ສປ ຈີນ ໄດ້ສ້າງເຄືອຂ່າຍ ຕິດຕາມສິ່ງແວດລ້ອມ ນິເວດຂະໜາດໃຫຍ່ ທີ່ສຸດໃນໂລກ

25/11/2025 13:15
ຂປລ ນັບ​ມາ​ຮອດ​ ປັດ​ຈຸ​ບັນ, ສະ​ຖາ​ນີ​ຕິດ ​ຕາມ​ສິ່ງ​ແວດ​ລ້ອມ​ນິ​ເວດ ທີ່​ພາກ​ສ່ວນ​ ສິ​ເວດ​ວິ​ທະ​ຍາ ​ແລະ ສິ່ງ​ແວດ​ລ້ອມ​​ຈີນ​ ຈັດ​ວາງ ແລະ ຕິດ​ຕາມ​ໂດຍ​ກົງ​ນັ້ນ ​ມີຫລາຍກວ່າ 33.000 ແຫ່ງ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ແຫລ່ງ​ຂ່າວ​ ຈາກ​ກະ​ຊວງ ນິ​ເວດ​ວິ​ທະ​ຍາ​ ແລະ​ ສິ່ງ​ແວດ​ລ້ອມ​ຈີນ ​ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ​ ປັດ​ຈຸ​ບັນ, ສະ​ຖາ​ນີ​ຕິດ ​ຕາມ​ສິ່ງ​ແວດ​ລ້ອມ​ນິ​ເວດ ທີ່​ພາກ​ສ່ວນ​ ສິ​ເວດ​ວິ​ທະ​ຍາ ​ແລະ ສິ່ງ​ແວດ​ລ້ອມ​​ຈີນ​ ຈັດ​ວາງ ແລະ ຕິດ​ຕາມ​ໂດຍ​ກົງ​ນັ້ນ ​ມີຫລາຍກວ່າ 33.000 ແຫ່ງ. ນີ້​ໝາຍ​ຄວາມ​ວ່າ ສປ ຈີນ​ ໄດ້​ສ້າງ​ເຄືອ​ຂ່າຍ ​ຕິດ​ຕາມ​ ສິ່ງ​ແວດ​ລ້ອມ​ນິ​ເວດ ​ຂະ​ໜາດ​ໃຫຍ່ ​ທີ່​ສຸດ​ໃນ​ໂລກ ເຊິ່ງ​ໄດ້​ສ້າງ​ກຳ​ແພງ​ປ້ອງ​ກັນ ​ຄວາມ​ປອດ​ໄພ ​​ທີ່​ໝັ້ນ​ຄົງ ດ້ານ​ສິ່ງ​ແວດ​ລ້ອມ​ນິ​ເວດ. ໃນ​ໄລ​ຍະ​​ປະ​ຕິ​ບັດ ແຜນ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14, ສປ ຈີນ ​ໄດ້​ສ້າງ​ເຄືອ​ຂ່າຍ​ຕິດ​ຕາມ​ລຸ້ນ​ໃໝ່​ ທີ່ກວມ​ເອົາ​ທັງ​ປັດ​ໄຈ ​ທຸກ​ປະ​ເພດ ເຊັ່ນ: ​ນ້ຳ​ໜ້າດິນ, ອາ​ກາດ, ດິນ, ສຽງ​, ທະ​ເລ ແລະ ນິ​ເວດ ພ້ອມ​ທັງ​ໄດ້​​ກຳ​ລັງ​ກ້າວໄປ​ສູ່​ ແບບ​ອັດ​ຕະ​ໂນ​ມັດ, ແບບ​ດີ​ຈິ​ຕອນ ແລະ ແບບ​ອັດ​ສະ​ລິ​ຍະ.ປັດ​ຈຸ​ບັນ, ໃນ​ຂະ​ບວນ​ການ​ ເກັບ​ເອົາ​ຕົວ​ຢ່າງ, ມອບ​ສົ່ງ​ຕົວ​ຢ່າງ ແລະ ວິ​ໄຈ​ທົດ​ລອງ​ນັ້ນ, ໄດ້​ບັນ​ລຸການ​ເປັນ​ແບບ ​ອັດ​ຕະ​ໂນ​ມັດ ​ທົ່ວ​ຂະ​ບວນ​ການ; ເຕັກ​ນິກ ຮອຍ​ສຽງແລະ “DNA ຄຸນ​ນະ​ພາບ​ນ້ຳ​ສາ​ມາດ​ ຈຳ​ແນກ​​ສາຍ​ພັນ​ຊີ​ວະ​ພາບ​ ໄດ້​ຢ່າງ​ຖືກ​ຕ້ອງ​ແມ່ນ​​ຢຳ; ​ເຕັກ​ນິກ​ໃໝ່​ຕ່າງໆ ເຊັ່ນ: ໄຮ​ເປີ​ສະ​ເບັກ​ຕ​ຣອນ, ລາ​ດາ​ກວນ​ຕວມ​ເປັນ​ຕົ້ນເບິ່ງ​ໄດ້​ລະ​ອຽດ​ກວ່າ​ເກົ່າ ແລະ ​ສຳຫລວດ ໄດ້​ໄກ​ກວ່າ​ເກົ່າ”; ​ເຄືອ​ຂ່າຍຕິດ​ຕາມກວດ​ກາ​ທັງ​ໝົດ ​ໄດ້​ບັນ​ລຸ​ການ​ຕິດ​ຕາມ​ ການ​ເຊື່ອ​ມມົນ​ລະ​ພິດ​​ ໃນ​​ທຸກ​ຊົ່ວ​ໂມງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top