ຂປລ
ໃນ 10 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ-ສົ່ງອອກຂອງເຂດສາທິດ ອົງການຮ່ວມມືຊຽງໄຮ້ ທີ່ມີຕໍ່ປະເທດສະມາຊິກອື່ນ ຂອງອົງການດັ່ງກ່າວມີເຖິງ 77 ຕື້ກວ່າຢວນ, ເພີ່ມຂຶ້ນ 27,2% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີງຕາມສະຖິຕິ ຈາກດ່ານພາສີຈີນ ສະແດງໃຫ້ເຫັນວ່າ: ໃນ 10 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ-ສົ່ງອອກຂອງເຂດສາທິດ ອົງການຮ່ວມມືຊຽງໄຮ້ ທີ່ມີຕໍ່ປະເທດສະມາຊິກອື່ນ ຂອງອົງການດັ່ງກ່າວມີເຖິງ 77 ຕື້ກວ່າຢວນ, ເພີ່ມຂຶ້ນ 27,2% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ. ໃນນັ້ນ, ການສົ່ງອອກມີເຖິງ 39 ຕື້ກວ່າຢວນ, ເພີ່ມຂຶ້ນ 19,2%; ການນຳເຂົ້າມີເຖິງ 38 ຕື້ກວ່າຢວນ, ເພີ່ມຂຶ້ນ 36,6%. ທ່າແຮງດ້ານການເຕົ້າໂຮມ ອຸດສາຫະກຳ ຂອງເຂດສາທິດ ອົງການຮ່ວມມືຊຽງໄຮ້ ໄດ້ຊຸກຍູ້ ການສົ່ງອອກ ຜະລິດຕະພັນ ຈຳນວນໜຶ່ງເພີ່ມຂຶ້ນຢ່າງຫລວງຫລາຍ, ໃນນັ້ນ, ການສົ່ງອອກເຄື່ອງຈັກ ແລະ ຊິ້ນສ່ວນອາໄຫລ່ ມີເຖິງ 13 ຕື້ກວ່າຢວນ, ເພີ່ມຂຶ້ນ 22,5%; ການສົ່ງອອກ ຜະລິດຕະພັນຢາງ ເກືອບ4 ຕື້ຢວນ, ເພີ່ມຂຶ້ນ 19,5%. ຂະນະດຽວກັນ, ເຂດສາທິດ ອົງການຮ່ວມມືຊຽງໄຮ້ ໄດ້ຂຸດຄົ້ນ ຊັບພະຍາກອນ ຕ່າງປະເທດ ຢ່າງເຕັມທີ່, ຂະຫຍາຍ ປະເພດສິນຄ້າ ການນຳເຂົ້າ ຢ່າງຕັ້ງໜ້າ, ການນຳເຂົ້າ ຜະລິດຕະພັນ ກະສິກຳ ເຊັ່ນ: ຜະລິດຕະພັນ ປະເພດຊີ້ນ ເປັນຕົ້ນ ມີເຖິງ 11 ຕື້ກວ່າຢວນ, ເພີ່ມຂຶ້ນ 12,8% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ; ການນຳເຂົ້າ ອາລຸຍມີນຽມ ແລະ ຜະລິດຕະພັນ ອາລຸຍມີນຽມ ມີເຖິງ 4 ຕື້ກວ່າຢວນ, ເພີ່ມຂຶ້ນ 219% ເມື່ອທຽບໃສ່ ປີກາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL