ສປ ຈີນ ດຶງດູດທຶນຕ່າງປະເທດ ໄດ້ເກືອບ 622 ຕື້ຢວນ

24/11/2025 14:31
ຂປລ ໃນ​ລະ​ຫວ່າງ​ ເດືອນ​ມັງ​ກອນ​ ຫາ​ເດືອນ​ຕຸ​ລາ​ປີ 2025, ຢູ່​ທົ່ວ​ປະ​ເທດ​ຈີນ ​ມີ​ວິ​ສາ​ຫະ​ກິດ ​ທີ່​ລົງ​ທຶນ​ໂດຍ ​ນັກ​ທຸ​ລະ​ກິດ ​ຕ່າງ​ປະ​ເທດ ​ທີ່​ສ້າງ​ຕັ້ງຂຶ້ນ​ໃໝ່ 53.782 ແຫ່ງ, ເພີ່ມ​ຂຶ້ນ 14,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໃນ​ລະ​ຫວ່າງ​ ເດືອນ​ມັງ​ກອນ​ ຫາ​ເດືອນ​ຕຸ​ລາ​ປີ 2025, ຢູ່​ທົ່ວ​ປະ​ເທດ​ຈີນ ​ມີ​ວິ​ສາ​ຫະ​ກິດ ​ທີ່​ລົງ​ທຶນ​ໂດຍ ​ນັກ​ທຸ​ລະ​ກິດ ​ຕ່າງ​ປະ​ເທດ ​ທີ່​ສ້າງ​ຕັ້ງຂຶ້ນ​ໃໝ່ 53.782 ແຫ່ງ, ເພີ່ມ​ຂຶ້ນ 14,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ຍອດການລົງ​ທຶນຕົວຈິງ ຂອງ​ຕ່າງ​ປະ​ເທດມີ​ເຖິງ 621 ຕື້ກວ່າຢວນ, ຫລຸດ​ລົງ 10,3% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ. ເມື່ອ​ເບິ່ງຈາກ ອຸດ​ສາ​ຫະ​ກຳ​ແລ້ວ, ​ການ​ລົງທຶນຕົວຈິງ ຂອງ​ຕ່າງ​ປະ​ເທດ ໃນຂະ ແໜງ ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ​ມີ​ເຖິງ 161 ຕື້ກວ່າຢວນ, ​ຂະແໜງ ອຸດ​ສາ​ຫະ​ກຳ​ ການ​ບໍ​ລິ​ການ​ມີ​ເຖິງ 445 ຕື້ກວ່າ ຢວນ. ​ການລົງທຶນຕົວຈິງ ຂອງ​ຕ່າງ​ປະ​ເທດ ໃນອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ ທັນສະໄໝ ກ້າວໜ້າ​ມີ​ເຖິງ 192 ຕື້ກວ່າຢວນ,ໃນ​ນັ້ນ, ​ການລົງທຶນຕົວຈິງ ຂອງ​ຕ່າງ​ປະ​ເທດ​ ໃນຂະແໜງອຸ​ດ​ສາ​ຫະ​ກຳ​ ການ​ບໍ​ລິ​ການ ​ການ​ຄ້າ ​ເອ​ເລັກ​ໂຕ​ຣ​ນິກ, ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ ​ອຸ​ປະ​ກອນ​ການ​ແພດ ​ແລະ ​ກົນ​ຈັກ ແລະ ອຸດ​ສາ​ຫະ​ກຳ ການ​ຜະ​ລິດ ​ອຸ​ປະ​ກອນ ແລະ ຍານ​ອະ​ວະ​ກາດ ຕ່າງໄດ້ເພີ່ມ​ຂຶ້ນ 173,1%, 41,4% ແລະ 40,6% ຕາມລຳດັບ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top