ປະກາດມອບຮັບໜ້າທີ ລະຫວ່າງເຈົ້າແຂວງ ແລະ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ

24/11/2025 12:24
ຂປລ ພິທີປະກາດມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ ແລະ ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງຈຳປາສັກ ເປັນປະທານຄະນະກຳມະການປົກຄອງແຂວງຈໍາປາສັກ.

      ຂປລ. ພິທີປະກາດມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ ແລະ ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງຈຳປາສັກ ເປັນປະທານຄະນະກຳມະການປົກຄອງແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 21 ພະຈິກ 2025 ໂດຍມີ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກນະຄອນ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

     ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ລາຍງານການນຳພາ-ຊີ້ນຳວຽກງານຮອບດ້ານ ໃນໄລຍະທີ່ຜ່ານມາວ່າ: ໄລຍະທີ່ນຳພາ- ຊີ້ນຳວຽກງານຮອບດ້ານຢູ່ແຂວງຈໍາປາສັກ ຜ່ານມາ, ສາມາດຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມ ແລະ ບໍລິເວນຊາຍແດນ ອັນເປັນເງື່ອນໄຂເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາ; ສຸມໃສ່ການພັດທະນາເສດຖະກິດຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕິດພັນກັບການອະນຸລັກຮັກສາເສີມຂະຫຍາຍ ວັດທະນະທໍາອັນດີງາມຂອງຊາວ ແຂວງຈໍາປາສັກ ແລະ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອເຮັດໃຫ້ການພັດທະນາໄປຕາມທິດສີຂຽວຍືນຍົງ ແລະ ຕາມທິດ ເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່; ປັດຈຸບັນ, ຄະນະພັກ-ອົງການປົກຄອງແຂວງ ກໍາລັງສຸມໃສ່ 11 ວຽກຈຸດສຸມ 1 ທິດ ໃນການນໍາພາໃນ 5 ປີຕໍ່ໜ້າຄື: ສຸມໃສ່ຄໍາຂວັນ 5 ຂໍ້ (ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເສີມຂະຫຍາຍກໍາລັງແຮງສັງລວມສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງແຂງ ແຮງ, ສ້າງແຂວງຈໍາປາສັກ ເປັນ ສູນກາງພັດທະນາຂອງພາກໃຕ້ ເຮັດໃຫ້ປວງປະຊາຢູ່ດີກິນດີ); ປະ ຕິບັດຕາມ 4 ທິດທາງໃຫຍ່, 11 ຈຸດສຸມ ແລະ 5 ມາດຕະການ; ນໍາ ພາເຜີຍແຜ່ເຊື່ອມຊຶມ ແລະ ຜັນ ຂະຫຍາຍມະຕິ ແລະ ນິຕິກຳຂອງ ສູນກາງ, ຂອງແຂວງ; ໄດ້ນໍາພາປັບປຸງການຈັດຕັ້ງແຕ່ລະພາກສ່ວນ ແລະ ແຕ່ຮາກຖານຂຶ້ນມາຕິດພັນກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກຕາມຄໍາສັ່ງເລກທີ 411/ ກມສພ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ອັນສໍາຄັນ ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ໄດ້ຕາມກໍານົດເວລາ; ພາປັບປຸງແບບແຜນເຮັດວຽກໃຫ້ແທດເຖິງຮາກຖານ ແທດເຖິງຕົວຈິງ ແລະ ແບບແຜນດໍາລົງຊີວິດປອດໃສ, ໃກ້ຊິດມະຫາຊົນຢ່າງຖືກຕ້ອງເພື່ອເຕົ້າໂຮມ, ສຶກສາອົບຮົມ ແລະ ດຶງກໍາລັງແຮງມາປະຕິບັດແຜນພັດທະນາ; ນໍາພາແກ້ໄຂຜົນການກວດກາ ແລະ ກວດສອບພ້ອມໄດ້ປະຕິບັດ ວິໄນຂັ້ນຕ່າງໆຕໍ່ພະນັກງານຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ອັນພົ້ນເດັ່ນກວ່າໝູ່ໃນ ໄລຍະ 5 ປີຜ່ານມາເສດຖະກິດຂອງ ແຂວງ ມີການຂະຫຍາຍຕົວຕໍ່ເນື່ອງ,ລວມຍອດຜະລິດຕະພັນພາຍໃນ ຫລື GDP ສະເລຍ 5 ປີ ລະດັບ 5,45%, ຮັບສະເລ່ຍລາຍຮັບຕໍ່ຫົວ ຄົນ ບັນລຸ 51 ລ້ານກີບ ຫລື ເທົ່າກັບ 2.424 ໂດລາສະຫະລັດ, ສາມາດ ຈັດເກັບ ລາຍຮັບເຂົ້າງົບປະມານ ທັງໝົດ 11 ພັນຕື້ກວ່າກີບ, ກວມອົາ 6,8% ຂອງ GDP ສະເລ່ຍ ແຕ່ລະປີເພີ່ມຂຶ້ນເຮັດໃຫ້ແຂວງລື່ນແຜນ 3 ປີຊ້ອນ, ເປັນແຂວງເກີນດຸນງົບປະມານ ແລະ ດຸ່ນດ່ຽງຊ່ວຍໜູນໃຫ້ສູນກາງ 758 ຕື້ກວ່າກີບ, ພ້ອມທັງສາມາດແກ້ໄຂບັນຫາໜ້ີສິນ 804 ຕື້ກວ່າກີບ ແລະ ມີແຫລ່ງ ທຶນເພື່ອພັດທະນາ, ນໍາພາແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ- ການເງິນເຮັດໃຫ້ເກີດມີຕົວແບບຜະລິດຕະພັນທີ່ພົ້ນເດັ່ນຫລາຍຢ່າງ ເພີ່ມຂຶ້ນ, ສາມາດຜະລິດເປັນສິນຄ້າກຸ້ມຕົນເອງ 188 ຜະລິດຕະພັນ, ສົ່ງອອກ 18 ຜະລິດຕະພັນ, ມີສິນຄ້າໂອດັອບ 150 ຜະລິດຕະພັນ, ສ້າງເປັນແບຣນ ຫລື ຍີ້ຫໍ້ຂອງຕົນເອງ 40 ຜະລິດຕະພັນເຮັດໃຫ້ແຂວງ ເປັນແຂວງເກີນດຸນການຄ້າ.

   ໃນພິທີ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 704/ນຍ, ລົງ ວັນທີ 14 ພະຈິກ 2025 ວ່າດ້ວຍການແຕ່ງຕັ້ງປະທານຄະນະກຳມະການປົກຄອງແຂວງຈຳປາສັກ ໂດຍແຕ່ງຕັ້ງ ທ່ານ ສຸກສະຫວັນ ວິໄລວົງ ເປັນປະທານຄະນະກຳມະການປົກຄອງແຂວງຈໍາປາສັກ. ຈາກນັ້ນ, ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານເຈົ້າແຂວງ ແລະ ປະທານ ຄະນະກຳມະການປົກຄອງ ແຂວງຈຳປາສັກ ຢ່າງເປັນທາງການ.

     ໃນໂອກາດນີ້, ທ່ານ ນາງ ປານີ ຢາທ່ໍຕູ້ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ ເພື່ອເແນທິດທາງໃນການເຮັດໜ້າທີ່ນຳພາ-ຊ້ີນຳ ຕາມພາລະບົດບາດຂອງປະທານຄະນະກຳມະການປົກຄອງແຂວງຢ່າງມີຜົນສໍາເລັດ ປະກອບສ່ວນເຮັດໃຫ້ແຂວງຈໍາປາສັກ ມີການ ພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ.

KPL

ຂ່າວອື່ນໆ

ads
ads

Top