ສ.ອາເມລິກາ-ອູແກຣນ ປຶກສາຫາລື ກ່ຽວກັບ ແຜນການສັນຕິພາບ 28 ຈຸດ

25/11/2025 14:37
ຂປລ ທ່ານ ມາໂຄຣ ຮູບີໂອ(Marco Rubio) ລັດຖະມົນ ຕີການຕ່າງປະເທດ ສ.ອາເມລິກາ, ທ່ານ ແດນດີສຄໍລ(Dan Driscoll) ລັດ ຖະມົນຕີ ທະຫານບົກ ແລະ ທ່ານ ສະຕີ ວິດກໍຟ(Steve Witkoff) ທູດພິເສດ ຂອງທ່ານປະທານາທິບໍດີ ສ.ອາເມ ລິກາ ໂດນັນ ທຣຳ(Donald Trump) ໄດ້ມີໜ້າຢູ່ ນະຄອນ ເຊີແນວ, ປະເທດສະວິດ ເພື່ອປຶກສາຫາລືກັບ ບັນດາເຈົ້າ ໜ້າທີ່ ແຖວໜ້າຂອງ ອູແກຣນ ກ່ຽວກັບ ການປຶກສາຫາລື ແຜນການສັນຕິພາບ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ມາໂຄຣ ຮູບີໂອ(Marco Rubio) ລັດຖະມົນ ຕີການຕ່າງປະເທດ ສ.ອາເມລິກາ, ທ່ານ ແດນດີສຄໍລ(Dan Driscoll) ລັດ ຖະມົນຕີ ທະຫານບົກ ແລະ ທ່ານ ສະຕີ ວິດກໍຟ(Steve Witkoff) ທູດພິເສດ ຂອງທ່ານປະທານາທິບໍດີ ສ.ອາເມລິກາ ໂດນັນ ທຣຳ(Donald Trump) ໄດ້ມີໜ້າຢູ່ ນະຄອນ ເຊີແນວ, ປະເທດສະວິດ ເພື່ອປຶກສາຫາລືກັບ ບັນດາເຈົ້າໜ້າທີ່ ແຖວໜ້າຂອງ ອູແກຣນ ກ່ຽວກັບ ການປຶກສາຫາລື ແຜນການສັນຕິພາບ ໂດຍ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໃຫ້ສັດຕະຍາບັນ. ການພົບປະໄດ້ ດຳເນີນໃນສະພາບການ ອູແກຣນ ແລະ ບັນດາພັນທະມິດ ເອີຣົບ ອອກຖະແຫລງການ ສັນຕິພາບ 28 ຈຸດ ເຊິ່ງສ.ອາເມລິກາ ຍົກອອກມາ ເພື່ອແນໃສ່ ຢຸດຕິການທະຫະກັນ ລະຫວ່າງ ຣັດເຊຍ ແລະ ອູແກຣນ ແມ່ນປະນິປະນອມໃຫຍ່ໃຫ້ແກ່ຝ່າຍ ຣັດເຊຍ. ໂດຍຕອບສຳພາດຕໍ່ນັກຂ່າວ, ທ່ານ ລັດຖະມົນຕີການຕ່າງປະເທດ Marco Rubio ໄດ້ຕີລາຄາວ່າ ນີ້ແມ່ນການປຶກສາຫາລື ທີ່ມີປະສິດທິຜົນ ແລະ ມີຄວາມໝາຍທີ່ສຸດ ລະຫວ່າງ ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ອູແກຣນ. ຕາມທ່ານ ລັດຖະມົນຕີ ການຕ່າງປະເທດ Marco Rubio ແລ້ວ, ປັດຈຸບັນ ຍັງມີຫລາຍວຽກ ເຮັດງານທຳ ເຊິ່ງທັງຝ່າຍ ສ.ອາເມລິກາ ແລະ ອູແກຣນ ຕ້ອງສືບຕໍ່ ປຶກສາຫາລື ເພື່ອມຸ່ງໄປເຖິງ ຄວາມເຫັນດີ ເຫັນພ້ອມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top