ຂປລ
ລັດຖະບານຈີນ ແລະ ອາຟຣິກາໃຕ້ ໄດ້ຮ່ວມກັນປະກາດຂໍ້ ລິເລີ່ມກ່ຽວກັບ ການຮ່ວມມື ເພື່ອສະໜັບສະໜູນ ການ ຫັນເປັນ ທັນສະໄໝ ຂອງທະວີບອາຟຣິກາ ໃນໄລຍະກອງປະຊຸມສຸດ ຍອດຜູ້ນຳ G20 ຄັ້ງທີ 20 ໂດຍມີ ຈຸດປະສົງ ເພື່ອ ສະໜັບ ສະໜູນ ປະເທດ ໃນທະວີບ ອາຟຣິາກາ ຊອກຄົ້ນເສັ້ນທາງຫັນເປັນ ທັນສະໄໝ ທີ່ສອດຄ່ອງກັບ ສະພາບ ເງື່ອນໄຂແຫ່ງຊາດ ຂອງປະເທດຕົນ ຢ່າງເປັນເຈົ້າຕົນເອງ ເພື່ອບັນລຸການພັດທະນາ ແບບຍືນຍົງ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 23 ພະຈິກນີ້, ລັດຖະບານຈີນ ແລະ ອາຟຣິກາໃຕ້ ໄດ້ຮ່ວມກັນປະກາດຂໍ້ ລິເລີ່ມກ່ຽວກັບ ການຮ່ວມມື ເພື່ອສະໜັບສະໜູນ ການຫັນເປັນ ທັນສະໄໝ ຂອງທະວີບອາຟຣິກາ ໃນໄລຍະກອງປະຊຸມສຸດ ຍອດຜູ້ນຳ G20 ຄັ້ງທີ 20 ໂດຍມີ ຈຸດປະສົງ ເພື່ອສະໜັບ ສະໜູນ ປະເທດ ໃນທະວີບ ອາຟຣິາກາ ຊອກຄົ້ນເສັ້ນທາງຫັນເປັນ ທັນສະ ໄໝ ທີ່ສອດຄ່ອງກັບ ສະພາບເງື່ອນໄຂແຫ່ງຊາດ ຂອງປະເທດຕົນ ຢ່າງເປັນເຈົ້າຕົນເອງ ເພື່ອບັນລຸການພັດທະນາ ແບບຍືນຍົງ. ໂດຍທັງສອງຝ່າຍ ສະໜັບສະໜູນ ການຈັດຕັ້ງປະຕິບັດ “ວາລະປີ2063 ພາຍໃຕ້ ຫົວຂໍ້ທະວີບອາຟຣິກາ ທີ່ພວກເຮົາມຸ່ງຫວັງ” ພ້ອມທັງ 7 ວິໄສທັດຫລັກ ແລະ ການກໍ່ສ້າງເຂດ ການຄ້າເສລີ ແຜ່ນດິນໃຫຍ່ ອາຟຣິກາ ຂອງສະຫະພາບອາຟຣິກາ. ສອງຝ່າຍ ຍິນດີ ຕ້ອນຮັບ ທາງ ເລືອກໃໝ່ ທີ່ການຫັນເປັນທັນສະໄໝ ແບບຈີນ ສະຫນອງໃຫ້ແກ່ ການຫັນເປັນທັນສະໄຫມຂອງພາກໃຕ້ ຂອງໂລກ ເຊິ່ງລວມທັງ ທະວີບອາຟຣິກາ, ຕີລາຄາໃນລະດັບສູງທີ່ ສປ ຈີນ ປະກາດ ປະຕິບັດ ມາດຕະການ ປອດພາສີ 100% ຕໍ່ສິນຄ້າຈາກ 53 ປະເທດ ໃນທະວີບ ອາຟຣິກາ ທີ່ີໄດ້ສ້າງຕັ້ງສາຍພົວພັນທາງການທູດ ນຳກັນ. ລັດຖະບານຈີນ ແລະ ອາຟຣິກາໃຕ້ ຮຽກຮ້ອງ ໃຫ້ປະຊາຄົມ ໂລກ ເລັ່ງລັດປະຕິຮູບ ລະບົບການທະນາຄານສາກົນ, ເພີ່ມການຊ່ວຍເຫລືອ ດ້ານເຕັກໂນໂລຊີ ແກ່ປະເທດ ຢູ່ທະວີບ ອາຟຣິກາ,ເພີ່ມທະວີ ການຮ່ວມມືສາກົນ ໃນດ້ານການກໍ່ສ້າງ ພື້ນຖານໂຄງລ່າງ ຕາມທິດສີຂຽວ ແລະ ຜະລິດຕະພັນ ບໍ່ແຮ່ແບບສີຂຽວ, ຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ການແພດ ຢູ່ທະວີບອາຟຣິກາ, ຊຸກຍູ້ການພັດທະນາ ຊົນນະບົດ ແລະ ການຍົກລະດັບ ດ້ານອຸດສາຫະກຳ, ເປີດກວ້າງການແລກປ່ຽນ ດ້ານວັດທະນະທຳ ແລະ ສະໜັບສະໜູນ ປະເທດ ໃນທະວີບອາຟຣິກາບັນລຸ “ 6 ທັນສະໄໝ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL