ຂປລ
ກອງປະຊຸມ ເວທີປຶກສາຫາລື ຄວາມທັນສະໄໝ ເຂດໂລກໃຕ້ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງປັກກິ່ງ. ທ່ານ ຫລີຊູ່ເຫລີຍ ກຳມະການ ກົມການເມືອງ ສູນກາງພັກ, ຫົວໜ້າ ຄະນະໂຄສະນາ ອົບຮົມສູນກາງພັກ ກອມມູນິດຈີນ ໄດ້ກ່າວວ່າ: ຄວາມທັນສະໄໝ ແມ່ນກະແສ ປະຫວັດສາດ ຂອງການພັດທະນາ ສັງຄົມມະນຸດ, ການບັນລຸ ຄວາມເປັນ ທະສະໄໝ ແມ່ນຄວາມປາຖະໜາຮ່ວມ ຂອງບັນດາປະເທດ ໃນເຂດໂລກໃຕ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ເມື່ອບໍ່ດົນມານີ້, ກອງປະຊຸມ ເວທີປຶກສາຫາລື ຄວາມທັນສະໄໝ ເຂດໂລກໃຕ້ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງປັກກິ່ງ. ທ່ານ ຫລີຊູ່ເຫລີຍ ກຳມະການ ກົມການເມືອງ ສູນກາງພັກ, ຫົວໜ້າ ຄະນະໂຄສະນາ ອົບຮົມສູນກາງພັກ ກອມມູນິດຈີນ ໄດ້ກ່າວວ່າ: ຄວາມທັນສະໄໝ ແມ່ນກະແສ ປະຫວັດສາດ ຂອງການພັດທະນາ ສັງຄົມມະນຸດ, ການບັນລຸ ຄວາມເປັນທະສະໄໝ ແມ່ນຄວາມປາຖະໜາຮ່ວມ ຂອງບັນດາປະເທດ ໃນເຂດໂລກໃຕ້. ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ຊີ້ອອກວ່າ: ສປ ຈີນ ຈະເປັນປະເທດ ໃນເຂດໂລກໃຕ້ ຢ່າງ ສະເໝີຕົ້ນ ສະເໝີປາຍ, ສປ ຈີນ ເນັ້ນໜັກ ການຮ່ວມມື ກັບບັນດາປະເທດ ພວມພັດທະນາ ໃນການບັນລຸ ຄວາມເປັນທັນສະໄໝ. ກອງປະຊຸມ ຄົບຄະນະຄັ້ງທີ 4 ຂອງຄະນະກຳມະການ ສູນກາງ ພັກ ກອມມູນິດຈີນ ສະໄໝທີ 20 ໄດ້ວາງແຜນທີ່ຍິ່ງໃຫຍ່ໃນການບັນລຸຄວາມເປັນທັນສະໄໝ ແບບຈີນໃນ 5 ປີຂ້າງໜ້ານີ້, ຈີນຈະສ້າງໂອກາດໃໝ່ໃຫ້ແກ່ ການພັດທະນາ ຂອງບັນດາປະເທດ ໃນໂລກລວມ ທັງ ປະເທດ ໃນເຂດໂລກໃຕ້ ໃຫ້ໄດ້ຫລາຍກວ່າເກົ່າ ຢ່າງແນ່ນອນ ໃນອະນາຄົດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL