ຂປລ
“ບົດລາຍງານ ການຄົ້ນຄວ້າ ການພັດທະນາ ອຸດສາຫະກຳຫິມະ ແລະ ນ້ຳກ້ອນຂອງ ສປ ຈີນ ປີ 2025” ທີ່ເປີດເຜີຍ ໃນກອງປະຊຸມ ເວທີປຶກສາຫາລືຫລັກ ຂອງງານວາງສະແດງ ກິລາ ລະດູໜາວ ສາກົນປີ 2025

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, “ບົດລາຍງານ ການຄົ້ນຄວ້າ ການພັດທະນາ ອຸດສາຫະກຳຫິມະ ແລະ ນ້ຳກ້ອນຂອງ ສປ ຈີນ ປີ 2025” ທີ່ເປີດເຜີຍ ໃນກອງປະຊຸມ ເວທີປຶກສາຫາລືຫລັກ ຂອງງານວາງສະແດງ ກິລາ ລະດູໜາວ ສາກົນປີ 2025 ເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ: ຂະໜາດ ອຸດສາຫະກຳຫິມະ ແລະ ນ້ຳກ້ອນຂອງ ສປ ຈີນ ຈະບັນລຸເກີນ 1.000 ຕື້ຢວນໃນປີ 2025 ໂດຍຈະບັນລຸເຖິງ 1.005 ຕື້ກວ່າຢວນ. ຕົວເລກດັ່ງກ່າວ ເປັນຂີດໝາຍ ສະແດງໃຫ້ເຫັນວ່າ: ເສດຖະກິດຫິມະ ແລະ ນ້ຳກ້ອນ ໄດ້ກາຍເປັນກຳລັງ ຈະເລີນໃໝ່ ທີ່ເບິ່ງຂ້າມບໍ່ໄດ້ ໃນການພັດທະນາ ເສດຖະກິດຂອງ ສປ ຈີນ. ປັດຈຸບັນ, ສປ ຈີນ ໄດ້ບັນລຸເປົ້າໝາຍ “ດຶງດູດປະຊາຊົນ 300 ລ້ານຄົນ ເຂົ້າຮ່ວມກິລາຫິມະ ແລະ ນ້ຳກ້ອນ” ເຊິ່ງໄດ້ສ້າງກຳລັງຂັບເຄື່ອນ ໃນໂຕຢ່າງບໍ່ຂາດສາຍ ໃຫ້ແກ່ ການພັດທະນາ ອຸດສາຫະກຳ. ກຸ່ມຄົນທີ່ບໍລິໂພກ ກິລາຫິມະ ແລະ ນ້ຳກ້ອນ ໄດ້ຂະຫຍາຍ ຈາກນັກກິລາມືອາຊີບ ແລະ ການຝຶກຊ້ອມ ຂອງຊາວໜຸ່ມ ແລະ ເຍົາວະຊົນ ໃນເມື່ອກ່ອນ ໄປເຖິງກຸ່ມຄອບຄົວ ພາລູກໄປຫລິ້ນ ແລະ ກຸ່ມຜູ້ອາຍຸສູງ. ນັບແຕ່ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງ ສປ ຈີນ ເປັນຕົ້ນມາ, ອຸດສາຫະກຳຫິມະ ແລະ ນ້ຳກ້ອນ ໄດ້ກໍ່ຕົວຂຶ້ນເປັນ ທົ່ວຕ່ອງໂສ້ອຸດສາຫະກຳທີ່ກວມທັງ ການຜະລິດ ອຸປະກອນ, ການຈັດກິດຈະກຳແຂ່ງຂັນ, ການຝຶກຊ້ອມ, ການທ່ອງທ່ຽວ, ການພັກຜ່ອນ ຢ່ອນອາລົມ ແລະ ການບໍລິໂພກ ທີ່ສົມຄູ່ກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL