ຂປລ
ໃນໄລຍະ 10 ເດືອນຂອງປີ 2025 ນີ້ ກຳປູເຈຍ ສົ່ງອອກສິນຄ້າ ດ້ວຍມູນຄ່າ 2,494 ໝື່ນລ້ານໂດລາສະຫະລັດ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ກົມພາສີກຳປູເຈຍ ເປີດເຜີຍວ່າ: ໃນໄລຍະ 10 ເດືອນຂອງປີ 2025 ນີ້ ກຳປູເຈຍ ສົ່ງອອກສິນຄ້າ ດ້ວຍມູນຄ່າ 2,494 ໝື່ນລ້ານໂດລາສະຫະລັດ. ຕົວເລັກດັ່ງກ່າວ ເພີ່ມຂຶ້ນ 15,2% ເມື່ອທຽບກັບ ໄລຍະດຽວກັນ ຂອງປີກາຍ. ໃນນັ້ນ ລວມມີ ສ.ອາເມລິກາ, ຫວຽດນາມ, ຈີນ, ຍີ່ປຸ່ນ ແລະ ການາດາ. ສ່ວນສິນຄ້າ ສົ່ງອອກຫລັກ ປະກອບມີ ເສື້ອຜ້າ, ເກີບ, ກະເປົາ, ສິນຄ້າກຸ່ມເດີນທາງ, ລົດຖີບ, ຢາງລົດໃຫຍ່ ແລະ ສິນຄ້າກະສິກຳ ສົ່ງອອກສຳຄັນເຊັ່ນ: ເຂົ້າ, ຢາງພາລາ, ມັນຕົ້ນ, ກວ້ຍ ແລະ ອື່ນໆ. ຂະນະດຽວກັນ ກຳປູເຈຍ ຍັງມີຍອດການນໍາເຂົ້າລວມ 2,763 ໝື່ນລ້ານໂດລາສະຫະລັດ ໃນເດືອນມັງກອນ-ເດືອນຕຸລາປີນີ້, ເພີ່ມຂຶ້ນ 17,7% ເມື່ອທຽບກັບປີກາຍ./
KPL