ສສ ຫວຽດນາມ ສະເໜີ ຈີ 20 ນຳໜ້າໃນການສ້າງຊຸດ ມາດຕະຖານ ການຄຸ້ມຄອງ ປັນຍາປະດິດ

25/11/2025 14:44
ຂປລ ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ຈີ 20(G20) ນຳໜ້າໃນການສ້າງຊຸດ ມາດຕະຖານ ຄຸ້ມຄອງ ປັນຍາປະດິດ(AI) ຢ່າງສະເໝີພາບ, ໂປ່ງໃສ, ກວມລວມ ແລະ ມະນຸດສະທຳ, ຖືມະນຸດເປັນໃຈກາງ; ໜູນ ຊ່ວຍບັນດາປະເທດ ພັດທະນາ ສ້າງພື້ນຖານໂຄງລ່າງ ດີຈີຕອນ, ຖານຂໍ້ມູນ, ລະບົບນິເວດເຕັກໂນໂລຊີ, ຄຸ້ມຄອງ ແລະ ຂຸດຄົ້ນ ປັນຍາປະດິດ ເພື່ອການພັດທະນາປອດໄພ, ກວມລວມ ແລະ ຍືນຍົງ.

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ຈີ 20(G20) ນຳໜ້າໃນການສ້າງຊຸດ ມາດຕະຖານຄຸ້ມຄອງ ປັນຍາປະດິດ(AI) ຢ່າງສະເໝີພາບ, ໂປ່ງໃສ, ກວມລວມ ແລະ ມະນຸດສະທຳ, ຖືມະນຸດເປັນໃຈກາງ; ໜູນຊ່ວຍບັນດາປະເທດ ພັດທະນາ ສ້າງພື້ນຖານໂຄງລ່າງ ດີຈີຕອນ, ຖານຂໍ້ມູນ, ລະບົບນິເວດເຕັກໂນໂລຊີ, ຄຸ້ມຄອງ ແລະ ຂຸດຄົ້ນ ປັນຍາປະດິດ ເພື່ອການພັດທະນາປອດໄພ, ກວມລວມ ແລະ ຍືນຍົງ. ພາຍຫລັງ ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ວາລະປຶກສາຫາລືທີ 3 ຂອງກອງປະຊຸມ ສຸດຍອດ G20 ດ້ວຍຫົວຂໍ້ “ອະນາຄົດສະເໝີພາບ ແລະ ຍຸຕິທຳໃຫ້ທຸກໆຄົນ”, ໂດຍມີ ທ່ານ ຊີຣີລ ຣາມາ ໂພຊາ(Cyril Rama phosa) ປະທານາທິບໍດີ ອາຟຣິກາໃຕ້, ປະທານ G20 ປີ 2025, ເປັນປະທານ. ໃນໂກາດນີ້ ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ແບ່ງປັນບຸລິມະສິດ ຍຸດທະສາດ ສ້າງການພົວພັນ ຄູ່ຮ່ວມມື ດ້ານຊັບພະຍາກອນ ແຮ່ທາດ ຍຸດທະສາດ ຢ່າງຍຸຕິທຳ, ສະເໝີພາບ, ສະຖຽນລະພາບ, ໂປ່ງໃສ “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ”; ສ້າງບາດກ້າວບຸກທະລຸ ກ່ຽວກັບການບຳລຸງສ້າງ ແຫລ່ງຊັບພະຍາກອນມະນຸດ ມີຄຸນນະພາບສູງ ຕິດພັນກັບ ການພັດທະນາ ຕະຫລາດ ວຽກເຮັດງານທຳ ທັນສະໄໝ, ມີປະສິດຜົນ, ຍືນຍົງ; ສ້າງ ແລະ ພັດທະນາ ລະບົບນິເວດ ປັນຍາປະດິດ ເພື່ອມະນຸດ ແຕ່ບໍ່ອາດປ່ຽນແທນມະນຸດ./.

 (ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ


KPL

ຂ່າວອື່ນໆ

ads
ads

Top