ຂປລ
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາແຕ່ວັນທີ 10 ພະຈິກ ແລະ ໄດ້ປິດລົງໃນວັນທີ 21 ພະຈິກ 2025.
ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາແຕ່ວັນທີ 10 ພະຈິກ ແລະ ໄດ້ປິດລົງໃນວັນທີ 21 ພະຈິກ 2025 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນຳຂັ້ນສູງພັກ, ຄະນະລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ພະນັກງານອາວຸໂສບຳນານເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ຂຶ້ນກ່າວສູນທອນພົດ ປິດກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມຕີລາຄາສູງທີ່ສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ, ຜູ້ແທນກອງປະຊຸມ ຈາກພາກສ່ວນກ່ຽວຂ້ອງ ໄດ້ພ້ອມກັນທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການພິຈາລະນາບັນຫາສຳຄັນພື້ນຖານຂອງປະເທດຊາດ ຕາມພາລະບົດບາດຂອງສະພາແຫ່ງຊາດທີ່ກໍານົດໄວ້ໃນລັດຖະທຳມະນູນ, ກົດໝາຍ ຊຶ່ງ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງຂອງອົງການຈັດຕັ້ງລັດດ້ວຍການອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈຳນວນ 8 ສະບັບ ເພື່ອເປັນບ່ອນອີງໃຫ້ແກ່ລັດຖະບານ, ອົງການຈັດຕັ້ງທີ່ກ່ຽວຂ້ອງນຳໄປຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ປະເທດຊາດມີການພັດທະນາຢ່າງຕໍ່ເນື່ອງ, ສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
ກອງປະຊຸມສະໄໝສາມັນເທື່ອ ທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນສຳຄັນຈຳນວນໜຶ່ງ ເປັນຕົ້ນຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021- 2025), ປະຈຳປີ 2025; ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025), ປະຈຳປີ 2025 ແລະ ແຜນເງິນຕາ ປະຈຳປີ 2025, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳປີ 2026; ການດັດແກ້ງົບປະມານແຫ່ງລັດ ລາຍຮັບ- ລາຍຈ່າຍວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ແຜນເງິນເກີນແຜນ ປີ 2024; ພິຈາລະນາຮ່າງທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ (2026- 2030), ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງ ນີ້ ແມ່ນໝາກຜົນລວມຍອດທາງສະຕິປັນຍາ, ສິດປະຊາທິປະໄຕ ກໍຄືຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງຂອງບັນດາ ທ່ານສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງ ທີ່ມີຄວາມພະຍາຍາມ ແລະ ມີມາດຕະການຕົວຈິງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ ການນໍາພາຂອງພັກ, ລັດຖະບານໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.
ຂ່າວ: ກິດຕາ ພາບ: ຂັນໄຊ
KPL