ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

21/09/2026 09:19
ຂປລ ຕອນແລງວັນທີ 16 ກັນຍາ 2026, ທີ່ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ, ສປ ຈີນ, ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຕິ່ງ ເຊຍສຽງ ກຳມະການປະຈໍາກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງເຂົ້າຮ່ວມງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 ທີ່ໄດ້ຈັດຂຶ້ນຢູ່ເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີ.

      ຂປລ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ລົງເລິກປຶກສາຫາລືແລກປ່ຽນຄໍາຄິດເຫັນ ເພື່ອແນໃສ່ການຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມລັດຖະກິດ ທີ່ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນຕົ້ນເດືອນມິຖຸນາ 2026 ທີ່ຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດການຕົກລົງເປັນເອກະພາບຂອງການນໍາຂັ້ນສູງສຸດຂອງສອງປະເທດ ວ່າດ້ວຍການຍົກລະດັບການກໍ່ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ໃຫ້ເປັນຮູບປະທໍາ. ນອກຈາກນີ້, ຝ່າຍລາວຍັງໄດ້ຕີລາຄາສູງຕໍ່ການເປັນເຈົ້າພາບ ຈັດງານວາງສະແດງສິນຄ້າອາຊຽນ-ຈີນ ຄັ້ງທີ 23 ລວມທັງການພັດທະນາເສດຖະກິດ-ສັງຄົມ ຂອງເຂດກວາງຊີໃນຖານະເປັນປະຕູສູ່ປະເທດອາຊຽນ ແລະ ຍຶດໝັ້ນສືບຕໍ່ສະໜັບສະໜູນຫລັກການຈີນດຽວ ແລະ ບັນດາ 4 ຂໍ້ລິເລີ່ມທີ່ສະເໜີໂດຍ ສະຫາຍ ຈີນ ແລະ ຍິນດີສືບຕໍ່ຮັດແໜ້ນການປະສານສົມທົບໃນເວທີພາກພື້ນ ແລະ ສາກົນ.

    ສອງຝ່າຍໄດ້ເອກະພາບກັນສືບຕໍ່ຊຸກຍູ້ບັນດາພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ໃນການຈັດຕັ້ງປະຕິບັດບັນດາທິດທາງ, ແຜນການການຮ່ວມມືທີ່ການນໍາສູງສຸດໄດ້ຕົກລົງເປັນເອກະພາບກັນ ໂດຍສະເພາະແມ່ນໂຄງການຮ່ວມມືຂະໜາດໃຫຍ່ ທີ່ເປັນລັກສະນະຍຸດທະສາດ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຢູ່ ສປປ ລາວ, ການຮ່ວມມືດ້ານສາທາລະນະສຸກ, ການສຶກສາ, ດ້ານວັດທະນະທໍາ-ສັງຄົມ ແລະ ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນດ້ານຕ່າງໆ ໃຫ້ແຕກດອກອອກຜົນຂຶ້ນເລື້ອຍໆ ໂດຍສະເພາະການຮ່ວມມືເພື່ອພັດທະນາໂຄງການທີ່ປິ່ນອ້ອມທາງລົດໄຟ ລາວ-ຈີນ ໃຫ້ມີບາດກ້າວຂະຫຍາຍຕົວດ້ວຍຄຸນນະພາບໃໝ່ ເພື່ອຮັບປະກັນຜົນປະໂຫຍດໃຫ້ແກ່ສອງປະເທດຢ່າງແທ້ຈິງ. ພ້ອມກັນນີ້, ສອງຝ່າຍ ເຫັນວ່າ ປີ 2026 ແມ່ນປີຄົບຮອບການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ເປັນປີມິດຕະພາບລາວ-ຈີນ, ສອງຝ່າຍຈະສືບຕໍ່ຊຸກຍູ້ແລກປ່ຽນການໄປມາຫາສູ່ ແລະ ຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນໃຫ້ຫລາຍຂຶ້ນກວ່າເກົ່າ; ຍິນດີສືບຕໍ່ຊີ້ນໍາພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍ ເພີ່ມເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊ້ືອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ລາວ- ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ ໃຫ້ນັບມື້ນັບເຂ້ົາສູ່ລວງເລິກ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ໃນຕໍ່ໜ້າ.

KPL

ຂ່າວອື່ນໆ

ads
ads

Top