ເຈົ້າຊີວິດມະຫາວະຊິຣາລົງກອນ ແຫ່ງຣາຊະອານາຈັກໄທ ຈະເດີນທາງ ຢ້ຽມຢາມ ສປ ຈີນ

10/11/2025 14:16
ຂປລ ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ, ເຈົ້າຊີວິດ ມະຫາວະຊິຣາລົງກອນ ແຫ່ງຣາຊະອານາຈັກໄທ ຈະເດີນທາງ ຢ້ຽມຢາມ ສປ ຈີນ ທາງລັດຖະກິດ ໃນລະຫວ່າງ ວັນທີ 13-17 ພະຈິກນີ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ ນາງ ເໝົານິງ ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ: ໂດຍຕອບສະໜອງ ຕາມຄຳເຊີນຂອງ ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ, ເຈົ້າຊີວິດ ມະຫາວະຊິຣາລົງກອນ ແຫ່ງຣາຊະອານາຈັກໄທ ຈະເດີນທາງ ຢ້ຽມຢາມ ສປ ຈີນ ທາງລັດຖະກິດ ໃນລະຫວ່າງ ວັນທີ 13-17 ພະຈິກນີ້. ທ່ານ ນາງ ເໝົານິງ ກ່າວວ່າ: ຈີນ-ໄທ ເປັນເພື່ອນບ້ານໃກ້ຄຽງ ທີ່ໃກ້ຊິດສະໜິດ ສະໜົມ ແລະ ເປັນຄູ່ຮ່ວມຊາຕາກຳ. ປີນີ້ເປັນປີ ຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນ ທາງການທູດ ລະຫວ່າງ ສປ ຈີນ-ໄທ ແລະ ເປັນ “5 ທົດສະວັດຄຳ ແຫ່ງມິດຕະພາບ ຈີນ- ໄທ”, ການພົວພັນລະຫວ່າງ ສອງປະເທດ ພວມຜະເຊີນກັບ ໂອກາດ ແຫ່ງການພັດທະນາ ອັນໃໝ່. ການທີ່ ເຈົ້າຊີວິດ ມະຫາວະຊິຣາລົງກອນ ແຫ່ງຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປ ຈີນ ເທື່ອນີ້ເຊິ່ງ ເປັນເທື່ອທຳອິດ ທີ່ເຈົ້າຊີວິດໄທຢ້ຽມຢາມຈີນ ນັບແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດ ຮ່ວມກັນ ເປັນຕົ້ນມາ, ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ແລະ ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ຕ່າງຈະພົບປະກັບສົມເດັດ. ສປ ຈີນ ຫວັງຢາກຜ່ານ ຈາກການຢ້ຽມຢາມ ຂອງສົມເດັດ ໃນຄັ້ງນີ້ ເພື່ອສືບສານ ມິດຕະພາບ ອັນເປັນມູນເຊື້ອ, ປັບປຸງຄວາມໄວ້ເນື້ອເຊື່ອໃຈກັນ ທາງການເມືອງໃຫ້ໝັ້ນຄົງ, ລົງເລິກການຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ໄທ ໃຫ້ໄດ້ຮັບໝາກຜົນຫລາຍຍິ່ງຂຶ້ນ, ເພື່ອສ້າງຄວາມຜາສຸກ ໃຫ້ແກ່ ປະຊາ ຊົນ ສອງຊາດ ໃຫ້ດີກວ່າເກົ່າ ແລະ ປະກອບສ່ວນ ອັນຕັ້ງໜ້າ ເພື່ອສັນຕິພາບ, ສະຖຽນລະພາບກັບ ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງພາກພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top