ຂປລ
ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX, ວັນທີ 20 ພະຈິກ 2025 ນີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບ ເລກທີ 26/ກມສພ, ລົງວັນມີ 12 ກັນຍາ 2025 .
ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX, ວັນທີ 20 ພະຈິກ 2025 ນີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບ ເລກທີ 26/ກມສພ, ລົງວັນມີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V.
ໂອກາດນີ້, ທ່ານ ຈະເລີນ ເຍຍ ປາວເຮີ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ແລະ ຄວາມຈຳເປັນໃນການເພີ່ມທະວີການນໍາພາ-ຊີ້ນໍາ ຂອງ ອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V. ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແຕ່ລະເທື່ອລ້ວນເປັນເຫດການທາງປະຫວັດສາດທີ່ສໍາຄັນຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈຳເປັນໃນການເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ເພື່ອບູລະນະລະບອບປະຊາທິປະໄຕ ປະຊາຊົນ, ປັບປຸງລະບົບອໍານາດແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງຊຸດທີ V (2026-2030) ເປັນເຫດການການເມືອງທີ່ສໍາຄັນຍິ່ງ ຂອງຊາດ. ເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ດໍາເນີນໄປຢ່າງຖືກຕ້ອງຕາມແນວທາງປ່ຽນແປງໃໝ່ຂອງພັກ ແລະ ໄດ້ຮັບຜົນສໍາເລັດຢ່າງສະຫງ່າງາມນັ້ນ, ອົງຄະນະພັກທຸກຂ້ັນຕ້ອງກຳແໜ້ນ, ເຊື່ອມຊຶມ ແລະ ນໍາພາ-ຊີ້ນໍາການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ບັນລຸຜົນສໍາເລັດຕາມຈຸດປະສົງ ລະດັບຄາດໝາຍເປັນຕົ້ນ ເພີ່ມທະວີການສຶກສາອົບຮົມ ແລະ ຍົກສູງລະດັບຄວາມຕື່ນຕົວທາງ ດ້ານການເມືອງໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະ ຫານ, ຕໍາຫລວດ, ນັກຮຽນ-ນັກ ສຶກສາ, ຜູ້ປະກອບການ ແລະ ປະ ຊາຊົນລາວບັນດາເຜົ່າ ໂດຍສະ ເພາະແມ່ນຜູ້ມີສິດເລືອກຕັ້ງ.ນອກຈາກ, ການແຕ່ງຕັ້ງຄະນະ ກຳມະການເລືອກຕັ້ງລະດັບຊາດ ແລະ ຄະນະກຳມະການເລືອກຕັ້ງລະດັບທ້ອງຖິ່ນແລ້ວ, ອົງຄະນະພັກຍັງຕ້ອງນໍາພາ-ຊີ້ນໍາການກະກຽມເພື່ອຈັດຕັ້ງໜ່ວຍປ່ອນບັດເລືອກຕັ້ງ ໂດຍຖືເອົາບ້ານ, ກົມກອງໃນກໍາລັງປະກອບອາວຸດເປັນຫົວໜ່ວຍປ່ອນບັດເລືອກຕັ້ງ ແລະ ຂຶ້ນບັນຊີຜູ້ມີສິດເລືອກຕັ້ງຕາມລະບຽບການ; ອົງຄະນະພັກແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ເປັນພິເສດຕໍ່ການນໍາພາ- ຊີ້ນໍາຢ່າງໃກ້ຊິດຕໍ່ຄະນະກໍາມະການເລືອກຕັ້ງຂັ້ນຂອງຕົນ ແລະ ພາກສ່ວນທີ່ກ່ຽວຂ້ອງກະກຽມແຜນການໃຫ້ຮອບຄອບແທດຕົວຈິງແຕ່ຫົວທີ ແລະ ປະສານສົມທົບແໜ້ນແຟ້ນກັບບັນດາຂະແໜງການ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນເພື່ອຄົ້ນຄວ້າ, ເລືອກເຟັ້ນເອົາຜູ້ສະໝັກຮັບເລືອກຕັ້ງທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ, ທັງຮັບປະກັນໂຄງປະກອບທີ່ເໝາະສົມ ເພື່ອອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ບົນພື້ນຖານອີງໃສ່ຜົນຂອງການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ; ອົງຄະນະພັກທຸກຂັ້ນ ຕ້ອງເອົາໃຈໃສ່ຊີ້ນໍາຄະນະກໍາມະການເລືອກຕັ້ງຂັ້ນຕ່າງໆ ສົມທົບກັບຂະແໜງການ, ອົງການຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນ ເພື່ອນໍາເອົາກົດໝາຍ ແລະ ເອກະສານກ່ຽວກັບການເລືອກຕັ້ງໄປໂຄສະນາ, ເຜີຍແຜ່, ສຶກສາອົບຮົມ ຜູ້ມີສິດປ່ອນບັດເລືອກຕັ້ງໃຫ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງ ແລະ ທົ່ວເຖິງເພື່ອສ້າງຄວາມເຊື່ອໝັ້ນ ແລະ ປຸກລະດົມຈິດໃຈໃຫ້ແກ່ຜູ້ມີສິດເລືອກຕັ້ງຕື່ນຕົວໄປໃຊ້ສິດໃນວັນເລືອກຕັ້ງ; ຕ້ອງຖືເອົາໂອກາດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ເປັນຂະບວນການທີ່ສໍາຄັນອັນໜຶ່ງ ເພື່ອຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການສະເຫລີມສະຫລອງ 3 ວັນປະຫວັດສາດຂອງຊາດເຮົາ, ຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກຂັ້ນຕ່າງໆ ກໍຄືກອງປະຊຸມໃຫຍ່ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວ; ອົງຄະນະພັກທຸກຂັ້ນຕ້ອງເພີ່ມທະວີການນໍາພາ-ຊີ້ນໍາຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຮັດໃຫ້ການເລືອກຕັ້ງເທື່ອນີ້ ກາຍເປັນປາງບຸນໃຫຍ່ທີ່ເບີກບານມ່ວນຊື່ນ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃຫ້ໄດ້ 100%; ອົງຄະນະພັກແຕ່ລະຂັ້ນໃຫ້ເອົາໃຈໃສ່ນໍາພາ ຊີ້ນໍາວຽກງານງົບປະມານ ແລະ ຊຸກຍູ້ການຕິດຕາມກວດກາການໃຊ້ຈ່າຍງົບປະມານຮັບໃຊ້ການເລືອກຕັ້ງຢູ່ໃນຂັ້ນຂອງຕົນໃຫ້ຖືກຕ້ອງ ບົນຈິດໃຈປະຢັດ ແລະ ຮັບປະກັນວິໄນການເງິນລວມທັງສະຫລຸບລາຍງານການໃຊ້ຈ່າຍງົບປະມານຕໍ່ຂັ້ນເທິງ ແລະ ບັນຫາສໍາຄັນອື່ນໆ.
ຂ່າວ: ສົມຫວັງ; ພາບ: ເກດສະໜາ
KPL