ຂປລ
ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນ ວິສາຫະກິດຂັ້ນສູງ ສະພາດຳເນີນທຸລະກິດ ເອີຣົບ-ອາຊຽນ ແລະ ສະມາຄົມ ວິສາຫະກິດ ເອີຣົບ ປະຈຳ ຫວຽດນາມ

ຂປລ.ວີທະຍຸ ກະຈ່າຍສຽງ ຫວຽດນາມ, ວັນທີ 24 ພະຈິກ ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນ ວິສາຫະກິດຂັ້ນສູງ ສະພາດຳເນີນທຸລະກິດ ເອີຣົບ-ອາຊຽນ ແລະ ສະມາຄົມ ວິສາຫະກິດ ເອີຣົບ ປະຈຳ ຫວຽດນາມ, ໂດຍ ທ່ານ ຈັນສ ຣູບເບີຣດ(Jens Ruebbert) ປະທານສະພາດຳເນີນທຸລະກິດ ອີຢູ(EU)–ອາຊຽນ, ຜູ້ອຳນວຍການ ຝ່າຍບໍລິຫານ ຮັບຜິດຊອບ ພາກພື້ນ ອາຊີ-ປາຊີຟິກ ທະນາ ຄານ Landesbank Baden-Wuerttemberg ແລະ ທ່ານ ບຣູໂນ ຈາສເປີດ(Bruno Jaspaert) ປະທານສະມາຄົມ ວິສາຫະກິດ ເອີຣົບ ປະຈຳ ຫວຽດນາມ ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ, ປະທານ ສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງ ບັນດາການປະກອບສ່ວນ ຢ່າງແທ້ຈິງ ແລະ ມີປະສິດທິຜົນຂອງສະພາດຳເນີນທຸລະກິດ ເອີຣົບ-ອາຊຽນ ແລະ ສະມາຄົມ ວິສາຫະກິດ ເອີຣົບ ປະຈຳ ຫວຽດນາມ ເຂົ້າການພັດທະນາ ການພົວພັນ ຫວຽດນາມ-ສະຫະພາບ ເອີຣົບ(EU) ແລະ ອາຊຽນ-ອີຢູ(EU), ພິເສດແມ່ນໃນການຮ່ວມມື ທາງດ້ານເສດຖະກິດ-ການຄ້າ-ການລົງທຶນ. EU ສືບຕໍ່ແມ່ນໜຶ່ງ ໃນບັນດາ ຄູ່ຮ່ວມມື ການຄ້າ-ການລົງທຶນ ສຳຄັນແຖວໜ້າຂອງ ສສ ຫວຽດນາມ, ໃນຂະນະທີ່ ສສ ຫວຽດນາມ ແມ່ນຄູ່ຮ່ວມມື ທາງການຄ້າໃຫຍ່ ອັນດັບທີ 16 ຂອງ EU ແລະ ໃຫຍ່ທີ່ສຸດຢູ່ ອາຊຽນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL