ຂປລ
ຂປລ. ກອງບັນຊາການທະຫານແຂວງສະຫວັນນະເຂດ ເປັນກໍາລັງທ້ອງຖິ່ນໜຶ່ງທີ່ເຄື່ອນໄຫວເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນເຮັດໃຫ້ສະພາບພາຍໃນແຂວງສະຫວັນນະເຂດ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມໝັ້ນຄົງ, ເພື່ອອໍານວຍຄວາມສະດວກໃຫ້ ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງດີຂຶ້ນເທື່ອລະກ້າວ.

ຂປລ. ກອງບັນຊາການທະຫານແຂວງສະຫວັນນະເຂດ ເປັນກໍາລັງທ້ອງຖິ່ນໜຶ່ງທີ່ເຄື່ອນໄຫວເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນເຮັດໃຫ້ສະພາບພາຍໃນແຂວງສະຫວັນນະເຂດ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມໝັ້ນຄົງ, ເພື່ອອໍານວຍຄວາມສະດວກໃຫ້ ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງດີຂຶ້ນເທື່ອລະກ້າວ.

ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງສະຫວັນນະເຂດ ໃຫ້ສຳພາດວ່າ: ໃນຕະຫລອດໄລຍະ 6 ເດືອນຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ສຸມໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດໜ້າທີ່ ຄວາມຮັບຜິດຊອບຂອງກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ມີຜົນສຳເລັດຫລາຍດ້ານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ສາມາດຮັບປະກັນເຮັດໃຫ້ສະຖຽນລະພາບທາງການເມືອງທົ່ວແຂວງມີຄວາມສະຫງົບຢ່າງໜັກແໜ້ນ, ໃນນີ້ອັນພົ້ນເດັ່ນແມ່ນ ໄດ້ເອົາໃຈໃສ່ຊີ້ນໍາ - ນຳພາຈັດຕັ້ງຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງແບບທາງກວ້າງ ແລະ ທາງເລິກ ຕາມ 4 ເນື້ອໃນ 4 ຄາດໝາຍ ຢູ່ບັນດາເມືອງ ແລະ ຈຸດສຸມ. ໃນ 6 ເດືອນຕົ້ນປີ 2025 ໄດ້ປະເມີນຄືນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 2 ເມືອງ ຄື: ເມືອງ ອຸທຸມພອນ ແລະ ເມືອງເຊໂປນໄດ້ 76 ບ້ານ, ມີ 28.518 ຄອບຄົວ, ຍ້ອງຍໍໄດ້ 1 ເມືອງ ຄື: ນະຄອນໄກສອນ ພົມວິຫານ ມີ 49 ບ້ານ; ໃນນີ້, ຍັງໄດ້ຊີ້ນຳ- ນຳພາ 4 ຈຸດສຸມ ຄື: ຈຸດສຸມ ຈຽງຕູບ ເມືອງເຊໂປນ, ຈຸດສຸມຄໍາປາແໜ - ປ່າກ້ວຍ ເມືອງຊົນນະບູລີ ແລະ ເມືອງຈາພອນ, ຈຸດສຸມແກ້ງລິ້ນ ແລະ ຈຸດສຸມຕັງອາໄລ ເມືອງນອງ; ໄດ້ຊີ້ນໍາບັນດາກອງປະຕິບັດງານຈັດຕັ້ງເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງ ເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບປອດໄພ. ໄດ້ເອົາໃຈໃສ່ຊີ້ນໍາ-ນາພາ ບັນດາກົມກອງຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບ ທັງ ກຳລັງ ແລະ ພາຫະນະ ຕະຫລອດ 24 ຊົ່ວໂມງ, ກຳແໜ້ນສະພາບການເຄື່ອນໄຫວຂອງກຸ່ມ ຄົນບໍ່ດີ ທັງພາຍໃນ ແລະ ນອກຊາຍແດນ ໃນຂອບເຂດຄວາມຮັບຜິດຊອບ, ເປັນເຈົ້າການ ຊີ້ນໍາກົມກອງທ້ອງຖິ່ນຈັດຕັ້ງກໍາລັງປະຈຳການແຕ່ລະຂັ້ນ, ວຽກງານປັບປຸງກໍ່ສ້າງກໍາລັງ ຄະນະພັກ - ຄະນະບັນຊາພວກເຮົາໄດ້ຖືສຳຄັນວຽກງານກໍ່ສ້າງປັບປຸງກຳລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ເຮັດໜ້າທີ່ການເມືອງຂອງກົມກອງ ຮັກສາມູນເຊື້ອອັນດີງາມຂອງກອງທັບ, ເປັນກຳລັງທີ່ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ເປັນອາວຸດທີ່ແຫລມຄົມ, ເປັນກຳລັງທີ່ ໄວ້ວາງໃຈຂອງພັກ.

ວຽກງານອົບຮົມຫັດແອບ, ປັບປຸງລະບຽບແບບແຜນ ແລະ ຝຶກຝົນກໍາລັງກາຍ ໄດ້ຊີ້ນຳຕິດຕາມການອົບຮົມ - ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ໄລຍະທີ I ປະຈຳປີ 2025 ໄດ້ 44 ຫົວໜ່ວຍກົມກອງ, ອົບຮົມໃຫ້ກອງຮ້ອຍກອງຫລອນໃນ 6 ເດືອນຕົ້ນປີໄດ້ 4 ເມືອງ ເທົ່າກັບ 11 ກອງຮ້ອຍ ຈຳນວນພົນ 498 ສະຫາຍ, ໄດ້ຂະຫຍາຍກອງຫລອນເພີ່ມ ຈຳນວນ 121 ສະຫາຍ ແລະ ໄດ້ລົງຊຸກຍູ້, ຊີ້ນຳ, ກວກກາ ການຈັດຕັ້ງປະຕິບັດວຽກງານການທະຫານທ້ອງຖິ່ນຢູ່ກອງບັນຊາການທະຫານເມືອງ 14 ເມືອງ - 1 ນະຄອນສຳເລັດ, ສຳເລັດອົບຮົມວິຊາສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ບັນດາໂຮງຮຽນວິຊາຊີບໄດ້ 3 ໂຮງຮຽນມີຈຳນວນພົນເຂົ້າຮ່ວມ 953 ຄົນ, ຍິງ 660 ຄົນ.ໄດ້ເປີດອົບຮົມ-ຫັດແອບ ນັກຮຽນກໍ່ສ້າງນາຍສີບ ຊຸດທີ IX ສົກຮຽນ 2024 - 2025 ໄດ້ 1 ຊຸດ, ມີຈຳນວນພົນ 69 ສະຫາຍ, ອົບຮົມທະຫານໃໝ່ ປະຈຳປີ 2024 ໄດ້ 1 ຊຸດ ຈຳນວນ 51 ສະຫາຍ ແລະ ກະກຽມ ສ້າງແຜນການເປີດຮຽນກໍ່ສ້າງນາຍສິບຊຸດທີ X ລະບົບ 1 ປີ ແລະ ເປີດຮຽນບຳລຸງການທະຫານພື້ນຖານ ລະບົບ 6 ເດືອນ ຊຸດທີ VI ປະຈຳສົກປີ 2025 – 2026.

ພ້ອມນັ້ນ, ວຽກງານພະລາທິການ ບົນພື້ນຖານແມ່ນມີຄວາມຮັບປະກັນໄດ້ຕາມລະບົບອັດຕາທີ່ກົມໃຫຍ່ພະລາທິການກອງທັບ ວາງອອກ. ສໍາລັບປະເພດຊີ້ນ ແລະ ຜັກກິນ ເຫັນວ່າຫລາຍກົມກອງມີຄວາມຕື່ນຕົວຍົກສູງຄວາມຮັບຜິດຊອບໃນການກຸ້ມຕົນເອງ, ເພິ່ງຕົນເອງໄດ້ດີ, ມີເຮືອນຮົ່ມປູກພືດຜັກສະໜອງໃຫ້ກົມ ກອງເຂົ້າເຮືອນຄົວລວມ, ໃນ 6 ເດືອນຕົ້ນປີ 2025 ກອງບັນຊາການທະຫານແຂວງສະຫວັນນະເຂດໄດ້ຮັບໂຄງການທັງໝົດ: ມີ 20 ໂຄງການ; ໃນນັ້ນ, ມີໂຄງການຂອງກະຊວງປ້ອງກັນ ປະເທດ 6 ໂຄງການ ແລະ ໂຄງການຂອງແຂວງ 14 ໂຄງການ. ວຽກງານພົວພັນຮ່ວມມືກັບສາກົນ ໄດ້ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບ ເພື່ອນມິດຍຸດທະສາດ ໂດຍສະເພາະກັບບັນດາກົມກອງເພື່ອນມິດຍຸດທະສາດ ສສ ຫວຽດນາມ ໂດຍມີການຈັດຕັ້ງແຮກສ່ຽວ ແລະ ການພົວພັນຮ່ວມມືດ້ານຕ່າງໆ.
ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ໃຫ້ຮູ້ຕື່ມວ່າ: ໃນຕະຫລອດໄລຍະຜ່ານມາທົ່ວກອງບັນຊາການທະຫານແຂວງສະຫວັນນະເຂດ ເຫັນວ່າ ມີຄວາມສະຫງົບໂດຍພື້ນຖານ, ບັນດາສະຫາຍພະນັກງານ - ສະມາຊິກ ພັກຕະຫລອດຮອດນາຍ ແລະ ພົນທະຫານມີຄວາມອຸ່ນອ່ຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ການເມືອງ ຂອງຕົນ ພ້ອມກັນສຸມໃສ່ສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ, ຂອງ ພັກ ແລະ ກອງທັບ ຢ່າງເປັນຂະບວນການຟົດຟື້ນ ແລະ ມີຜົນງານອັນໃໝ່ ຕິດພັນກັບບັນດາມະຕິ, ຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ.
KPL