ຂປລ
ຂປລ. ເມືອງທຸລະຄົມ ເປັນເມືອງໜຶ່ງໃນ 11 ເມືອງຂອງແຂວງວຽງຈັນ ທີ່ມີສະຖານທີ່ທ່ອງທ່ຽວສວຍງາມ, ມີຊື່ສຽງຫລາຍແຫ່ງໜ້າໄປທ່ອງທ່ຽວ, ເນື່ອງຈາກມີທໍາມະຊາດຫລາຍຢ່າງເອື້ອອຳນວຍ ເປັນຕົ້ນ ທໍາມະຊາດພູເຂົາຄວາຍ, ອ່າງນໍ້າງື່ມ ແລະ ສາຍນໍ້າງື່ມ ເປັນທ່າແຮງສໍາຄັນ ໃຫ້ແກ່ການພັດທະນາການທ່ອງທ່ຽວ ແລະ ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມເປັນຈຳນວນຫລວງຫລາຍ.

ຂປລ. ເມືອງທຸລະຄົມ ເປັນເມືອງໜຶ່ງໃນ 11 ເມືອງຂອງແຂວງວຽງຈັນ ທີ່ມີສະຖານທີ່ທ່ອງທ່ຽວສວຍງາມ, ມີຊື່ສຽງຫລາຍແຫ່ງໜ້າໄປທ່ອງທ່ຽວ, ເນື່ອງຈາກມີທໍາມະຊາດຫລາຍຢ່າງເອື້ອອຳນວຍ ເປັນຕົ້ນ ທໍາມະຊາດພູເຂົາຄວາຍ, ອ່າງນໍ້າງື່ມ ແລະ ສາຍນໍ້າງື່ມ ເປັນທ່າແຮງສໍາຄັນ ໃຫ້ແກ່ການພັດທະນາການທ່ອງທ່ຽວ ແລະ ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມເປັນຈຳນວນຫລວງຫລາຍ.

ທ່ານ ຄໍາພອນ ຈັນທະວົງສັກ ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວ ເມືອງທຸລະຄົມ ໄດ້ໃຫ້ຮູ້ວ່າ: ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາການທ່ອງທ່ຽວ ຊຶ່ງໄດ້ຮັບຮອງຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງເມືອງ ຕິດພັນກັບແຜນຍຸດທະສາດ ພັດທະນາການທ່ອງທ່ຽວ ຂອງພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວແຂວງວຽງຈັນວາງອອກ ໃຫ້ເປັນຮູບປະທໍາ ໄປຕາມຈັງຫວະຂອງການພັດທະນາ. ອົງການປົກຄອງເມືອງທຸລະຄົມ ໄດ້ຖືເອົາວຽກງານທ່ອງທ່ຽວ ເປັນຂະແໜງການສໍາຄັນ ເພື່ອຂັບເຄື່ອນ, ຍູ້ແຮງເສດຖະກິດ-ສັງຄົມ, ແກ້ໄຂວຽກເຮັດງານທໍາ, ກະຈາຍລາຍໄດ້ສູ່ຊຸມຊົນ ແລະ ຜົນໄດ້ຮັບອື່ນໆຈາກວຽກງານການທ່ອງ ທ່ຽວ. ເຖິງແນວໃດກໍດີ, ໄລຍະລະດູແລ້ງ ແລະ ໄລຍະອາກາດໜາວປີນີ້ ຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ ໄດ້ລົງຕິດຕາມຊຸກຍູ້ບັນດາຫົວໜ່ວຍຜູ້ປະກອບການ ບໍລິການດ້ານການທ່ອງທ່ຽວ ເປັນຕົ້ນ ຣີສອດ, ຮ້ານອາຫານ, ໂຮງແຮມ, ເຮືອນພັກ, ຮ້ານກິນດື່ມ, ຮ້ານບັນເທີງ ແລະ ກຸ່ມນໍາທ່ຽວ ໃຫ້ເອົາໃຈໃສ່ປັບປຸງພັດທະນາທຸລະກິດຂອງຕົນ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວໃຫ້ຫລາຍຂຶ້ນ ພ້ອມທັງປັບປຸງການບໍລິການລູກຄ້າໃຫ້ວ່ອງໄວ, ບໍລິການອາຫານສະອາດປອດໄພຕໍ່ສຸຂະພາບ, ນໍາສະເໜີ ແລະ ບໍລິການອາຫານພື້ນບ້ານທີ່ເປັນເອກະລັກ, ຕ້ອນຮັບນັກທ່ອງທ່ຽວດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ, ປັບປຸງສິ່ງອຳນວຍຄວາມສະດວກອື່ນໆ ໃຫ້ແກ່ນັກທ່ອງທ່ຽວ; ເອົາໃຈໃສ່ໃນການປະຕິບັດໂມງເວລາເປີດ-ປິດບໍລິການ; ການຄວບຄຸມສຽງເນືອງນັນ; ຈໍາກັດແກ້ໄຂປະກົດການຫຍໍ້ທໍ້ທຸກຮູບແບບຕິດພັນກັບວຽກທ່ອງທ່ຽວ; ຮັບປະກັນຄວາມປອດໄພຂອງລູກຄ້າ; ການຮ່ວມມືກັບພາກສ່ວນກ່ຽວຂ້ອງ-ຊ່ວຍເຫລືອສັງຄົມ; ການອອກອະນຸຍາດ, ຕໍ່ອະນຸຍາດດຳເນີນທຸລະກິດໃຫ້ຖືກຕ້ອງຄົບຖ້ວນ, ການເສຍພັນທະ-ອາກອນ ແລະ ອື່ນໆ.

ພ້ອມນີ້, ສະຖານທີ່ທ່ອງທ່ຽວທີ່ກໍາລັງເປັນທີ່ນິຍົມໃນປັດຈຸບັນໄດ້ແກ່ ແຫລ່ງທ່ອງທ່ຽວແດນສະຫວັນນໍ້າງື່ມຣີສອດ, ຮ້ານອາຫານເສື່ອປ່າຣີເວີ້ໄຊ້, ຣີສອດສວນເສືອປ່າ, ທ່ອງທ່ຽວທໍາມະຊາດ ຕາດຊາວວາ ບ້ານພູເກົ້ານາງ ຊົມວິຖີຊີວິດຊົນເຜົ່າອິ້ວມ່ຽນ, ກິດຈະກໍາທ່ອງທ່ຽວຍ່າງປ່າ, ນອນກາງເຕັ້ນ, ຊົມທິວທັດ ແລະ ກາບໄຫວ້ພະພຸດທະຮູບຫີນເກົ່າແກ່ສະໄໝບູຮານ ຢູ່ຈຸດຊົມທິວທັດພູຜາໄດ, ຜາດ່າງຊາຍແດນເຊື່ອມຕໍ່ເມືອງແກ້ວອຸດົມ ແລະ ເມືອງລ້ອງຊານ; ຍ່າງປ່າ, ນອນກາງເຕັ້ນ, ທ່ອງທ່ຽວປ່າແປກ, ທໍາມະຊາດຜາງອຍພູເຂົາຄວາຍບ້ານວັງເຮືອ; ຊີມອາຫານ, ຕາກອາກາດ ແລະ ຊົມຕາເວັນຕົກດິນທໍາມະຊາດອ່າງນໍ້າປອດ ແລະ ອື່ນໆ. ສໍາລັບເຂດເທສະບານເມືອງ ກໍມີຮ້ານອາຫານສວນເບຍບ້ານເກິນ, ຮ້ານອາຫານແຄມງື່ມ ບ້ານເກິນໃຕ້, ຮ້ານອາຫານສາລາເບຍ, ຮ້ານອາຫານກົມມາລີ, ຮ້ານອາຫານຕໍໃຫຍ່, ຮ້ານອາຫານ 3 ໃຈ, ຮ້ານອາຫານໃຈສັ່ງມາ, ຮ້ານບັນເທີງໄທເກີ້ພັບ, ຣີແລັກພັບ ແລະ ຮ້ານອາຫານອື່ນອີກຫລາຍແຫ່ງ ຊຶ່ງປັດຈຸບັນທົ່ວເມືອງມີເຮືອນພັກທັງໝົດ 40 ແຫ່ງ ແລະ ຮ້ານອາຫານ 27 ແຫ່ງ ໄວ້ຄອຍບໍລິການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
KPL