ຂປລ
ຊາວມາເລເຊຍ ອາຍຸຕ່ຳກວ່າ 16ປີ ຈະບໍ່ໄດ້ຮັບ ອະນຸຍາດ ໃຫ້ລົງທະບຽນ ບັນຊີສື່ສັງຄົມ ພາຍໃຕ້ ແຜນການທີ່ ຈະປັບປຸງ ຄວາມປອດໄພ ທາງອອນລາຍ ຂອງເດັກນ້ອຍ.
ຂປລ.ສຳນັກຂ່າວເຟພີ, ວັນທີ24ພະຈິກນີ້,ທ່ານ ຟາມີ ຟັດຊິລ(Fahmi Fadzil)ລັດຖະມົນຕີ ກະຊວງ ຄົມມະນາຄົມ ມາເລເຊຍ ກ່າວວ່າ: ຊາວມາເລເຊຍ ອາຍຸຕ່ຳກວ່າ 16ປີ ຈະບໍ່ໄດ້ຮັບ ອະນຸຍາດ ໃຫ້ລົງທະບຽນ ບັນຊີສື່ສັງຄົມ ພາຍໃຕ້ ແຜນການທີ່ຈະປັບປຸງ ຄວາມປອດໄພ ທາງອອນລາຍ ຂອງເດັກນ້ອຍ. ນີ້ແມ່ນສ່ວນໜຶ່ງ ຂອງມາດຕະການ ຄຸ້ມຄອງ ຫລາຍຂຶ້ນ ພາຍໃຕ້ ກົດໝາຍ ວ່າດ້ວຍ ຄວາມປອດໄພ ທາງອອນລາຍ ເຊິ່ງຈະມີຜົນ ບັງຄັບໃຊ້ ໃນວັນທີ 1 ມັງກອນ 2026. ນອກນີ້ ຍັງຮຽກຮ້ອງ ໃຫ້ຜູ້ປົກຄອງ ສົ່ງເສີມ ກິດຈະກຳ ກາງແຈ້ງ ສຳລັບເດັກ ແທນການໃຊ້ ເວລາກັບໜ້າຈໍ ແລະ ຜູ້ປົກຄອງ ຄວນເບິ່ງແຍງ ການໃຊ້ອຸປະກອນ ເອເລັກໂຕຣນິກ ຂອງລູກຫລານ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL