ຂປລ
ຫລາຍກວ່າ 80 ປະເທດໄດ້ສະໜັບສະໜູນ ຂໍ້ສະເໜີ ຂອງ ບຣາຊິນ ກ່ຽວກັບ ການເຈລະຈາ "ແຜນການ" ດຳເນີນ ການລົບລ້າງ ເຊື້ອເພີງຟອກຊິວ ຢູ່ໃນກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມ ກອບສົນທິສັນຍາ ຂອງ ສປຊ
ຂປລ. ວິທະຍຸກະຈາຍສຽງ ແຫ່ງຊາດ ຫວຽດນາມ ລາຍງານວ່າ: ວັນທີ 18 ພະຈິກ, ຫລາຍກວ່າ 80 ປະເທດໄດ້ສະໜັບສະໜູນ ຂໍ້ສະເໜີ ຂອງ ບຣາຊິນ ກ່ຽວກັບ ການເຈລະຈາ "ແຜນການ" ດຳເນີນ ການລົບລ້າງ ເຊື້ອເພີງຟອກຊິວ ຢູ່ໃນກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມ ກອບສົນທິສັນຍາ ຂອງສປຊ ກ່ຽວກັບ ການປ່ຽນແປງ ຂອງດິນຟ້າອາກາດ (COP30) ເຊິ່ງພວມດຳເນີນ ຢູ່ນະຄອນ Belem (ບຣາຊິນ).
ຄຽງຄູ່ກັນນັ້ນ ຍັງມີບາງປະເທດ ຮຽກຮ້ອງໃຫ້ ຍົກສູງ ຄວາມຄາດຫວັງ ເຈລະຈາ ແລະ ແກ້ໄຂ ສາຍເຫດຕົ້ນຕໍຂອງ ການປ່ຽນແປງ ດິນຟ້າອາກາດ ໄດ້ເພີ່ມຂຶ້ນຫລາຍ ພໍສົມຄວນ ໃນຊຸມວັນຜ່ານມາ. ບັນຍາກາດ ຟົດຟື້ນດັ່ງກ່າວ ໄດ້ສະແດງໃຫ້ເຫັນ ຢ່າງຈະແຈ້ງ ໃນກອງປະຊຸມ ຖະແຫລ່ງຂ່າວ ທີ່ໄດ້ດຳເນີນໃນວັນດຽວກັນ, ດ້ວຍການເຂົ້າຮ່ວມຂອງ ບັນດາລັດຖະມົນຕີ ທີ່ມາຈາກ ໂກໂລມບີ, ແອັດສະປາຍ, ອັງກິດ, ເຄນຢາ, ເຢຍລະມັນ, ຊູແອັດ ແລະ ນອກແວ, ເຊິ່ງເປັນປະເທດ ຜະລິດ ນ້ຳມັນ-ອາຍແກັດ ຂະໜາດໃຫຍ່. ທ່ານ ລູລາ ດາ Lula da Silva ປະທານາທິບໍດີ ບຣາຊິນ ໄດ້ຍົກອອກ ແນວຄວາມຄິດ ສ້າງແຜນການ ໃນວາລະໄຂ ກອງປະຊຸມ COP30 ແລະ ນີ້ຖືແມ່ນບຸລິມະສິດ ແຖວໜ້າ ໃນໂຄງການດຳເນີນງານ ຂອງກອງປະຊຸມ. /

KPL