ຂປລ
ນັບແຕ່ ການພົບປະກັນ ຢູ່ນະຄອນບູຊານຂອງ ສ.ເກົາຫລີ ເປັນຕົ້ນມາ, ການພົວພັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ ໂດຍລວມຂະຫຍາຍຕົວ ໄປສູ່ທິດທາງ ທີ່ດີຂຶ້ນ ຢ່າງໜັກແໜ້ນ ແລະ ໄດ້ຮັບການຕອບຮັບ ຢ່າງກວ້າງຂວາງ ຈາກສອງປະເທດ ແລະ ປະຊາຄົມໂລກ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 24 ພະຈິກນີ້, ທ່ານ ສີ ຈິ້ນຜິງ ປະທານ ປະເທດແຫ່ງ ສປ ຈີນ ໄດ້ສົນທະນາ ຜ່ານທາງໂທລະສັບກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ. ທ່ານ ສີ ຈິ້ນຜິງ ກ່າວວ່າ: ນັບແຕ່ ການພົບປະກັນ ຢູ່ນະຄອນບູຊານຂອງ ສ.ເກົາຫລີ ເປັນຕົ້ນມາ, ການພົວພັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ ໂດຍລວມຂະຫຍາຍຕົວ ໄປສູ່ທິດທາງ ທີ່ດີຂຶ້ນ ຢ່າງໜັກແໜ້ນ ແລະ ໄດ້ຮັບການຕອບຮັບ ຢ່າງກວ້າງຂວາງ ຈາກສອງປະເທດ ແລະ ປະຊາຄົມໂລກ. ພຶດຕິກຳ ຕົວຈິງພິສູດ ໃຫ້ເຫັນອີກ ເທື່ອໜຶ່ງວ່າ: ສປ ຈີນ ແລະ ສ.ອາເມລິກາ “ຮ່ວມມືກັນ ຈະສ້າງຜົນປະໂຫຍດ ເຊິ່ງກັນ ແລະ ກັນ ແລະ ການຕໍ່ສູ້ກັນ ຈະທຳລາຍ ຜົນປະໂຫຍດ ເຊິ່ງກັນ ແລະ ກັນ” ເປັນຄວາມຮູ້ທົ່ວໄປ ທີ່ຖືກພິສູດມາ ຫລາຍເທື່ອແລ້ວ, ສປ ຈີນ ແລະ ສ.ອາເມລິກາ “ສ້າງຜົນປະໂຫຍດ ໃຫ້ແກ່ກັນ ແລະ ຈະເລີນຮຸ່ງເຮືອງຮ່ວມກັນ” ແມ່ນສະພາບຕົວຈິງ ທີ່ສາມາດເຫັນໄດ້ ແລະ ຈັບຕ້ອງໄດ້. ສອງຝ່າຍ ຄວນຮັກສາທ່າອຽງ ດັ່ງກ່າວ, ຍຶດໝັ້ນທິດທາງ ທີ່ຖືກຕ້ອງ, ປະຕິບັດຕາມທ່າທີ ທີ່ສະເໝີພາບກັນ, ເຄົາລົບເຊິ່ງກັນແລະກັນ ແລະ ສ້າງຜົນປະໂຫຍດໃຫ້ແກ່ກັນ, ເປີດກວ້າງຂົງເຂດ ການຮ່ວມມື ແລະ ຫລຸດຜ່ອນ ບັນຫາທີ່ຍັງຄົງຄ້າງ ຢູ່ໃຫ້ໜ້ອຍລົງ, ພະຍາຍາມຍາດ ເອົາຄວາມຄືບໜ້າ ທີ່ຕັ້ງໜ້າ ຫລາຍກວ່າເກົ່າ, ເປີດພື້ນທີ່ ການຮ່ວມມືໃໝ່ ໃຫ້ແກ່ ການພົວພັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ ເພື່ອສ້າງຜົນປະໂຫຍດ ໃຫ້ແກ່ ປະຊາຊົນສອງຊາດ ແລະ ປະຊາຊົນທົ່ວໂລກ ໃຫ້ໄດ້ຫລາຍກວ່າເກົ່າ. ທ່ານ ສີ ຈິ້ນຜິງ ໄດ້ບັນຍາຍຫລັກໝັ້ນຂອງ ສປ ຈີນ ໃນບັນຫາໄຕ້ຫວັນ ແລະ ກ່າວເນັ້ນໜັກວ່າ: ໄຕ້ຫວັນ ກັບຄືນສູ່ ສປ ຈີນ ແມ່ນເປັນພາກສ່ວນສຳຄັນ ໃນລະບຽບສາກົນ ຫລັງສົງຄາມໂລກ ຄັ້ງທີ 2. ສປ ຈີນ ແລະ ສ.ອາເມລິກາ ເຄີຍຄຽງບ່າຄຽງໄຫລ່ ຕໍ່ຕ້ານລັດທິຟາດຊິດ ແລະ ລັດທິຂຸນເສິກ. ປັດຈຸບັນ, ສອງຝ່າຍຍິ່ງ ຄວນຮ່ວມກັນ ປົກປ້ອງໝາກຜົນແຫ່ງໄຊຊະນະ ໃນສົງຄາມໂລກ ຄັ້ງທີ 2 ໃຫ້ດີ. ທ່ານ ໂດນັນ ທຣຳ ກ່າວວ່າ: ການພົບປະກັນ ລະຫວ່າງ ສອງຝ່າຍ ຢູ່ນະຄອນບູຊານ ແມ່ນເຕັມໄປດ້ວຍ ຄວາມມ່ວນຊື່ນ, ພ້ອມທັງ ເຫັນດີເຫັນພ້ອມ ຕໍ່ການພົວພັນ ລະຫວ່າງ ສອງປະເທດ. ໂດຍສອງຝ່າຍ ຄວນຈັດຕັ້ງປະຕິບັດ ຄວາມເຫັນ ທີ່ເປັນເອກະພາບກັນ ທີສຳຄັນໃນການພົບປະ ທີ່ນະຄອນບູຊານ ຢ່າງຮອບດ້ານ. ສປ ຈີນ ໄດ້ເສີມຂະຫຍາຍບົດບາດ ສຳຄັນ ໃນການຍາດເອົາ ໄຊຊະນະ ໃນສົງຄາມໂລກ ຄັ້ງທີ 2 ແລະ ສ.ອາເມລິກາເຂົ້າໃຈ ຄວາມສຳຄັນ ຂອງບັນຫາໄຕ້ຫວັນ ທີ່ມີຕໍ່ ສປ ຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL