ບໍລິຄຳໄຊ ຫາລືການພັດທະນາໂຄງການພັດທະນາແສງຕາເວັນ

22/09/2026 00:22
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລືແບບເປີດກວ້າງ ລະ ຫວ່າງ ໂຄງການພະລັງງານແສງ ຕາເວັນ 100 ເມກາວັດ ແລະ ຊຸມ ຊົນທ້ອງຖິ່ນ ກ່ຽວກັບການພັດທະ ນາໂຄງການພະລັງງານແສງຕາ ເວັນ ແລະ ກົນໄກສິນເຊື່ອກາກບອນ ໄດ້ຈັດຂ້ຶນທ່ີພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໂດຍການເປັນ ປະທານຮ່ວມຂອງ ທ່ານ ສຸກສາ ຄອນ ບົວທອງ ຮອງຫົວໜ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງ ບໍລິຄຳໄຊ, ທ່ານ ເພັງຊົງ ຕົງນາມະ ວົງ ຜູ້ອຳນວຍການ ໂຄງການພະລັງ ງານແສງຕາເວັນ ພ້ອມດ້ວຍອຳ ນາດການປົກຄອງບ້ານນໍ້າງຽບ, ບ້ານກ້ວຍອຸດົມ, ພະແນກການທ່ ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

ໂຄງການພະລັງງານແສງຕາ ເວັນ ຕັ້ງຢູ່ເຂດບ້ານນໍ້າງຽບ ແລະ  ບ້ານກ້ວຍອຸດົມ ເມືອງປາກຊັນ  ແຂວງບໍລິຄໍາໄຊ ໂດຍມີກໍາລັງ ການຕິດຕັ້ງ 130 MWdc (100MWac) ເທິງເນື້ອທີ່ຕິດຕັ້ງແຜງໂຊ ລ່າເຊວ 140,23 ເຮັກຕາ. ຄາດວ່າ ຈະສາມາດຜະລິດພະລັງງານໄຟຟ້າ ສະເລ່ຍໄດ້ເຖິງ 197 ຈີກາວັດ ໂມງຕໍ່ປີ ໂດຍໃຊ້ແຜງໂຊລ່າເຊວ ປະເພດ Mono-crystalline ແກ້ວ ສອງດ້ານ ທີ່ມີປະສິດທິພາບສູງ ທັງໝົດ 211.007 ແຜງ ພັດທະນາ ໂຄງການໂດຍ ບໍລິສັດ ເອພີດີແອວ ໂຊລ່າພາວເວີ້ ຈໍາກັດຜູ້ດຽວ  (APDL SOLAR POWER Sole Co., Ltd) ຮ່ວມກັບ ບໍລິສັດ ໂຄເຊີ ໄຄລເມທ ອິນເດຍ ໄພຣເວດ ຈໍາກັດ (Kosher Climate India Private Limited). 

ໃນກອງປະຊຸມ, ວິທະຍາກອນ ຈາກໂຄງການ ໄດ້ນໍາສະເໜີຄວາມ ຮູ້ກ່ຽວກັບສິນເຊື່ອກາກບອນ  (Carbon Credit) ພ້ອມທັງ ເຊ່ືອມໂຍງກັບເປົ້າໝາຍການພັດ ທະນາແບບຍືນຍົງ (SDGs) ຂອງອົງການສະຫະປະຊາຊາດ ຊຶ່ງ ປະກອບມີ: SDG 7 (ພະລັງງານ ສະອາດທີ່ເຂົ້າເຖິງໄດ້): ສົ່ງເສີມ ການໃຊ້ພະລັງງານແສງຕາເວັນ ເພື່ອເພີ່ມອັດຕາສ່ວນພະລັງງານທົດ ແທນ, SDG 8 (ການເຕີບໂຕທາງ ເສດຖະກິດ ແລະ ສັງຄົມ): ສ້າງ ໂອກາດການຈ້າງງານ ແລະ ວຽກ ທີ່ມີຄຸນຄ່າໃຫ້ແກ່ຊຸມຊົນທ້ອງຖິ່ນ,  SDG 13 (ການຮັບມືກັບການປ່ຽນ ແປງດິນຟ້າອາກາດ): ຜະລິດພະ ລັງງານສະອາດ ເພື່ອຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ. ໂຄງການດັ່ງກ່າວ, ຍັງໄດ້ຮັບການ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ  ໂດຍມີການຮ່ວມມືກັບຂັ້ນສູນກາງ  ແລະ ທ້ອງຖິ່ນ ເພື່ອຮັບປະກັນວ່າ  ໂຄງການຈະຊ່ວຍເພີ່ມຄວາມໝັ້ນ ຄົງດ້ານພະລັງງານໃຫ້ແກ່ ສປປ  ລາວ, ກະຕຸ້ນເສດຖະກິດທ້ອງຖ່ິນ,  ຍົກລະດັບພື້ນຖານໂຄງລ່າງ ແລະ  ດຶງດູດການລົງທຶນດ້ານສິ່ງແວດ ລ້ອມໃນລະດັບສາກົນ. ພ້ອມນີ້, ຜ້ ເຂ້ົາຮ່ວມປະຊຸມຍັງໄດ້ຍົກຫລາຍ ບັນຫາປຶກສາຫາລືແລກປ່ຽນຄໍາ ຄິດ-ຄໍາເຫັນ ລະຫວ່າງຜູ້ພັດທະນາ ໂຄງການ ແລະ ຊຸມຊົນ ເພ່ືອສ້າງ ຄວາມຮັບຮູ້ເຂົ້າໃຈເປົ້າໝາຍໃຫ້ ທຸກພາກສ່ວນມີສ່ວນຮ່ວມ ໃນການ ພັດທະນາໂຄງການໃຫ້ເຕີບໂຕຢ່າງ ໝັ້ນຄົງ ແລະ ເປັນມິດກັບສິ່ງແວດ ລ້ອມຢ່າງຍືນຍົງ.

KPL

ຂ່າວອື່ນໆ

    • ຄະນະໂຄສະນາອົບຮົມເຊກອງ ສະຫລຸບຜົນງານ 9 ເດືອນວັດທະນະທຳ-ສັງຄົມ

      ຄະນະໂຄສະນາອົບຮົມເຊກອງ ສະຫລຸບຜົນງານ 9 ເດືອນ

      9/22/2026 12:16:05 AM

      ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ຄະນະໂຄສະນາ ອົບຮົມແຂວງເຊກອງ ສະຫລຸບ ຜົນການຈັດຕັ້ງປະຕິບັດວຽກງານ 9 ເດືອນ ແລະ ວາງທິດທາງແຜນ ການ 3 ເດືອນທ້າຍປີ 2026, ຄວບ ຄູ່ກັບການເຊື່ອມຊຶມເນື້ອໃນເອກະ ສານສຳຄັນມູນເຊື້ອຂອງພັກ-ຂອງ ຊາດ ທ້າຍອາທິດຜ່ານມາ, ໂດຍ ການເປັນປະທານຂອງ ທ່ານ ຄຳ ພາ ໄຊຍະແສງ ກຳມະການພັກ ແຂວງ, ຫົວໜ້າຄະນະໂຄສະນາ ອົບຮົມແຂວງເຊກອງ.

    • ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາວັດທະນະທຳ-ສັງຄົມ

      ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາ

      9/21/2026 9:46:10 AM

      ວັນທີ 18 ກັນຍາ 2026 ຜ່ານມາ, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມລະດົມຄຳເຫັນທາງດ້ານນິຕິສາດ ກ່ຽວກັບຄວາມໝາຍ ແລະ ການນຳໃຊ້ບາງບົດບັນຍັດຂອງປະມວນກົດໝາຍອາຍາ ໂດຍສຸມໃສ່ຄຳວ່າ “ຜົວ ຫຼື ເມຍ” ຕາມມາດຕາ 247 ແລະ “ງັດແງະ” ຕາມມາດຕາ 231 ວັກ 2 ຊຶ່ງໃນພາກປະຕິບັດຕົວຈິງ ຍັງມີການເຂົ້າໃຈ ແລະ ນຳໃຊ້ບໍ່ທັນເປັນເອກະພາບກັນ ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍ ທ່ານສາດສະດາຈານກົດໝາຍອາວຸໂສ, ຜູ້ແທນຈາກອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການສືບສວນ-ສອບສວນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.

    • ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດວັດທະນະທຳ-ສັງຄົມ

      ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດ

      9/21/2026 9:41:12 AM

      ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 14-18 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ປິດລົງດ້ວຍຜົນສຳເລັດ ໂດຍມີຄະນະຜູ້ແທນ ຈາກ 91 ປະເທດ, ໃນນັ້ນ 74 ປະເທດພາຄີ ແລະ 17 ປະເທດສັງເກດການ ແລະ ອົງການຈັດຕັ້ງສາກົນຕ່າງໆ ທັງໝົດ 27 ອົງການ ເຂົ້າຮ່ວມ.

    • ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCMວັດທະນະທຳ-ສັງຄົມ

      ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCM

      9/21/2026 9:34:31 AM

      ເພື່ອປະກອບສ່ວນເຮັດໃຫ້ການດຳເນີນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ

    • ຫາລືສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5ວັດທະນະທຳ-ສັງຄົມ

      ຫາລືສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5

      9/21/2026 9:15:18 AM

      ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5 ສຳລັບອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ຂັ້ນສູນກາງ ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ຄຳເຝືອ ສິຣິວົງ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top