ອົດສະຕຣາລີ ແລະ ອາຊຽນ ຮ່ວມກັນສົ່ງເສີມສັນຕິພາບ

19/11/2025 15:41
ຂປລ ຂປລ. ປະຊາຄົມອາຊີຕາເວັນອອກສ່ຽງໃຕ້ ລ້ວນແຕ່ເຂົ້າໃຈດີເຖິງຄຸນຄ່າຂອງສັນຕິພາບ ແລະ ຜົນກະທົບຂອງຂໍ້ຂັດແຍ່ງ. ການໃຊ້ຄວາມຮຸນແຮງ ແລະ ຄວາມບໍ່ສະຫງົບທໍາລາຍຊີວິດການເປັນຢູ່, ພາໃຫ້ປະຊາຊົນພັດພາກຖິ່ນຖານ ແລະ ຂັດຂວາງການເຕີບໂຕຂອງເສດຖະກິດ-ເປັນໄພນາບຂູ່ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຄວາມປອດໄພດ້ານພະລັງງານ, ເຮັດໃຫ້ເກີດຄວາມສ່ຽງຕໍ່ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງໃນໄລຍະຍາວ.

(ຄຳເຫັນຂອງທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ)

ທ່າມກາງບັນຍາກາດທີ່ມີຄວາມສະຫລັບຊັບຊ້ອນ, ມັນມີຄວາມຈໍາເປັນທີ່ຕ້ອງມີການນໍາພາ ແລະ ຮ່ວມມືກັນໃຫ້ຫລາຍຂຶ້ນ. ອາຊຽນແມ່ນຕົວຢ່າງອັນໜຶ່ງໃນເລື່ອງນີ້  ໂດຍຍົກສູງຄວາມເຊື່ອໝັ້ນ, ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງ, ແລະ ສ້າງເວທີການປຶກສາຫາລື.  ຍ້ອນແນວນີ້, ປະເທດອົດສະຕຣາລີ ຈຶ່ງສະໜັບສະໜູນຄວາມພະຍາຍາມເພື່ອເຮັດໃຫ້ກົນໄກການນໍາພາຂອງອາຊຽນສາມາດປ້ອງກັນຄວາມຂັດແຍ່ງກ່ອນທີ່ມັນຈະເກີດຂຶຶ້ນ.  ຍ້ອນແນວນີ້, ປະເທດອົດສະຕຣາລີ ຈຶ່ງໃຫ້ຄວາມສໍາຄັນເປັນບຸລິມະສິດແກ່ພາກພື້ນຂອງພວກເຮົາ, ການພົວພັນຂອງພວກເຮົາ, ແລະ ເຫັນດີກັບບັນດາຫລັກການທີ່ປົກປ້ອງພວກເຮົາທັງໝົດ.

ຖະແຫລງການຮ່ວມຂອງຜູ້ນໍາອາຊຽນ- ອົດສະຕຣາລີ ວ່າດ້ວຍການປ້ອງກັນຄວາມຂັດແຍ່ງ ແລະ ການຄຸ້ມຄອງວິກິດການໃນເວທີການປະຊຸມລະດັບພາກພື້ນທີ່ນໍາພາໂດຍອາຊຽນ (ໃນວັນທີ 28 ຕຸລາ 2025) ໄດ້ຢໍ້າຄືນການຮັບຮູ້ຂອງພວກຂ້າພະເຈົ້າວ່າ ສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນພວກເຮົາແມ່ນຂຶ້ນກັບຄວາມຮັບຜິດຊອບຮ່ວມກັນຂອງພວກເຮົາ. ມັນເປັນສັນຍານເຕືອນຢ່າງຈະແຈ້ງໃຫ້ຮູ້ວ່າໃນບັນຍາກາດທີ່ມີຄວາມທ້າທາຍເພີ່ມຂຶ້ນ, ພວກເຮົາໄດ້ເຕົ້າໂຮມກັນໂດຍເລືອກເອົາວິທີການປຶກສາຫາລືແກ້ໄຂການຜະເຊີນໜ້າ ແລະ ການຮ່ວມມືກັນເພື່ອແກ້ໄຂການແບ່ງແຍກ.

ຄວາມຂັດແຍ່ງເປັນສິ່ງທີ່ຫລີກເວັ້ນບໍ່ໄດ້ ຫລື ບໍ່ສາມາດຄວບຄຸມໄດ້ຖ້າວ່າມັນໄດ້ເລີ່ມຂຶ້ນແລ້ວ. ສໍາລັບປະເທດອົດສະຕຣາລີ ການປ້ອງກັນຄວາມຂັດແຍ່ງໝາຍເຖິງການສົ່ງເສີມໃຫ້ເຄົາລົບອໍານາດອະທິປະໄຕຂອງພາກພື້ນຂອງພວກເຮົາ, ແກ້ໄຂຄວາມຂັດແຍ່ງຢ່າງສັນຕິວິທີໂດຍສອດຄ່ອງກັບກົດໝາຍສາກົນ ແລະ ທຸກປະເທດ  ບໍ່ວ່າຈະເປັນປະເທດໃຫຍ່ ຫລື ນ້ອຍ ລ້ວນແຕ່ມີບົດບາດຮ່ວມກັນ. ສິ່ງນີ້ມັນຮຽກຮ້ອງໃຫ້ມີການສ້າງຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ, ຄວາມໂປ່ງໃສ ແລະ ມີເຄື່ອງມືທີ່ແທດເໝາະເພື່ອຫລຸດຜ່ອນຄວາມເຄັ່ງຕຶງ. ພວກເຮົາທັງໝົດມີບົດບາດໃນການສະແຫວງຫາສັນຕິພາບ.

ອາຊຽນ ແລະ ເວທີການຮ່ວມມື, ລວມທັງກອງປະຊຸມສຸດຍອດອາຊີຕາເວັນອອກລ້ວນມີຄວາມສໍາຄັນຕໍ່ຄວາມພະຍາຍາມນີ້. ກະບອກສຽງຂອງອາຊຽນມີເອກະລັກ ແລະ ມີຄວາມສຳຄັນ ພາໃຫ້ເກີດມີຫລາຍຮູບການ, ສ້າງຄວາມມຸ່ງຫວັງ ແລະ ມີອິດທິພົນຕໍ່ພຶດຕິກໍາຂອງປະເທດໃນພາກພື້ນນີ້  ແລະ ເປັນຮາກຖານຂອງວິທີການທີ່ແທດເໝາະເພື່ອຄວບຄຸມຄວາມເຄັ່ງຕຶງ ແລະ ສົ່ງເສີມຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ.

ຄວາມໝາຍໝັ້ນຂອງອາຊຽນເພື່ອໃຫ້ມີສັນຕິພາບ, ຄວາມໝັ້ນຄົງ ແລະ ເວທີປຶກສາຫາລື ແມ່ນສິ່ງສໍາຄັນຂອງວິໄສທັດຂອງອາຊຽນ. ຄວາມໝາຍໝັ້ນນີ້ສະແດງອອກໃຫ້ເຫັນດ້ວຍທັດສະນະຂອງອາຊຽນຕໍ່ພາກພື້ນ ອິນໂດ-ປາຊີຟິກ, ກົດບັດອາຊຽນ, ແລະ ຖະແຫລງການກົວລາລໍາເປີ ວ່າດ້ວຍ ອາຊຽນ 2045: ອະນາຄົດຮ່ວມກັນຂອງອາຊຽນ. ຈິດໃຈແບບດຽວກັນນີ້ຍັງສະແດງໃຫ້ເຫັນຢູ່ໃນສົນທິສັນຍາວ່າດ້ວຍສໍາພັນທະໄມຕີ ແລະ ການຮ່ວມມືຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຊຶ່ງຈະຄົບຮອບ 50 ປີໃນປີ 2026.

ໂດຍສືບສານຈາກພື້ນຖານທີ່ມີແລ້ວນີ້ ອົດສະຕຣາລີ ໄດ້ສຸມໃສ່ການນໍາພາທີ່ແທດເໝາະກັບຕົວຈິງ ແລະ ມີການຮ່ວມມືທີ່ເປັນຂໍ້ລິເລີ່ມຕ່າງໆ ເປັນຕົ້ນແມ່ນບັນດາກອງປະຊຸມສໍາມະນາປ້ອງກັນຄວາມຂັດແຍ່ງທີ່ຈັດຂຶ້ນຮ່ວມກັບອາຊຽນ ໂດຍມີການສະໜັບສະໜູນຮ່ວມກັນຂອງປະເທດ ອິນໂດເນເຊຍ ແລະ ມາເລເຊຍ. ຄວາມພະຍາຍາມເຫລົ່ານີ້ບໍ່ພຽງແຕ່ເປັນສັນຍານຂອງຄວາມເອົາໃຈໃສ່ເທົ່ານັ້ນ ແຕ່ຍັງເປັນການລົງທຶນໂດຍກົງເຂົ້າໃນການຮັດແໜ້ນໂຄງສ້າງຂອງອາຊຽນເພື່ອປ້ອງກັນຄວາມຂັດແຍ່ງ ແລະ ຄວບຄຸມວິກິດການກ່ອນທີ່ມັນຈະທະວີຄວາມຮຸນແຮງຂຶ້ນ. ອົດສະຕຣາລີ ບໍ່ພຽງແຕ່ສະໜັບສະໜູນປະຊາຄົມອາຊຽນດ້ານຫລັກການເທົ່ານັ້ນ ແຕ່ຍັງສະໜັບສະໜູນໃນດ້ານຕົວຈິງສໍາລັບບັນດາຫລັກການ ແລະ ຮູບການຕ່າງໆທີ່ເປັນພື້ນຖານຂອງຄວາມໝັ້ນຄົງຂອງພາກພື້ນແຫ່ງນີ້. ໃນນີ້ລວມທັງການສະໜັບສະໜູນອັນເຂັ້ມແຂງຂອງພວກເຮົາໃຫ້ແກ່ກອບວຽກນິຕິກໍາສາກົນ ຊຶ່ງລວມທັງສົນທິສັນຍາສະຫາປະຊາຊາດວ່າດ້ວຍກົດໝາຍທາງທະເລ (UNCLOS) ປີ 1982. ກອບວຽກນິຕິກໍາສາກົນເປັນຕົ້ນແມ່ນ UNCLOS ປີ 1982 ມີຄວາມສໍາຄັນເນື່ອງຈາກມັນຊ່ວຍຮັກສາແລວທາງເຂດແດນຂອງໂລກ ໃຫ້ໝັ້ນຄົງ ແລະ ປອດໄພ.

ໃນລະດັບສາກົນ, ອົດສະຕຣາລີ ຍັງສະໜັບສະໜູນການປະຕິບັດການອັນສໍາຄັນໃນການຮັກສາສັນຕິພາບ, ລວມທັງການຮ່ວມມືກັບປະເທດຫວຽດນາມ ທີ່ພວກຂ້າພະເຈົ້າໄດ້ເຮັດວຽກໄປຄຽງຄູ່ກັນໃນການສົ່ງບຸກຄະລາກອນໃຫ້ແກ່ໜ່ວຍງານຂອງສະຫາປະຊາຊາດທີ່ເຂົ້າໄປໃນບົດບາດສົ່ງເສີມສັນຕິພາບໃນປະເທດ ຊູດານໃຕ້  ໂດຍໄດ້ສະໜອງການຂົນສົ່ງທາງອາກາດ, ການຝຶກອົບຮົມ ແລະ ສະໜອງອຸປະກອນ. ໂດຍອີງຕາມພາລະບົດບາດຂອງອົດສະຕຣາລີ  ໃນຄະນະກໍາມະທິການຂອງສະຫາປະຊາຊາດເພື່ອສ້າງສັນຕິພາບ ພວກຂ້າພະເຈົ້າກໍາລັງສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບທີ່ມີຫລາຍຝ່າຍເຂົ້າຮ່ວມ ແລະ ສະໜັບສະໜູນຄວາມພະຍາຍາມຕ່າງໆເພື່ອປ້ອງກັນຄວາມຂັດແຍ່ງທັງຢູ່ໃນພາກພື້ນ ແລະ ໃນທົ່ວໂລກ. ຖະແຫລງການຂອງບັນດາຜູ້ນໍາແມ່ນການຮຽກຮ້ອງໃຫ້ມີການປະຕິບັດການ. ຄວາມຂັດແຍ່ງເປັນສີ່ງທີ່ຫລີກລ່ຽງບໍ່ໄດ້ແຕ່ສາມາດປ້ອງກັນບໍ່ໃຫ້ມັນເກີດຂຶ້ນແມ່ນການຮຽກຮ້ອງໃຫ້ມີການນໍາພາຮ່ວມກັນ, ຮຽກຮ້ອງການຮ່ວມມື, ແລະ ຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ. ຖະແຫລງການດັ່ງກ່າວສະແດງໃຫ້ເຫັນຄວາມໝາຍໝັ້ນອັນໜຶ່ງເພື່ອຜັນຂະຫຍາຍຫລັກການໃຫ້ເປັນມາດຕະການຕ່າງໆທີ່ຫລຸດຜ່ອນຄວາມສ່ຽງ, ເພີ່ມຄວາມໂປ່ງໃສ, ແລະ ສ້າງຄວາມທົນທານ. ອົດສະຕຣາລີ ມີຄວາມຕັ້ງໃຈປະກອບສ່ວນໃນຫົວຂໍ້ນີ້ເນື່ອງຈາກວ່າ ພວກຂ້າພະເຈົ້າເຫັນຄຸນຄ່າອັນໃຫຍ່ຫລວງຂອງສັນຕິພາບ ແລະ ເຂົ້າໃຈຄວາມເສຍຫາຍອັນມະຫາສານຂອງຄວາມຂັດແຍ່ງ. ຖ້າວ່າການແກ້ໄຂທາງການທູດບໍ່ສໍາເລັດບໍ່ມີພຽງແຕ່ສາຍພົວພັນເທົ່ານັ້ນທີ່ຈະໄດ້ຮັບຜົນກະທົບ ແຕ່ຍັງຈະມີການສູນເສຍຊີວິດ, ສູນເສຍຮູບແບບການດໍາລົງຊີວິດ ແລະ ຂາດຄວາມຈະເລີນຮຸ່ງເຮືອງນຳ. ໃນເວລາທີ່ໂລກປະສົບບັນຫາ ອົດສະຕຣາລີ ຈະສຶບຕໍ່ຮັກສາຄວາມສະເໝີຕົ້ນສະເໝີປາຍໃນການສະໜັບສະໜູນສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການເຕີບໃຫຍ່ຂອງປະຊາຄົມອາຊຽນໄປພ້ອມໆກັນ.

KPL

ຂ່າວອື່ນໆ

ads
ads

Top