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາລາວ ຄັ້ງທີ 25 ປະຈໍາປີ 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 8 ພະຈິກ 2026 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ)

ຂປລ.  ໂດຍຈະຮວບຮວມເອົາແຜ່ນແພ (ຜ້າໄໝ, ຜ້າຝ້າຍ); ເຄື່ອງປະດັບ (ເງິນ, ຄໍາ, ແກ້ວປະເສີດ); ເຄື່ອງຈັກສານ (ຫວາຍ-ໄມ້ປ່ອງ); ຜະລິດຕະພັນວັດທະນະທໍາ (ເຄື່ອງປັ້ນດິນເຜົາ, ໄມ້ແກະສະຫລັກ, ເຄື່ອງດົນຕີພ້ືນເມືອງ); ອາຫານພື້ນເມືອງ, ສະໝຸນໄພ ແລະ ຫັດຖະກຳບັນດາປະເທດອາຊຽນ ແລະ ຍີ່ປຸ່ນ ເຂົ້າຮ່ວມວາງສະແດງຫລາຍກວ່າ 200 ຫ້ອງ.

    ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ໄດ້ກ່າວໃນງານຖະແຫລງຂ່າວໃນ ວັນທີ 21 ກັນຍາ 2026 ວ່າ: ມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 25 ຈັດຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ ສານສາຍໄຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວສູ່ມໍລະດົກໂລກ” ເພື່ອສະເຫລີມສະຫລອງ “ວັນຫັດຖະກໍາແຫ່ງຊາດ ວັນທີ 1 ພະຈິກ” ແລະ  ສະຫລອງຄົບຮອບ 25 ປີ ມະຫະກຳສີມືຫັດຖະກຳລາວ. ນອກຈາກນີ້, ຍັງເປັນການສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າຜູ້ມາທ່ຽວຊົົມທ່ຽວຊື້ ໄດ້ພົບ-ໄດ້ເຫັນຄວາມຫລາກຫລາຍຂອງເຄື່ອງຫັດຖະກໍາລາວ, ສ້າງຄວາມປະທັບໃຈ ແລະ ຫລົງໄຫລ ໃນຄວາມມະຫັດສະຈັນຂອງສີໄມ້ລາຍມືຂອງຊາວຊ່າງ ຫັດຖະກໍາລາວ, ເຕົ້າໂຮມຄວາມສາມັກຄີ ບັນດາຊາວຊ່າງຫັດຖະກຳທຸກທ້ອງຖິ່ນໃນທົ່ວປະເທດ ພ້ອມກັນອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກໍາ ທີ່ມີລັກສະນະເປັນມູນເຊື້ອ, ສົ່ງເສີມພູມປັນຍາ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ ປະກອບສ່ວນເຂົ້າໃນການສ້າງລາຍຮັບຂອງບັນດາຊົນເຜົ່າໃຫ້ນັບມື້ດີຂຶ້ນ ເພື່ອໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫລາດ ຫລື ມີບ່ອນຂາຍຜະລິດຕະພັນຫັດຖະກໍາຂອງຕົນ, ພ້ອມທັງ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ, ການວາງສະແດງ ແລະ ການຂາຍ, ທັງເປັນການ ສະໜັບສະໜູນນະໂຍບາຍຂອງລັດຖະບານ ໃນການແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ, ສ້າງບັນຍາກາດການທ່ອງທ່ຽວດ້ານຫັດຖະກຳພາຍໃນນະຄອນຫລວງວຽງຈັນ ໃຫ້ມີຄວາມຟົດຟື້ນ.

    ໂອກາດນີ້, ທ່ານ ວິລະກອນ ພິລົມລັກ ຮອງຫົວໜ້າກົມສົ່ງເສີມ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ນອກຈາກຈະມີວາງະແດງ ແລະ ຂາຍຜະລິດຕະພັນຫັດຖະກໍາແລ້ວ ພາຍໃນງານຍັງມີຫລາຍກິດຈະກໍາ ເປັນຕົ້ນກິດຈະກຳຍ່າງເພື່ອສະເຫລີມສະຫລອງວັນຫັດຖະກຳລາວ ວັນທີ 1 ພະຈິກ, ການປະກວດທິດາຫັດຖະກຳ, ກິດຈະກໍາວາງສະແດງ ແລະ ຂາຍສິນຄ້າຫັດຖະກຳຂອງບັນດາຊົນເຜົ່າຈາກແຂວງຕ່າງໆ, ກິດຈະກຳສາທິດຂັ້ນການຜະລິດສິນຄ້າຫັດຖະກຳ ຂອງຊາວຊ່າງຫັດຖະກຳລາວທີ່ມາຈາກ 18 ແຂວງທົ່ວປະເທດ,  ວິຖີຕະຫລາດບູຮານ, ກິດຈະກໍາສໍາມະນາແລກປ່ຽນຄວາມຮູ້ທີ່ໜ້າສົນໃຈຫລາຍຫົວຂໍ້, ປະກວດແຂ່ງຂັນຜະລິດຕະພັນຫັດຖະກຳດີເດັ່ນ ປະຈໍາປີ, ສະແດງສິລະປະວັນນະຄະດີພື້ນເມືອງ, ສອນການປະດິດເຄ່ືອງທ່ີລະນຶກຈາກວັດຖຸເສດເຫລືອ. ໃນຄໍ່າຄືນ ຂອງວັນທີ 6 ພະຈິກ 2026 ທ່ານຈະໄດ້ພົບງານເດີນແບບອາພອນລາວບັນດາເຜົ່າ ແລະ ກິດຈະກຳອື່ນໆທີ່ຫລາກຫລາຍ. 

ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

    • ບໍລິຄຳໄຊ ຫາລືການພັດທະນາໂຄງການພັດທະນາແສງຕາເວັນວັດທະນະທຳ-ສັງຄົມ

      ບໍລິຄຳໄຊ ຫາລືການພັດທະນາໂຄງການພັດທະນາແສງຕາເວັນ

      9/22/2026 12:22:10 AM

      ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລືແບບເປີດກວ້າງ ລະ ຫວ່າງ ໂຄງການພະລັງງານແສງ ຕາເວັນ 100 ເມກາວັດ ແລະ ຊຸມ ຊົນທ້ອງຖິ່ນ ກ່ຽວກັບການພັດທະ ນາໂຄງການພະລັງງານແສງຕາ ເວັນ ແລະ ກົນໄກສິນເຊື່ອກາກບອນ ໄດ້ຈັດຂ້ຶນທ່ີພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໂດຍການເປັນ ປະທານຮ່ວມຂອງ ທ່ານ ສຸກສາ ຄອນ ບົວທອງ ຮອງຫົວໜ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງ ບໍລິຄຳໄຊ, ທ່ານ ເພັງຊົງ ຕົງນາມະ ວົງ ຜູ້ອຳນວຍການ ໂຄງການພະລັງ ງານແສງຕາເວັນ ພ້ອມດ້ວຍອຳ ນາດການປົກຄອງບ້ານນໍ້າງຽບ, ບ້ານກ້ວຍອຸດົມ, ພະແນກການທ່ ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

    • ຄະນະໂຄສະນາອົບຮົມເຊກອງ ສະຫລຸບຜົນງານ 9 ເດືອນວັດທະນະທຳ-ສັງຄົມ

      ຄະນະໂຄສະນາອົບຮົມເຊກອງ ສະຫລຸບຜົນງານ 9 ເດືອນ

      9/22/2026 12:16:05 AM

      ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ຄະນະໂຄສະນາ ອົບຮົມແຂວງເຊກອງ ສະຫລຸບ ຜົນການຈັດຕັ້ງປະຕິບັດວຽກງານ 9 ເດືອນ ແລະ ວາງທິດທາງແຜນ ການ 3 ເດືອນທ້າຍປີ 2026, ຄວບ ຄູ່ກັບການເຊື່ອມຊຶມເນື້ອໃນເອກະ ສານສຳຄັນມູນເຊື້ອຂອງພັກ-ຂອງ ຊາດ ທ້າຍອາທິດຜ່ານມາ, ໂດຍ ການເປັນປະທານຂອງ ທ່ານ ຄຳ ພາ ໄຊຍະແສງ ກຳມະການພັກ ແຂວງ, ຫົວໜ້າຄະນະໂຄສະນາ ອົບຮົມແຂວງເຊກອງ.

    • ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາວັດທະນະທຳ-ສັງຄົມ

      ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາ

      9/21/2026 9:46:10 AM

      ວັນທີ 18 ກັນຍາ 2026 ຜ່ານມາ, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມລະດົມຄຳເຫັນທາງດ້ານນິຕິສາດ ກ່ຽວກັບຄວາມໝາຍ ແລະ ການນຳໃຊ້ບາງບົດບັນຍັດຂອງປະມວນກົດໝາຍອາຍາ ໂດຍສຸມໃສ່ຄຳວ່າ “ຜົວ ຫຼື ເມຍ” ຕາມມາດຕາ 247 ແລະ “ງັດແງະ” ຕາມມາດຕາ 231 ວັກ 2 ຊຶ່ງໃນພາກປະຕິບັດຕົວຈິງ ຍັງມີການເຂົ້າໃຈ ແລະ ນຳໃຊ້ບໍ່ທັນເປັນເອກະພາບກັນ ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍ ທ່ານສາດສະດາຈານກົດໝາຍອາວຸໂສ, ຜູ້ແທນຈາກອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການສືບສວນ-ສອບສວນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.

    • ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດວັດທະນະທຳ-ສັງຄົມ

      ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດ

      9/21/2026 9:41:12 AM

      ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 14-18 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ປິດລົງດ້ວຍຜົນສຳເລັດ ໂດຍມີຄະນະຜູ້ແທນ ຈາກ 91 ປະເທດ, ໃນນັ້ນ 74 ປະເທດພາຄີ ແລະ 17 ປະເທດສັງເກດການ ແລະ ອົງການຈັດຕັ້ງສາກົນຕ່າງໆ ທັງໝົດ 27 ອົງການ ເຂົ້າຮ່ວມ.

    • ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCMວັດທະນະທຳ-ສັງຄົມ

      ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCM

      9/21/2026 9:34:31 AM

      ເພື່ອປະກອບສ່ວນເຮັດໃຫ້ການດຳເນີນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ

ads
ads

Top