ແວ່ນຕາອັດສະລິຍະ ຈີນ ກາຍເປັນນາຍແປພາສາໃຫ້ມະນຸດແລ້ວ

21/09/2026 22:00
ຂປລ ໃນອະນາຄົດ ມະນຸດອາດບໍ່ຈໍາເປັນ ຕ້ອງການນາຍແປພາສາເດີນທາງໄປນໍາອີກຕໍ່ໄປ ເມື່ອບໍລິສັດອິນໂມ (Inmo) ຂອງ ນະຄອນເຊິງຕູ, ແຂວງເສສວນໄດ້ປະກາດວ່າໄດ້ສໍາເລັດ ແລະ ເປີດນໍາໃຊ້ແວ່ນຕາອັດສະລິຍະ AI + AR ສາມາດແປພາສາໄດ້ຫລາຍກວ່າ 100 ພາສາ. ໃນນັ້ນລວມທັງ ຮອງຮັບພາສາລາວໄດ້ອີກດ້ວຍ.

ຂປລ. ໃນອະນາຄົດ ມະນຸດອາດບໍ່ຈໍາເປັນ ຕ້ອງການນາຍແປພາສາ ເດີນທາງໄປນໍາອີກຕໍ່ໄປ ເມື່ອບໍລິສັດອິນໂມ (Inmo) ຂອງ ນະຄອນເຊິງຕູ, ແຂວງເສສວນ ໄດ້ປະກາດວ່າ ໄດ້ສໍາເລັດ ແລະ ເປີດນໍາໃຊ້ແວ່ນຕາອັດສະລິຍະ AI + AR  ສາມາດແປພາສາ ໄດ້ຫລາຍກວ່າ 100 ພາສາ. ໃນນັ້ນລວມທັງ ຮອງຮັບພາສາລາວ ໄດ້ອີກດ້ວຍ.

ໃນວັນທີ 20 ກັນຍາ 2026, ສື່ມວນຊົນຕ່າງປະເທດ, ພ້ອມດ້ວຍ ຄະນະນັກສຶກສາຕ່າງປະເທດປະມານ 30 ຄົນ ຈາກມະຫາວິທະຍາໄລການເງິນ ແລະ ເສດຖະກິດ ຕາເວັນຕົກສຽງໃຕ້ ຂອງ ນະຄອນເຊິງຕູ, ແຂວງເສສວນໄດ້ຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ບໍລິສັດອິນໂມ(Inmo) ເພື່ອຮຽນຮູ້ບົດຮຽນ ການພັດທະນາເສດຖະກິດ-ສັງຄົມ, ເຕັກໂນໂລຊີ ທັນສະໄໝ, ປັນຍາປະດິດ ແຫ່ງຍຸກສະໄຫມໃໝ່ແລະ ອື່ນໆຂອງຈີນ.

ຕາມຂໍ້ມູນຂອງບໍລິສັດອິນໂມ (Inmo)ຂອງນະຄອນເຊິງຕູ ໄດ້ລາຍງານໃຫ້ຮູ້ເບື້ອງຕົ້ນວ່າ: ບໍລິສັດຂອງຕົນໄດ້ເນັ້ນການວິໄຈ ແລະ ພັດທະນາ ແວ່ນຕາອັດສະລິຍະ AI + AR ຢ່າງຕໍ່ເນື່ອງ ເພື່ອຕອບສະຫນອງຄວາມຕ້ອງຂອງຜູ້ຊົມໃຊ້ທົ່ວໂລກ ໂດຍສະເພາະ ກຸ່ມຄົນບໍ່ຮູ້ພາສາຕ່າງປະເທດ ແຕ່ຢາກສື່ສານ ແລະ ປາກເວົ້າກັບຄົນຊາດອື່ນໃຫ້ເຂົ້າໃຈ.

ບໍລິສັດດັ່ງກ່າວ ໄດ້ກໍ່ຕັ້ງຂຶ້ນ ໃນປີ 2020,ໂດຍຈຸດເນັ້ນຫລັກຂອງບໍລິສັດຄື:  ເຕັກໂນໂລຊີ ການແປພາສາ, ການຖ່າຍຮູບ/ວິດີໂອ,  ການສະແດງຜົນ AR ແລະ ອື່ນໆ. ປັດຈຸ ບັນ Inmo ບໍ່ໄດ້ເຮັດພຽງ “ແວ່ນຕາ Bluetooth” ແຕ່ຍັງພະຍາຍາມ ພັດທະນາ ໃຫ້ແວ່ນຕາເປັນ ອຸປະກອນຄອມພິວເຕີ ເຄື່ອນທີ່ລຸ້ນຕໍ່ໄປ. ປັດຈຸບັນ,ບໍລິສັດ Inmo ໄດ້ສົ່ງອອກ ຜະລິດຕະພັນ ແວ່ນຕາອັດສະລິຍະ ໄປຫລາຍກວ່າ 80 ປະເທດທົ່ວໂລກ. ໃນນັ້ນລວມມີ ອາເມລິກາເໜືອ-ໃຕ້, ເອີຣົບ, ອາຊຽນ, ຕາເວັນອອກກາງ, ອາຟຣິກາ ແລະ ອື່ນໆ./

 

KPL

ຂ່າວອື່ນໆ

ads
ads

Top