ຂປລ
ທ່ານ ມາຣີສ ເຊຟໂຄວິດ ກຳມາທິການ ການຄ້າແລະ ຄວາມໝັ້ນຄົງທາງເສດຖະກິດຂອງ ສະຫະພາບເອີຣົບ (ອີຢູ) ຖະແຫລງຂ່າວຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ ອີຢູ ພວມພິຈາລະນາ ການລົງທຶນໂດຍກົງ ໃນບໍລິສັດບໍ່ແຮ່ ຂອງອົດສະຕຣາລີ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ທ່ານ ມາຣີສ ເຊຟໂຄວິດ ກຳມາທິການ ການຄ້າແລະ ຄວາມໝັ້ນຄົງທາງເສດຖະກິດຂອງ ສະຫະພາບເອີຣົບ (ອີຢູ) ຖະແຫລງຂ່າວຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ ອີຢູ ພວມພິຈາລະນາ ການລົງທຶນໂດຍກົງ ໃນບໍລິສັດບໍ່ແຮ່ ຂອງອົດສະຕຣາລີ ເພື່ອສືບຕໍ່ ຮັກສາຄວາມໝັ້ນຄົງດ້ານຄວາມຕ້ອງການຂອງແຮ່ທາດສຳຄັນ, ເຊິ່ງອາດຈະ ລວມເຖິງ ການທີ່ໜ່ວຍງານດ້ານການເງິນເຊັ່ນ:ທະນາຄານເພື່ອການລົງທຶນແຫ່ງເອີຣົບ (European Investment Bank) ເຂົ້າຖືຫຸ້ນບໍລິສັດຕ່າງໆ ລວມເຖິງ ການທີ່ລັດຖະບານເອີຣົບ ເຮັດຂໍ້ຕົກລົງຊື້ໄປຈົນເຖິງ ການຮ່ວມລົງທຶນໃນໂຄງການຕ່າງໆ ຂອງອົດສະຕຣາລີ.
ທ່ານ ມາຣໍສ ເຊຟໂຄວິຊ ເປີດເຜີຍວ່າ ທ່ານ ໄດ້ພົບກັບທ່ານດອນ ຟາຣເຣລ ລັດຖະມົນຕີ ກະຊວງການຄ້າ ແລະ ທ່ານມາເດີລິນ ຄິງ ລັດຖະມົນຕີກະຊວງຊັບພະຍາກອນຂອງ ອົດສະຕຣາລີ ເມື່ອອາທິດຜ່ານມາ ເພື່ອພິຈາລະນາ ແນວທາງທີ່ດີທີ່ສຸດ ໃນການສະໜັບສະໜູນ ຕອງໂຊ້ຄຸນຄ່າທັງໝົດ ທີ່ເຊື່ອມໂຍງກັບວັດຖຸດີບສຳຄັນ. ໂດຍທັງ 2 ໄດ້ປຶກສາຫາລືກັນ ໃນບັນຫາຕ່າງໆ ທີ່ກ່ຽວກັບເລື່ອງນີ້ ຕັ້ງແຕ່ການສະກັດ, ການກັ່ນ, ການແປຮູບ ໄປຈົນເຖິງການນຳໃຊ້ແຮ່ທາດທີ່ສຳຄັນ ແລະ ຍັງກ່າວອີກວ່າ ເປັນການພົບປະຫາລືຢ່າງເຂັ້ມງວດ ທີ່ສຸດການ ຊຸກຍູ້ໃນຄັ້ງນີ້ ໄດ້ເກີດຂຶ້ນ ຫລັງຈາກທີ່ ອີຢູ ປະກາດວ່າ ການວາງແຜນທີ່ຈະຈັດຕັ້ງໜ່ວຍງານກາງ ເພື່ອເຮັດການຊື້ ແລະ ສະສົມແຮ່ທາດ ສຳຄັນ ເພື່ອປ້ອງກັນ ການທີ່ ສ.ອາເມລິກາ ຈະຊື້ແຮ່ທາດເຫລົ່ານີ້ຈາກທົ່ວໂລກ./
KPL