ເທສະການ ບຸນເຂົ້າໄກ່ນ້ອຍ ຊຽງຂວາງ ຈະຈັດໃນວັນທີ 26 ພະຈິກນີ້

24/11/2025 11:33
ຂປລ ຂປລ. ປະເທດລາວ ເປັນປະເທດໜຶ່ງທີ່ມີເຂົ້າຫລາກຫລາຍສາຍພັນ ໂດຍສະເພາະເຂົ້າໄກ່ນ້ອຍ. ການປູກເຂົ້າໄກ່ນ້ອຍເປັນສິ່ງທີ່ຕິດພັນກັບຮີດຄອງປະເພນີຂອງປະຊາຊົນຊາວຊຽງຂວາງ ຖືໄດ້ວ່າເປັນໜຶ່ງໃນມໍລະດົກສືບທອດຕໍ່ກັນມານັບແຕ່ອະດີດຈົນເຖິງປັດຈຸບັນ.

ຂປລ. ປະເທດລາວ ເປັນປະເທດໜຶ່ງທີ່ມີເຂົ້າຫລາກຫລາຍສາຍພັນ ໂດຍສະເພາະເຂົ້າໄກ່ນ້ອຍ. ການປູກເຂົ້າໄກ່ນ້ອຍເປັນສິ່ງທີ່ຕິດພັນກັບຮີດຄອງປະເພນີຂອງປະຊາຊົນຊາວຊຽງຂວາງ ຖືໄດ້ວ່າເປັນໜຶ່ງໃນມໍລະດົກສືບທອດຕໍ່ກັນມານັບແຕ່ອະດີດຈົນເຖິງປັດຈຸບັນ. ໃນແຕ່ລະປີຫລັງຈາກເກັບກ່ຽວເຂົ້າແລ້ວ ຈະມີການຈັດງານບຸນເຂົ້າໄກ່ນ້ອຍຊຽງຂວາງຂຶ້ນຕາມຮີດຄອງປະເພນີ ຊຶ່ງໃນປີນີ້ຈະຈັດຂຶ້ນໃນລະຫວ່າງວັນທີ 26-30 ພະຈິກ 2025 ນີ້ ຢູ່ເດີ່ນຫໍພິພິຕະພັນແຂວງຊຽງຂວາງ  ແລະ  ພາຍໃນງານຈະມີບັນດາຮ້ານວາງສະແດງ-ຂາຍສິນຄ້າກະສິກໍາ, ຫັດຖະກໍາ, ອາຫານທີ່ເປັນເອກະລັກຂອງແຂວງ ແລະ ສິນຄ້າທົ່ວໄປ ພ້ອມທັງຍັງມີຫລາກຫລາຍກິດຈະກຳໃຫ້ແຂກທີ່ມາທ່ຽວຊົມໄດ້ສຳຜັດຕື່ມອີກ.

ພ້ອມນັ້ນ, ກິດຈະກຳຕ່າງໆພາຍໃນງານມີດັ່ງນີ້: ໃນວັນທີ 26 ພະຈິກ 2025 ເລີ່ມວາງສະແດງສິນຄ້າໂອດັອບ ແລະ ຜະລິດຕະພັນຕ່າງໆ ເປັນຕົ້ນ ເຂົ້າໄກ່ນ້ອຍ ແລະ ສິນຄ້າກະສິກຳອື່ນໆ; ວັນທີ 27 ພະຈິກ 2025 ຊົມການປະກວດບ່າວທົ່ງໄຫຫີນ, ນາງສາວເຂົ້າໄກ່ນ້ອຍທ່ຽວຊົມຕະຫລາດນັດກະສິກຳ, ຫັດຖະກຳ ແລະ ຕະຫລາດນັດທົ່ວໄປ; ວັນທີ 28 ພະຈິກ 2025 ເປັນມື້ເປີດມະຫະກໍາບຸນເຂົ້າໄກ່ນ້ອຍແຂວງຊຽງຂວາງ ປະຈໍາປີ 2025 ຢ່າງເປັນທາງການ, ຊົມການສະແດງສິລະປະ ແລະ ເດີນແບບບ່າວທົ່ງໄຫ-ນາງສາວເຂົ້າໄກ່ນ້ອຍ, ຊົມການຕີກອງຄູ່ ແລະ ຊົມງານວາງສະແດງສິນຄ້າກະສິກຳ-ອຸດສາຫະກຳ, ພ້ອມທັງຊີມອາຫານ ແລະ ເຂົ້າໄກ່ນ້ອຍຊຽງຂວາງ; ໃນຕອນເຊົ້າຂອງວັນທີ 29 ພະຈິກ 2025 ຈະມີພິທີໃສ່ບາດພະສົງ 9 ອົງ ແລະ ຖວາຍຈັງຫັນ, ຊົມການແຂ່ງຂັນປະກວດສິລະປະ-ວັນນະຄະດີ ແລະ ແຂ່ງຂັນຮ້ອງເພງ, ພິທີບາສີສູ່ຂວັນເຂົ້າໄກ່ນ້ອຍ, ຊົມງານວາງສະແດງສິນຄ້າກະສິກຳ ແລະ ອຸດສາຫະກຳ ພ້ອມທັງຊີມອາຫານ ແລະ ເຂົ້າໄກ່ນ້ອຍຊຽງຂວາງ; ວັນທີ 30 ພະຈິກ 2025 ຊົມການສະແດງສິລະປະ, ຄອນເສີດ, ຟ້ອນລຳວົງ ເພື່ອຂ່ຳນັບຮັບຕ້ອນ ແລະ ຊົມເຊີຍ 3 ວັນປະຫວັດສາດ.

ເຖິງແນວໃດກໍດີ, ກິດຈະກໍາດ້ານການທ່ອງທ່ຽວ ຢູ່ພາຍໃນຕົວເມືອງເທສະບານໂພນສະຫວັນ ແລະ ບໍລິເວນໃກ້ຄຽງຂອງແຂວງຊຽງຂວາງ ກໍໄດ້ມີສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງໂດດເດັ່ນເປັນຕົ້ນ ທົ່ງໄຫຫີນມໍລະດົກ ແຫ່ງທີ 3 ຂອງ ສປປ ລາວ ແລະ ຍັງມີສະຖານທີ່ກາບໄຫວ້ບູຊາ ເຊັ່ນ: ວັດພູເພຍວັດ, ພະທາດຝຸ່ນ (ເມືອງຄູນ), ວັດໄຫຫີນໄຊຍະຣາມ ແລະ ສະຖານທີ່ອື່ນໆອີກ. ສ່ວນສະຖານທີ່ບໍລິການທ່ອງທ່ຽວກດ້ານສຸຂະພາບ ເຊັ່ນ: ບໍ່ນໍ້າຮ້ອນໃຫຍ່ ບ້ານນໍ້າຮົ້ມ, ອາສານໍ້າອຸ່ນຣິສອດ ແລະ ສະປາ ບ້ານນາທອງ ເມືອງຄໍາ. ນອກຈາກນີ້, ຍັງມີສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ທໍາມະຊາດ ເປັນຕົ້ນ ຖໍ້າປິວ, ພູກູດຈອມເຫລັກ, ນໍ້າຕົກຕາດຄາ (ເມືອງໜອງແຮດ) ແລະ ນໍ້າຕົກຕາດຄະບ້ານທ່າໂຈກ (ເມືອງແປກ).

KPL

ຂ່າວອື່ນໆ

ads
ads

Top