ຂປລ
ນັບແຕ່ ເດືອນມັງກອນ ຫາ ເດືອນຕຸລາປີນີ້, ທາງລົດໄຟທົ່ວປະເທດ ໄດ້ຂົນສົ່ງສິນຄ້າ ລວມທັງໝົດ ຫລາຍກວ່າ 3 ຕື້ໂຕນ, ທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້ ເພີ່ມຂຶ້ນ 3%, ສ້າງສະຖິຕິສູງຄັ້ງໃໝ່ ໃນປະຫວັດສາດ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ກຸ່ມບໍລິສັດ ທາງລົດໄຟ ແຫ່ງຊາດຈີນ ຈຳກັດ ເປີດເຜີຍໃຫ້ຮູ້ວ່າ ນັບແຕ່ ເດືອນມັງກອນ ຫາ ເດືອນຕຸລາປີນີ້, ທາງລົດໄຟທົ່ວປະເທດ ໄດ້ຂົນສົ່ງສິນຄ້າ ລວມທັງໝົດ ຫລາຍກວ່າ 3 ຕື້ໂຕນ, ທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້ ເພີ່ມຂຶ້ນ 3%, ສ້າງສະຖິຕິສູງຄັ້ງໃໝ່ ໃນປະຫວັດສາດ. ນັບແຕ່ ເດືອນມັງກອນ ຫາ ເດືອນຕຸລາປີນີ້, ຂະບວນລົດໄຟດ່ວນຈີນ-ເອີຣົບ ແລະ ຈີນ-ອາຊີກາງ ໄດ້ແລ່ນລົດ ບັນລຸເຖິງ 28.000 ຂະບວນ, ທຽບໃສ່ໄລຍະດຽວກັນ ຂອງປີກາຍ ເພີ່ມຂຶ້ນ 7,8%; ຂະບວນລົດໄຟຂົນສົ່ງ ສິນຄ້າຂ້າມແດນໂດຍຜ່ານທາງລົດໄຟ ລາວ-ຈີນ ໄດ້ຂົນສົ່ງສິນຄ້າ ລວມທັງໝົດ 4.520.000 ໂຕນ, ເພີ່ມຂຶ້ນ 14%; ຂະບວນລົດໄຟແລ່ນຕາມຊ່ອງທາງໃໝ່ ທາງບົກ ແລະ ທາງທະເລ ພາກຕາເວັນຕົກຂອງຈີນ ໄດ້ຂົນສົ່ງ ຕູ້ບັນຈຸສິນຄ້າ 1.200.000 ຕູ້ມາດຕະຖານ, ເພີ່ມຂຶ້ນ 64%, ເຊິ່ງໄດ້ຊຸກຍູ້ການແລກປ່ຽນ ດ້ານເສດຖະກິດ ການຄ້າສາກົນໃຫ້ນັບມື້ດີຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL