ຄະນະໂຄສະນາອົບຮົມເຊກອງ ສະຫລຸບຜົນງານ 9 ເດືອນ

22/09/2026 00:16
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ຄະນະໂຄສະນາ ອົບຮົມແຂວງເຊກອງ ສະຫລຸບ ຜົນການຈັດຕັ້ງປະຕິບັດວຽກງານ 9 ເດືອນ ແລະ ວາງທິດທາງແຜນ ການ 3 ເດືອນທ້າຍປີ 2026, ຄວບ ຄູ່ກັບການເຊື່ອມຊຶມເນື້ອໃນເອກະ ສານສຳຄັນມູນເຊື້ອຂອງພັກ-ຂອງ ຊາດ ທ້າຍອາທິດຜ່ານມາ, ໂດຍ ການເປັນປະທານຂອງ ທ່ານ ຄຳ ພາ ໄຊຍະແສງ ກຳມະການພັກ ແຂວງ, ຫົວໜ້າຄະນະໂຄສະນາ ອົບຮົມແຂວງເຊກອງ.

ທ່ານ ນາງ ກົມມະລີ ສຸລິໂຍສັກ  ຫົວໜ້າຂະແໜງສັງລວມ ຄະນະ ໂຄສະນາອົບຮົມແຂວງເຊກອງ  ໃຫ້ຮູ້ວ່າ: ໃນໄລຍະ 9 ເດືອນຜ່ານ ມາ, ຄະນະພັກ-ຄະນະໂຄສະນາ ອົບຮົມແຂວງເຊກອງ ໄດ້ເອົາໃຈ ໃສ່ນຳພາ-ຊີ້ນຳປະຕິບັດວຽກງານ ຂອງແຕ່ລະຂະແໜງການ ມີຜົນ ສຳເລັດຫລາຍດ້ານ ໃນນີ້, ໄດ້ຕິດ ຕາມການປະເມີນຜົນງານ, ສະເໜີ ການເລື່ອນຊັ້ນ-ຂັ້ນເງິນເດືອນ, ສັງລວມສະຖິຕິພະນັກງານ-ລັດຖະ ກອນທີ່ຢູ່ໃນຂັ້ນຄຸ້ມຄອງຂອງຕົນ,  ໄດ້ຈັດສ່ົງພະນັກງານໄປຝຶກອົບ ຮົມວຽກງານວິຊາສະເພາະ; ໄດ້ ຊຸກຍູ້ຕິດຕາມການໂຄສະນາປາຖະ ກະຖາວັນສຳຄັນຂອງພັກ-ຊາດ ຂອງພັກ ຂອງບັນດາພະແນກການ ແລະ 4 ຕົວເມືອງ, ພ້ອມ ນັ້ນ ກໍໄດ້ເອົາ ໃຈໃສ່ໃນກາ ນ ເຄື່ອນໄຫວສໍາພາດຜົນງານ ທີ່ພົ້ນເດັ່ນໃນການນໍາພາ-ຊີ້ນໍາ ວຽກງານແຕ່ລະຂົງເຂດ, ໄດ້ ໂຄສະນາເຜີຍແຜ່ແນວທາງຂອງ ພັກ ຜ່ານສື່ຕ່າງໆຂອງທ້ອງຖິ່ນ  ແລະ ຜ່ານສື່ສູນກາງ ເປັນຕົ້ນ ສື່ ສິ່ງພິມອອນລາຍ, ສື່ວິທະຍຸ, ສື່ໂທ ລະພາບ, ຢູທູບ, ເວັບໄຊ ດ້ວຍຮູບ ແບບຜະລິດເປັນສະປອດ ໄດ້ທັງໝົດ  75 ສະປອດ, ເປັນລາຍການ 25 ລາຍການ, ເປັນຂ່າວ ໄດ້ 2.643 ຂ່າວ, ເປັນບົດ ໄດ້ 31 ບົດ ແລະ  ໄດ້ແຈກຢາຍປຶ້ມສູນທອນພົດ, ປຶ້ມ ຮູບພາບ 70 ປີ ພັກປະຊາຊົນປະ ຕິວັດລາວ ແລະ ປຶ້ມສຶກສາອົບຮົມ ການເມືອງ-ແນວຄິດ; ໄດ້ອົບຮົມ ມະຫາຊົນກ້າວໜ້າເຂົ້າຮຽນສະ ໜັບສະໜູນພັກ 12 ຄົນ; ໄດ້ຕິດ ຕາມ ແລະ ເກັບກຳສະພາບແນວ ຄິດ-ຫາງສຽງສັງຄົມຈາກພະແນກ ການ ແລະ 4 ເມືອງ ເພື່ອລາຍງານ ໃຫ້ຂັ້ນເທິງຮັບຊາບ; ຄຽງຄູ່ກັບ ຜົນງານທີ່ຍາດມາໄດ້ນັ້ນ ຍັງມີ ຂໍ້ຄົງຄ້າງບາງອັນ ທີ່ຈະຕ້ອງໄດ້ ແກ້ໄຂເປັນຕົ້ນ ການເຜີຍແຜ່ ແລະ  ຜັນຂະຫຍາຍແນວທາງ, ມະຕິຕ່າງໆຂອງພັກ-ລັດ ໄດ້ຈັດຕັ້ງປະ ຕິບັດໃນແຕ່ລະເດືອນ ແຕ່ເຫັນ ວ່າເປັນຂະບວນຢູ່ແຕ່ອ້ອມຂ້າງ ແຂວງ ແລະ ອ້ອມຂ້າງເມືອງ ແຕ່ ຍັງບໍ່ທັນກວ້າງຂວາງ ບໍ່ທັນລົງ ຮອດຮາກຖານປະຊາຊົນ; ບາງ ວຽກງານທ່ີປະຕິບັດຍັງຊັກຊ້າ ຍ້ອນງົບປະມານ ແລະ ອຸປະກອນ ຮັບໃຊ້ຈໍານວນໜຶ່ງ ບໍ່ພຽງພໍ ແລະ ບາງອັນເກົ່າແກ່.

ສຳລັບ 3 ເດືອນທ້າຍປີ 2026 ນີ້,  ຄະນະໂຄສະນາອົບຮົມແຂວງ ຈະ ນໍາພາ-ຊີ້ນໍາບັນດາຂະແໜງການ  ໃຫ້ປະຕິບັດໜ້າທີ່ວຽກງານຕາມ ພາລະບົດບາດຢ່າງເຂັ້ມງວດ, ຈະ ຕິດຕາມ-ຊຸກຍູ້ການໂຄສະນາ-ປາ ຖະກະຖາເຜີຍແຜ່ແນວທາງພັກ- ລັດຂອງບັນດາພະແນກການ, ເມືອງ, ສ້າງແຜນຈັດຝຶກອົບຮົມ ໃນການສ້າງນັກໂຄສະນາ-ປາ ຖະກະຖາຢູ່ບັນດາເມືອງ, ສືບຕ່ໍ ຕິດຕາມຫາງສຽງສັງຄົມ, ສູ້ຊົນ ໂຄສະນາເຜີຍແຜ່ແນວທາງ ຜ່ານ ສື່ຕ່າງໆ ແລະ ເຄື່ອນໄຫວເກັບກຳ ຂໍ້ມູນຂ່າວສານເຫດການທີ່ເກີດຂຶ້ນ ພາຍໃນແຂວງ ມາຜະລິດເປັນສະ ປອດ, ຂ່າວ, ບົດ ແລະ ເຮັດລາຍ ການໃຫ້ເປັນປົກກະຕິໃນແຕ່ລະວັນ.

KPL

ຂ່າວອື່ນໆ

    • ບໍລິຄຳໄຊ ຫາລືການພັດທະນາໂຄງການພັດທະນາແສງຕາເວັນວັດທະນະທຳ-ສັງຄົມ

      ບໍລິຄຳໄຊ ຫາລືການພັດທະນາໂຄງການພັດທະນາແສງຕາເວັນ

      9/22/2026 12:22:10 AM

      ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລືແບບເປີດກວ້າງ ລະ ຫວ່າງ ໂຄງການພະລັງງານແສງ ຕາເວັນ 100 ເມກາວັດ ແລະ ຊຸມ ຊົນທ້ອງຖິ່ນ ກ່ຽວກັບການພັດທະ ນາໂຄງການພະລັງງານແສງຕາ ເວັນ ແລະ ກົນໄກສິນເຊື່ອກາກບອນ ໄດ້ຈັດຂ້ຶນທ່ີພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໂດຍການເປັນ ປະທານຮ່ວມຂອງ ທ່ານ ສຸກສາ ຄອນ ບົວທອງ ຮອງຫົວໜ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງ ບໍລິຄຳໄຊ, ທ່ານ ເພັງຊົງ ຕົງນາມະ ວົງ ຜູ້ອຳນວຍການ ໂຄງການພະລັງ ງານແສງຕາເວັນ ພ້ອມດ້ວຍອຳ ນາດການປົກຄອງບ້ານນໍ້າງຽບ, ບ້ານກ້ວຍອຸດົມ, ພະແນກການທ່ ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

    • ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາວັດທະນະທຳ-ສັງຄົມ

      ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາ

      9/21/2026 9:46:10 AM

      ວັນທີ 18 ກັນຍາ 2026 ຜ່ານມາ, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມລະດົມຄຳເຫັນທາງດ້ານນິຕິສາດ ກ່ຽວກັບຄວາມໝາຍ ແລະ ການນຳໃຊ້ບາງບົດບັນຍັດຂອງປະມວນກົດໝາຍອາຍາ ໂດຍສຸມໃສ່ຄຳວ່າ “ຜົວ ຫຼື ເມຍ” ຕາມມາດຕາ 247 ແລະ “ງັດແງະ” ຕາມມາດຕາ 231 ວັກ 2 ຊຶ່ງໃນພາກປະຕິບັດຕົວຈິງ ຍັງມີການເຂົ້າໃຈ ແລະ ນຳໃຊ້ບໍ່ທັນເປັນເອກະພາບກັນ ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍ ທ່ານສາດສະດາຈານກົດໝາຍອາວຸໂສ, ຜູ້ແທນຈາກອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການສືບສວນ-ສອບສວນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.

    • ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດວັດທະນະທຳ-ສັງຄົມ

      ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດ

      9/21/2026 9:41:12 AM

      ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 14-18 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ປິດລົງດ້ວຍຜົນສຳເລັດ ໂດຍມີຄະນະຜູ້ແທນ ຈາກ 91 ປະເທດ, ໃນນັ້ນ 74 ປະເທດພາຄີ ແລະ 17 ປະເທດສັງເກດການ ແລະ ອົງການຈັດຕັ້ງສາກົນຕ່າງໆ ທັງໝົດ 27 ອົງການ ເຂົ້າຮ່ວມ.

    • ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCMວັດທະນະທຳ-ສັງຄົມ

      ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCM

      9/21/2026 9:34:31 AM

      ເພື່ອປະກອບສ່ວນເຮັດໃຫ້ການດຳເນີນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ

    • ຫາລືສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5ວັດທະນະທຳ-ສັງຄົມ

      ຫາລືສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5

      9/21/2026 9:15:18 AM

      ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5 ສຳລັບອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ຂັ້ນສູນກາງ ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ຄຳເຝືອ ສິຣິວົງ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top