ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນຕໍ່ການປະຕິບັດສົນທິສັນຍາ CCM

21/09/2026 09:27
ຂປລ ໃນວາລະດຳເນີນກອງປະຊຸມ ທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃນວັນທີ 17 ກັນຍາ 2026 ນີ້ ໄດ້ລົງເລິກຫົວຂໍ້ສໍາຄັນ ໂດຍສະເພາະແມ່ນຫລັກການຄວາມໂປ່ງໃສ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາ ຂອງບັນດາລັດພາຄີ, ມາດ ຕະການ ການຮັບປະກັນການປະຕິບັດຕາມສົນທິສັນຍາ, ການສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ວຽກງານປິ່ນອ້ອມ ອື່ນໆ ທີ່ສະໜັບສະໜູນຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ໂດຍການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຮອງະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ).

     

    ຂປລ. ໃນກອງປະຊຸມ ທ່ານ ເພັດສະໝອນ ແກ້ວວົງວິຈິດ ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໄດ້ຕາງໜ້າຄະນະຜູ້ແທນ ສປປ ລາວ ປະກອບຄໍາເຫັນໃນພາກມາດຕະການຈັດຕັ້ງປະຕິບັດສົນທິສັນຍາ ໂດຍໄດ້ຢ້ຳຄືນຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດສົນທິສັນຍາ CCM ຢ່າງເຂັ້ມແຂງໃນລະດັບຊາດ ໂດຍຜ່ານນິຕິກຳທາງກົດໝາຍທີ່ມີປະສິດທິຜົນ, ການປະສານງານລະຫວ່າງອົງການຈັດຕັ້ງສາກົນ ແລະ ການເປັນເຈົ້າການຂອງລັດຖະບານ. ພ້ອມກັນນັ້ນ, ຍັງໄດ້ເນັ້ນໜັກເຖິງຄວາມຄືບໜ້າດ້ານວຽກງານນິຕິກໍາ ໂດຍສະເພາະດໍາລັດເລກທີ 166/ລບ, ການເພີ່ມທະວີການປະສານງານພາຍໃຕ້ການນໍາພາຂອງກະຊວງການຕ່າງປະເທດ ໃນນາມປະທານຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ໂດຍມີກົນໄກການປະສານງານ ໂດຍສະເພາະກອງປະຊຸມຂະແໜງການ ລບຕ (Sector Working Groups/SWG) ແລະ ກອງປະຊຸມຈຸດປະສານງານດ້ານວິຊາການ (technical working group/TWG), ລວມທັງການຮັບຮອງເອົາມາດຕະຖານແຫ່ງຊາດ ດ້ານວຽກງານລະເບີດບໍ່ທັນແຕກສະບັບປັບປຸງໃໝ່, ເອກະສານຕາຕະລາງການກຳນົດບຸລິມະສິດ ແລະ ລະບົບຄຸ້ມຄອງຂໍ້ມູນຂ່າວສານທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ. ສໍາລັບທິດທາງໃນຕໍ່ໜ້າ ໂດຍສະເພາະແມ່ນແຜນປະຕິບັດງານນະຄອນຫລວງວຽງຈັນ ປີ 2027-2031, ສປປ ລາວ ຈະສືບຕ່ໍສ້າງຂີດຄວາມສາມາດຂອງບັນດາອົງການປະຕິບັດງານ, ການປະສານງານ ແລະ ການຈັດຕັ້ງປະຕິບັດສົນທິສັນຍາໂດຍອີງໃສ່ຂໍ້ມູນຫລັກຖານຕົວຈິງ, ພ້ອມທັງຊຸກຍູ້ໃຫ້ບັນດາປະເທດພາຄີແລກປ່ຽນປະສົບການ, ບົດຮຽນທ່ີດີ ແລະ ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນລະດັບຊາດໃຫ້ມີປະສິດທິຜົນ.

    ໃນໂອກາດດຽວກັນ, ທ່ານ ນາງ ສຸກສະນິດ ວົງພານຄໍາ ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໄດ້ຕາງໜ້າຄະນະຜູ້ແທນ ສປປ ລາວ ປະກອບຄໍາເຫັນໃນພາກບັນຫາອື່ນໆທີ່ມີຄວາມສໍາຄັນໃນການບັນລຸເປົ້າໝາຍຂອງສົນທິສັນຍາ ໂດຍຢືນຢັນຄືນຄວາມໝາຍໝັ້ນໃນການເຊື່ອມສານບົດບາດຍິງ-ຊາຍ ເຂົ້າເປັນສ່ວນໜຶ່ງໃນທຸກຂົງເຂດຂອງການຈັດຕັ້ງປະຕິບັດສົນທິສັນຍາ CCM ແລະ ວຽກງານ ລບຕ.  ສປປ ລາວ ໄດ້ລາຍງານຄວາມຄືບໜ້າຕ່າງໆ ເຊັ່ນ: ການເຊື່ອມສານວຽກງານສົ່ງເສີມບົດບາດແມ່ຍິງ ເຂົ້າໃນແຜນງານຍຸດທະສາດຂະແໜງການ ລບຕ “ເສັ້ນທາງສູ່ຄວາມປອດໄພ III”, ການສ້າງຕັ້ງຄະນະກໍາມະການປະສານງານບົດບາດຍິງ-ຊາຍ ແລະ ກຳນົດຈຸດປະສານງານຢູ່ໃນບັນດາກຸ່ມເຮັດວຽກວິຊາການ, ການເພີ່ມທະວີການມີສ່ວນຮ່ວມຂອງແມ່ຍິງ ຊ່ຶງໄດ້ກວມເອົາປະມານ 37% ຂອງແຮງງານໃນຂະແໜງການດັ່ງກ່າວໃນປີ 2025. ນອກຈາກນີ້, ສປປ ລາວ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເກັບກຳຂໍ້ມູນທີ່ຈຳແນກຕາມປະເພດຕ່າງໆ (disaggregated data) ເພື່ອຮັບປະກັນໃຫ້ແຜນງານມີລັກສະນະກວມລວມ ແລະ ຕອບສະໜອງຕໍ່ຄວາມຕ້ອງການໄດ້ຢ່າງມີປະສິດທິຜົນ. 

    ໃນຕອນບ່າຍວັນດຽວກັນ, ບັນດາປະເທດລັດພາຄີຮ່ວມກັບອົງການຈັດຕັ້ງສາກົນ ຈໍານວນໜຶ່ງໄດ້ຈັດກິດຈະກຳປິ່ນອ້ອມ (Side Event) ໃນຫົວຂ້ໍສໍາຄັນຕ່າງໆ ເປັນຕົ້ນ ການສືບຕໍ່ຄວາມຄືບໜ້າ ແລະ ວາງແນວທາງໃນຕໍ່ໜ້າຂອງວຽກງານຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ການສົ່ງເສີມການຮ່ວມເປັນລັດພາຄີຂອງສົນທິສັນຍາ ແລະ ການເຊື່ອມໂຍງບັນດາສົນທິສັນຍາເພື່ອຊຸກຍູ້ວຽກງານການຫລຸດຜ່ອນອາວຸດເພື່ອມະນຸດສະທໍາ ເປັນຕົ້ນແມ່ນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດຝັງດິນຕ້ານບຸກຄົນ (APMBC) ແລະ ສົນທິສັນຍາວ່າດ້ວຍການເກືອດຫ້າມອາວຸດບາງປະເພດ (CCW) ໃນພາກພື້ນອາຊີ-ປາຊີຟິກ ແລະ ການປຶກສາຫາລືຂໍ້ລິເລີ່ມຂອງຊຸມຊົນທ້ອງຖິ່ນໃນການຊ່ວຍເຫລືອຜູ້ເຄາະຮ້າຍ ແລະ ຜູ້ລອດຊີວິດຈາກ ລບຕ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

KPL

ຂ່າວອື່ນໆ

ads
ads

Top