ຂປລ
ສະມາຄົມຄົ້ນຄວ້າ ການປະຕິຮູບ ແລະ ພັດທະນາ ວິສາຫະກິດຈີນ ໄດ້ເຜີຍແຜ່ “ບົດລາຍງານ ການຫັນປ່ຽນ ພະລັງງານ ຂອງໂລກ 2025” ສະແດງໃຫ້ເຫັນວ່າ ຈີນ ໄດ້ສຳເລັດ ການສ້າງໂຕ່ງໂສ້ ອຸດສາຫະກຳ ພະລັງງານ ສະອາດ ຄົບຖ້ວນທີ່ສຸດ ໃນໂລກແລ້ວ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ສະມາຄົມຄົ້ນຄວ້າ ການປະຕິຮູບ ແລະ ພັດທະນາ ວິສາຫະກິດຈີນ ໄດ້ເຜີຍແຜ່ “ບົດລາຍງານ ການຫັນປ່ຽນ ພະລັງງານ ຂອງໂລກ 2025” ສະແດງໃຫ້ເຫັນວ່າ ຈີນ ໄດ້ສຳເລັດ ການສ້າງໂຕ່ງໂສ້ ອຸດສາຫະກຳ ພະລັງງານ ສະອາດ ຄົບຖ້ວນທີ່ສຸດ ໃນໂລກແລ້ວ. ສຳລັບ ປີ 2024,ສປ ຈີນ ໄດ້ລົງທຶນເຂົ້າໃນການຫັນປ່ຽນພະລັງງານ ເຖິງ 818 ຕື້ໂດລາສະຫະລັດ, ເຊິ່ງຫ]າຍກວ່າ ມູນຄ່າ ການລົງທຶນ ທັງໝົດຂອງ ສ.ອາເມລິກາ, ອັງກິດ ແລະ ສະຫະພາບ ເອີຣົບ, ເປັນອັນດັບໜຶ່ງຂອງໂລກ. ຜະລິດຕະພັນ ອຸປະກອນ ຜະລິດໄຟຟ້າ ພະລັງງານລົມ ແລະ ພະລັງງານ ແສງຕາເວັນ ທີ່ຜະລິດໂດຍ ສປ ຈີນ ໄດ້ຈໍາໜ່າຍຢູ່ 200 ກວ່າປະເທດ, ໂດຍໄດ້ສະໜອງ ອຸປະກອນ ຜະລິດໄຟຟ້າພະລັງງານລົມ 70% ແລະ ການຜະລິດໄຟຟ້າ ພະລັງງານ ແສງຕາເວັນ 80% ໃຫ້ແກ່ທົ່ວໂລກ, ເຮັດໃຫ້ຕົ້ນທຶນ ການຜະລິດໄຟຟ້າ ພະລັງງານລົມ ໄດ້ຫລຸດລົງ 60% ແລະ ຕົ້ນທຶນ ການຜະລິດໄຟຟ້າ ພະລັງງານ ແສງຕາເວັນຫລຸດລົງ 80%. ປີນີ້, ສປ ຈີນ ໄດ້ປະກາດ ກ່ຽວກັບ ການປະກອບສ່ວນ ຢ່າງເປັນເຈົ້າການ ຂອງປະເທດຕົນຮອບໃໝ່ ໂດຍໄດ້ສະເໜີວ່າ ຮອດປີ 2035, ອັດຕາສ່ວນການບໍລິໂພກ ພະລັງງານ ທີ່ບໍ່ເປັນເຊື້ອໄຟ ຟອສຊິວ ໃນການບໍລິໂພກ ພະລັງງານທັງໝົດຂອງ ສປ ຈີນ ຈະຫລາຍກວ່າ 30%, ຍອດປະລິມານ ກຳລັງຕິດຕັ້ງໄຟຟ້າ ພະລັງລົມ ແລະ ພະລັງແສງຕາເວັນ ຈະຫລາຍກວ່າ 6 ເທົ່າຂອງປີ 2020, ເຊິ່ງຈະສືບຕໍ່ ສ້າງແຮງຂັບເຄື່ອນ ໃຫ້ແກ່ການຫລຸດຜ່ອນ ການລະບາຍອາຍພິດເຮືອນແກ້ວ ຂອງທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL