ສິດທິເດດ ຄວ້າຫລຽນຄໍາ ສະນຸກເກີ 6 ແດງດ່ຽວຊາຍ ໃຫ້ແຂວງສະຫວັນນະເຂດ

20/11/2025 12:38
ຂປລ ຂປລ.ການແຂ່ງຂັນສະນຸກເກີ 6 ແດງ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ໃນວັນທີ 19 ພະຈິກ 2025

ຂປລ.ການແຂ່ງຂັນສະນຸກເກີ 6 ແດງ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII  ທີ່ນະຄອນຫລວງວຽງຈັນ  ໃນວັນທີ 19 ພະຈິກ 2025 ທີ່ສະໂມສອນເດິຄິງສະນຸກເກີຄຣັບ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເປັນການແຂ່ງສະນຸກເກີ ປະເພດດ່ຽວຊາຍ 6 ແດງ ຮອບຊີງຊະນະເລີດ ລະຫວ່າງ ທ້າວ ສິດທິເດດ ສັກບ໋ຽງ ຈາກແຂວງສະຫວັນນະເຂດ ພົບ ທ້າວ ພະອາທິດ ກໍສະພານຄໍາ ຈາກກະຊວງປ້ອງກັນປະເທດ.

ຜ່ານການແຂ່ງຂັນ ສະນຸກເກີີ 6 ແດງ (ດ່ຽວຊາຍ) ມີທັງໝົດ 7 ທີມ 14 ຄົນ ຜົນປາກົດວ່າ:  ທ້າວ ສິດທິເດດ ສັກບ່ຽງ ຈາກແຂວງສະຫວັນນະເຂດ ຍັງຮັກສາການຫລິ້ນໄດ້ເປັນຢ່າງດີ ໂດຍການເອົາຊະນະ ທ້າວ ພະອາທິດ ກໍສະພານຄໍາ ຈາກກະຊວງປ້ອງກັນປະເທດ ໄປໄດ້ດ້ວຍຄະແນນ 5 ຕໍ່ 2 ເຟຣມ ຄວ້າຫລຽນຄໍາ ໃຫ້ກັບແຂວງສະຫວັນນະເຂດ ຊຶ່ງ ລຽນເງິນ ເປັນຂອງທ້າວ ພະອາທິດ ກໍສະພານຄໍາ ແລະ ຫລຽນທອງຮ່ວມ ໄດ້ແກ່ ທ້າວ ພອນສະຫວັນ ຊາພັກດີ ຈາກນະຄອນຫລວງວຽງຈັນ ແລະ ທ້າວ ດາວພະຈັນ ພຸດທະບັນດິດ ຈາກແຂວງຄຳມ່ວນ.

ການແຂ່ງຂັນສະນຸກເກີ ໃນງານມະຫະກຳກິລາແຫ່ຊາດ ຄັ້ງທີ XII ມີ 5 ແຂວງ 1 ນະຄອນຫລວງວຽງຈັນ ແລະ 1 ກະຊວງເຂົ້າຮ່ວມ ຊຶ່ງປະກອບມີແຂວງຈຳປາສັກ, ສະຫວັນນະເຂດ, ອຸດົມໄຊ, ຄຳມ່ວນ, ວຽງຈັນ, ນະຄອນຫລວງວຽງຈັນ ແລະ ກະຊວງປ້ອງກັນປະເທດ ມີນັກເຂົ້າຮ່ວມທັງໝົດ 33 ຄົນ, ມີ 5 ປະເພດຄື: ປະເພດ 6 ແດງ ດ່ຽວຊາຍ 6 ແດງຄູ່ຊາຍ 15 ແດງ ດ່ຽວຊາຍ 15 ແດງ ທີມ ແລະ 15 ແດງ ຊາຍຄູ່ ຊຶ່ງຈະດໍາເນີນການແຂ່ງຂັນວັນທີ 16-23 ພະຈິກ 2025 ທີ່ສະໂມສອນເດິຄິງສະນຸກເກີຄຣັບ. ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

ads
ads

Top