ກອງປະຊຸມພາຄີ ຂອບສົນທິສັນຍາ ວ່າດ້ວຍການປ່ຽນແປງ ຂອງດິນຟ້າອາກາດ

24/11/2025 14:31
ຂປລ ກອງປະຊຸມພາຄີ ຂອບ​ສົນ​ທິສັນ​ຍາ ວ່າດ້ວຍ ການ​ປ່ຽນ​ແປງ ຂອງ​ດິນ​ຟ້າ​ອາ​ກາດ​ ອົງ​ການ​ ສະ​ຫະ ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງ ເມື່ອບໍ່ ດົນມານີ້ ​ຢູ່​ນະ​ຄອນເບເລມ ທາງ​ພາກ ​ເໜືອຂອງ​ ບ​ຣາ​ຊິນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກອງປະຊຸມພາຄີ ຂອບ​ສົນ​ທິສັນ​ຍາ ວ່າດ້ວຍ ການ​ປ່ຽນ​ແປງ ຂອງ​ດິນ​ຟ້າ​ອາ​ກາດ​ ອົງ​ການ​ ສະ​ຫະ ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງ ເມື່ອບໍ່ ດົນມານີ້ ​ຢູ່​ນະ​ຄອນເບເລມ ທາງ​ພາກ ​ເໜືອຂອງ​ ບ​ຣາ​ຊິນ. ກອງປະຊຸມ ໄດ້ຮັບຮອງເອົາ ສັນ​ຍາ ​ໂດຍ​ລວມ ​ກ່ຽວ​ກັບ ​ການເຄື່ອນ​ໄຫວ​ ດ້ານດິນ​ຟ້າ​ອາ​ກາດ ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນ ເພື່ອ​ຮັບ​ມື​ກັບສິ່ງທ້າທາຍ ຈາກ​ການ​ປ່ຽນ​ແປງ​ ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງ ໃຫ້ບັນດາປະເທດຮັບ​ມື ​ກັບ​ການ​ປ່ຽນ​ແປງ​ ຂອງດິນ​ຟ້າ​ອາ​ກາ​ດ ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວ ດ້ານ​ດິນ​ຟ້າ​ອາ​ກາດ ​ທີ່​ກ່ຽວ​ຂ້ອງ. ສັນ​ຍາ​ດັ່ງ​ກ່າວ ໄດ້ກຳນົດ​ໄວ້ວ່າ: ກ່ອນ​ຮອດປີ 2035, ບັນດາປະເທດທີ່ຮັ່ງມີຄວນ ເພີ່ມການປະກອບທຶນ ຂຶ້ນເປັນ​ສອງເທົ່າ ເພື່ອຊ່ວຍປະເທດອື່ນໆ ຮັບ​ມື​ກັບ ການປ່ຽນແປງ​ຂອງ ດິນ​ຟ້າ​ອາ​ກາດ​ໃນ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top