ຂປລ
ຂປລ. ທົ່ງໄຫຫີນ ແຂວງຊຽງຂວາງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທີ່ຂຶ້ນຊື່ລືນາມຂອງແຂວງຊຽງຂວາງ ແລະເປັນທ່ອງທ່ອງທ່ຽວທີ່ສຳຄັນ ຂອງແຂວງທີ່ສາມາດດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມເປັນຈຳນວນຫລວງຫລາຍ.

ຂປລ. ທົ່ງໄຫຫີນ ແຂວງຊຽງຂວາງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທີ່ຂຶ້ນຊື່ລືນາມຂອງແຂວງຊຽງຂວາງ ແລະເປັນທ່ອງທ່ອງທ່ຽວທີ່ສຳຄັນ ຂອງແຂວງທີ່ສາມາດດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມເປັນຈຳນວນຫລວງຫລາຍ. ດ້ວຍລັກສະນະທີ່ເປັນຮູບຊົງໄຫຕັ້ງຢູ່ເປັນກຸ່ມ ຊຶ່ງເປັນທີ່ຮູ້ຈັກກັນໃນນາມ “ທົ່ງໄຫຫີນ” ນັ້ນ ຕັ້ງລຽງຢັ່ງຢາຍຢ່າງສະຫງ່າງາມ ຢູ່ພື້ນທີ່ຕອນເໜືອຂອງສາຍພູຫລວງ. ທົ່ງໄຫຫີນດັ່ງກ່າວ ແຕ່ລະກຸ່ມຈະປະກອບມີຕັ້ງແຕ່ໜຶ່ງຮ້ອຍຫາສີ່ຮ້ອຍກວ່າໜ່ວຍ ສ່ວນຫລາຍແມ່ນຕັ້ງຢູ່ຈຸດໂນນພູ, ເນີນພູ ແລະ ສັນພູ ຕາມປະຫວັດສາດແລ້ວ ພື້ນທີ່ບໍລິເວນທົ່ງໄຫຫີນ ນີ້ເຄີຍເປັນເສັ້ນທາງລຳລຽງ ທີ່ສະດວກສະບາຍ ຊຶ່ງເລີ່ມແຕ່ອ່າວຕົງແກງ ຜ່ານເຂົ້າແຜ່ນດິນໃຫຍ່ຂອງທະວີບອາຊີຕາເວັນອອກສ່ຽງໃຕ້ ຈົນກາຍມາເປັນສ່ວນໜຶ່ງຂອງເສັ້ນທາງການຄ້າ ທີ່ເຊື່ອມຕໍ່ລະຫວ່າງອະລິຍະທຳອັນເກົ່າແກ່ຂອງລາວ, ໄທ ແລະ ຫວຽດນາມ ກັບວັດທະນະທຳຕ່າງໆ ຈາກດິນແດນທີ່ຫ່າງໄກ.

ແຫລ່ງໄຫຫີນ ແຂວງຊຽງຂວາງ-ທົ່ງໄຫຫີນ ທີ່ຮັບຮອງເຂົ້າເປັນມໍລະດົກໂລກ ທາງດ້ານວັດທະນະທໍາແຫ່ງທີ 3 ຂອງ ສປປ ລາວ ກວມເອົາທັງໝົດ 11 ແຫລ່ງໄຫຫີນ ໃນ 4 ເມືອງ ຂອງແຂວງຊຽງຂວາງ ຄື: ເມືອງແປກ, ເມືອງຜາໄຊ, ເມືອງຄຳ ແລະ ເມືອງພູກູດ. ແຫລ່ງໄຫຫີນດັ່ງກ່າວ ປະກອບ ມີ ແຫລ່ງໄຫຫີນ 1 ບ້ານນາໂອ, ແຫລ່ງໄຫຫີນ 2 ບ້ານນາໂຄ້, ແຫລ່ງໄຫຫີນ 3 ບ້ານຊຽງດີ, ແຫລ່ງໄຫຫີນ 8 ຫ້ວຍຫລວງ, ແຫລ່ງໄຫຫີນ 12 ບ້ານຜາແກ້ວ, ແຫລ່ງໄຫຫີນ 21 ພູເກັງ, ແຫລ່ງໄຫຫີນ 23 ບ້ານນໍ້າຮົ່ມ, ແຫລ່ງໄຫຫີນ 25 ບ້ານສອງຮັກ, ແຫລ່ງໄຫຫີນ 28 ບ້ານນາຄວນ, ແຫລ່ງໄຫຫີນ 42 ພູຊ້າງ ບ້ານຊາງ ແລະ ແຫລ່ງໄຫຫີນ 52 ບ້ານຜາແກ້ວ.
ແຫລ່ງໄຫຫີນ 1 ເປັນແຫລ່ງໄຫຫີນຂະໜາດໃຫຍ່ ຊຶ່ງຕັ້ງຢູ່ຫ່າງຈາກ ເທສະບານແຂວງປະມານ 8 ກິໂລແມັດ, ເປັນແຫລ່ງໄຫຫີນ ທີ່ໄດ້ຮັບການສໍາຫລວດ ແລະ ຂຸດຄົ້ນຫລາຍກວ່າໝູ່ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ. ແຫລ່ງໄຫຫີນແຫ່ງນີ້, ປະກອບດ້ວຍໄຫຫີນ 334 ໜ່ວຍ, ຝາປິດໄຫຫີນ 30 ອັນ ແລະ ກ້ອນຫີນໝາຍຂຸມສົບ 303 ກ້ອນ, ໂດຍປະກອບມີ 5 ກຸ່ມໄຫຫີນ ທີ່ຕັ້ງຢູ່ໃກ້ກັນ ໂດຍກວມເອົາ ເນື້ອທີ່ປະມານ 34 ເຮັກຕາ. ນອກຈາກນັ້ນ, ຍັງພົບເຫັນການແກະສະຫລັກ ໃສ່ຝາປິດໄຫຫີນຈໍານວນຫລາຍ ແລະ ມີຮູບແກະສະຫລັກໃສ່ໄຫຫີນ 1 ໜ່ວຍ ຊຶ່ງເປັນໄຫຫີນພຽງໜ່ວຍດຽວໃນທົ່ວແຂວງ ທີ່ພົບເຫັນມີຮູບແກະສະຫລັກ ທີ່ມີລັກສະນະພິເສດ ເປັນຮູບຄົນຢືນ ແລະ ຍົກແຂນຂຶ້ນຟ້າ. ແຫລ່ງໄຫຫີນ 2 ເປັນທົ່ງໄຫຫີນຂະໜາດໃຫຍ່ ແລະ ເປັນໜຶ່ງໃນຈຳນວນທົ່ງໄຫຫີນ ທີ່ມີນັກທ່ອງທ່ຽວໄປຢ້ຽມຢາມຫລາຍ ຄຽງຄູ່ກັບແຫລ່ງໄຫຫີນ 1 ຊຶ່ງຕັ້ງຢູ່ ຫ່າງຈາກ ເທສະບານແຂວງ ປະ ມານ 20 ກິໂລແມັດ, ໂດຍມີໄຫຫີນທັງໝົດ 93 ໜ່ວຍ ແລະ ຝາປິດໄຫຫີນ 14 ອັນ. ແຫລ່ງໄຫຫີນ 3 ເປັນແຫລ່ງໄຫຫີນໃຫຍ່ ຊຶ່ງມີທີ່ຕັ້ງຫ່າງຈາກ ແຫລ່ງໄຫຫີນ 2 ໄປທາງທິດຕາເວັນຕົກສຽງໃຕ້ 2 ກິໂລແມັດ ປະກອບມີໄຫຫີນທັງໝົດ 6 ກຸ່ມ ໂດຍມີໄຫຫີນ 242 ໜ່ວຍ, ມີຝາປິດ 38 ອັນ ແລະ ມີກ້ອນຫີນໝາຍຂຸມສົບ 21 ກ້ອນ. ແຫລ່ງໄຫຫີນ 8 ຕັ້ງຢູ່ເປີ້ນພູສູງຂອງພູຢູ່ທາງທິດໃຕ້ ຂອງແຫລ່ງໄຫຫີນ 3 ໂດຍບ່ອນນີ້ມີຫລາຍຈຸດທີ່ເປັນແຫລ່ງຕັດຫີນ ແລະ ປະກອບມີ ຫລາຍກຸ່ມໄຫຫີນ ທີ່ຍັງບໍ່ທັນຖືກ ຄວັດເຈາະສຳເລັດ, ແຕກຫັກ ແລະ ບາງໜ່ວຍກໍສຳເລັດແລ້ວ, ຊຶ່ງແຫລ່ງໄຫຫີນນີ້ ປະກອບມີໄຫຫີນທັງໝົດ 12 ໜ່ວຍ ແລະ ກ້ອນຫີນ ໝາຍຂຸມສົບ 10 ກ້ອນ. ແຫລ່ງໄຫຫີນ 12 ນອນຢູ່ໃຈກາງປ່າເທິງສັນພູທາງທິດຕາເວັນຕົົກ ຂອງແຫລ່ງໄຫຫີນບ້ານຜາແກ້ວ (ແຫລ່ງໄຫຫີນ 52) ປະກອບກັບທັດສະນີຍະພາບ ຂອງຄວາມກວ້າງໃຫຍ່ສາຍພູ ທີ່ເນັ່ງ ຍຽດຢູ່ທາງ ທິດຕາເວັນຕົກສຽງໃຕ້, ໃນນັ້ນມີໄຫຫີນຄວັດເຈາະທັງສໍາເລັດ ແລະ ບໍ່ສຳເລັດ ຈໍານວນ 32 ໜ່ວຍ, ມີຝາປິດໄຫຫີນ 6 ອັນ ແລະ ກ້ອນຫີນໝາຍຂຸມສົບ 11 ກ້ອນ. ແຫລ່ງໄຫຫີນ 21 ເປັນແຫລ່ງຕັດຫີນຂະໜາດໃຫຍ່ ມີເນື້ອທີ່ປະມານ 20 ເຮັກຕາ ແລະ ໄດ້ຮັບການຢືນຢັນ ທາງວິທະຍາສາດ ແລ້ວວ່າ ເປັນບ່ອນຜະລິດໄຫຫີນສະໜອງ ໃຫ້ແກ່ແຫລ່ງໄຫຫີນ 1 ຊຶ່ງບາງຄັ້ງ ທົ່ງໄຫຫີນດັ່ງກ່າວກໍເອີ້ນວ່າພູເກ່ງ. ໃນແຫລ່ງໄຫຫີນ 21 ນີ້ ປະກອບມີໄຫຫີນ 34 ໜ່ວຍ, ຝາປິດ 2 ອັນ ແລະ ຫີນໝາຍຂຸມສົບ 12 ກ້ອນ. ໄຫຫີນ 23 ຕັ້ງຢູ່ໃກ້ກັບ ບໍ່ນໍ້າຮ້ອນເມືອງຄໍາ ປະກອບມີໄຫຫີນ 4 ກຸ່ມ, ໃນນັ້ນ 3 ກຸ່ມແມ່ນແຫລ່ງໄຫຫີນ ແລະ ອີກ 1 ກຸ່ມແມ່ນແຫລ່ງ ຜະລິດໄຫຫີນ, ມີໄຫຫີນທັງໝົດ 27 ໜ່ວຍ, ຝາປິດ 1 ອັນ ແລະ ກ້ອນຫີນໝາຍຂຸມສົບ 27 ກ້ອນ. ໄຫຫີນ 25 ຕັ້ງຢູ່ເທິງເນີນພູພຽງໃກ້ກັບໝູ່ບ້ານ ປະກອບມີ 2 ກຸ່ມໄຫຫີນ, ມີໄຫຫີນຈໍານວນ 33 ໜ່ວຍ, ຝາປິດໄຫຫີນ 8 ອັນ ແລະ ກ້ອນຫີນ ໝາຍຂຸມສົບ 1 ກ້ອນ. ແຫລ່ງໄຫຫີນ 28 ເປັນແຫລ່ງໄຫຫີນທີ່ມີໄຫຫີນໜ່ວຍດຽວ ຕັ້ງຢູ່ຮົ່ມເງົາຂອງສັນພູ ໃກ້ກັບບ້ານນາຄວນ ຊຶ່ງມີຄວາມພິເສດທາງດ້ານພູມມີທັດ ຂອງສາຍພູທາງ ເບື້ອງຕາເວັນຕົກສຽງເໜືອ ແລະ ເປັນໄຫຫີນຂະໜາດໃຫຍ່ຢູ່ໃນສະພາບທີ່ດີຫລາຍ.
ຕາມຄວາມເຊື່ອຂອງປະຊາຊົນທ້ອງຖິ່ນ. ໄຫຫີນຂອງຂຸນເຈືອງ: ຕາມການບອກເລົ່າຂອງປະຊາຊົນທ້ອງຖິ່ນ ຂຸນເຈືອງໄດ້ຕີເອົາໄຊຊະນະເຈົ້າອັງຄາ ຜູ້ປົກຄອງແຂວງຊຽງຂວາງ ໃນສັດຕະວັດທີ 5 ຫລື ທີ 6 ເພື່ອສະເຫລີມສະຫລອງໄຊຊະນະດັ່ງກ່າວ ຂຸນເຈືອງໄດ້ສັ່ງໃຫ້ກອງກຳລັງ ແລະ ປະຊາຊົນເຮັດໄຫຫີນຂຶ້ນມາ ເພື່ອບັນຈຸເຫລົ່າ. ເຂົາເຈົ້າຍັງເຊື່ອອີກວ່າໄຫດັ່ງກ່າວເຮັດມາຈາກການປະສົມຂອງຂີ້ຊາຍ, ນ້ຳຕານ ແລະ ໜັງງົວ ແລ້ວນຳໄປອົບໃນເຕົາເຜົາຢູ່ຖ້ຳບໍລິເວນໃກ້ກັບທົ່ງໄຫຫີນ1. ເອົາເປັນວ່າ, ຖ້າທ່ານໃດໄດ້ມີໂອກາດໄປແຂວງຊຽງຂວາງ ກໍຢ່າລືມຢ່າພາດຫາໂອກາດໄປສຳຜັດບັນຍາກາດທຳມະຊາດອັນສວຍສົດງົດງາມ, ໄປເບິ່ງໄຫໃຫຍ່ທີ່ມີອາຍຸຫລາຍພັນປີ.
KPL