ຂປລ
ທີມງານເສດຖະກິດ ການຄ້າ ຂອງສອງປະເທດຈີນ-ອາເມລິກາ ໄດ້ເລີ່ມຈັດການເຈລະຈາ ກ່ຽວກັບ ເສດຖະກິດການຄ້າຈີນ-ອາເມລິກາ ຢູ່ນະຄອນນິວຢອກ ຂອງ ສ.ອາເມລິກາ. ການເຈລະຈາຄັ້ງນີ້ ຈະດຳເນີນເປັນເວລາ 5 ວັນ, ແຕ່ວັນທີ 19 ຫາ 23 ກັນຍານີ້.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ທີມງານເສດຖະກິດ ການຄ້າ ຂອງສອງປະເທດຈີນ-ອາເມລິກາ ໄດ້ເລີ່ມຈັດການເຈລະຈາ ກ່ຽວກັບ ເສດຖະກິດການຄ້າຈີນ-ອາເມລິກາ ຢູ່ນະຄອນນິວຢອກ ຂອງ ສ.ອາເມລິກາ. ການເຈລະຈາຄັ້ງນີ້ ຈະດຳເນີນເປັນເວລາ 5 ວັນ, ແຕ່ວັນທີ 19 ຫາ 23 ກັນຍານີ້. ໂດຍມີ ທ່ານ ເຮີລີ້ເຟີ່ງ ເປັນຜູ້ນຳພາຄະນະຜູ້ແທນຈີນ, ຝ່າຍ ສ.ອາເມລິກາ ກໍຈະເຂົ້າຮ່ວມ ການແລກປ່ຽນ ຄວາມເຫັນກ່ຽວກັບ ບັນຫາເສດຖະກິດ ການຄ້າຂອງສອງຝ່າຍ. ແຜນການຈັດວາງ ທີ່ປະກາດສະແດງໃຫ້ເຫັນວ່າ: ທ່ານ ເຮີລີ້ເຟີ່ງ ນຳພາຄະນະຜູ້ແທນ ເດີນທາງໄປ ສ.ອາເມລິກາເພື່ອເຈລະຈາ ດ້ານເສດຖະກິດ ການຄ້າກັບ ສ.ອາເມລິກາ, ຊີ້ໃຫ້ເຫັນວ່າ ສອງຝ່າຍ ໄດ້ຕົກລົງສືບຕໍ່ ຮ່ວມກັນ ປຶກສາຫາລື ກ່ຽວກັບ ບັນຫາເສດຖະກິດ ການຄ້າທີ່ສອງຝ່າຍສົນໃຈ ຮ່ວມກັນ ບົນພື້ນຖານຄວາມເຫັນ ທີ່ເປັນເອກະພາບສຳຄັນ ຂອງປະມຸກລັດ ສອງປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL