ສະມາຄົມກະສິກອນໂລກ ຫາລືວຽກງານກະສິກອນທົ່ວໂລກ ຄັ້ງທີ IV

05/11/2025 17:49
ຂປລ ຂປລ. ສະມາຄົມກະສິກອນໂລກ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າລາວ-ຢຸນນານ ຈັດກອງປະຊຸມປຶກສາຫາລືວຽກງານ ຂອງກະສິກອນທົ່ວໂລກ ຄັ້ງທີ IV ຂອງສະມາຄົມກະສິກອນໂລກ ໃນວັນທີ 3 ພະຈິກ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ Zhang Qi ເລຂາທິການໃຫຍ່ ສະມາຄົມກະສິກອນໂລກ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສະຫະກຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຂປລ. ສະມາຄົມກະສິກອນໂລກ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າລາວ-ຢຸນນານ ຈັດກອງປະຊຸມປຶກສາຫາລືວຽກງານ ຂອງກະສິກອນທົ່ວໂລກ ຄັ້ງທີ IV ຂອງສະມາຄົມກະສິກອນໂລກ ໃນວັນທີ 3 ພະຈິກ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ Zhang Qi ເລຂາທິການໃຫຍ່ ສະມາຄົມກະສິກອນໂລກ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສະຫະກຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຈັນທະເລດ ບົວລະພາ ໄດ້ກ່າວວ່າ: ພວກເຮົາໄດ້ສົ່ງເສີມການຮ່ວມມືສາກົນ ໃນຂະແໜງການກະສິກາ, ປ່າໄມ້ ແລະ ສິ່ງແວດລ້ອມ ດ້ວຍທັດສະນະຄະຕິ ທີ່ເປີດກວ້າງຕະຫລອດມາ ໃນນັ້ນ, ຜົນສໍາເລັດຂອງການຮ່ວມມື ກັບ ສປ ຈີນ ແມ່ນໂດດເດັ່ນເປັນພິເສດ. ການສໍາເລັດການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ເປີດຊ່ອງທາງສີຂຽວ ສໍາລັບການສົ່ງອອກຜະລິດຕະພັນກະສິກຳເທົ່ານັ້ນ, ແຕ່ຍັງອໍານວຍຄວາມສະດວກ ໃຫ້ແກ່ການຈັດຕັ້ງປະຕິບັດໂຄງການກະສິກຳ ແລະ ປ່າໄມ້ຂ້າມຊາຍແດນຫລາຍໂຄງການ ເປັນຕົ້ນ ສວນສາທິດການຮ່ວມມືປູກຢາງພາລາ ລາວ-ຈີນ ໄດ້ບັນລຸຜົນປະໂຫຍດຮ່ວມກັນທັງດ້ານເສດຖະກິດ ແລະ ສິ່ງແວດລ້ອມ; ການຕິດຕາມ ກວດກາຮ່ວມກັນຂອງທັງສອງປະເທດ ໃນດ້ານນິເວດວິທະຍາຕາມແມ່ນໍ້າຂອງ ໄດ້ວາງພື້ນຖານທາງວິທະຍາສາດ ເພື່ອແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ສ້າງຫລັກປະກັນຄວາມໝັ້ນຄົງ ໃນການສະໜອງນໍ້າເພື່ອການກະເສດ. ສຳລັບໃນຂະແໜງປ່າໄມ້, ໄດ້ນໍາໃຊ້ເຕັກໂນໂລຊີ ການຕັດໄມ້ແບບຍືນຍົງຈາກ ສປ ຈີນ ມາໃຊ້, ຊຶ່ງໄດ້ປົກປັກຮັກສາຊັບພະຍາກອນປ່າໄມ້ ແລະ ສ້າງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ກະສິກອນໃນເຂດພູດອຍ. ໃນຂະນະດຽວກັນ, ຍັງໄດ້ດໍາເນີນການຮ່ວມມືທີ່ມີປະສິດທິພາບ ກັບປະເທດເພື່ອນບ້ານອາຊຽນ ແລະ ຄູ່ຮ່ວມມືໃນເອີຣົບໃນຂົງເຂດຕ່າງໆ ເຊັ່ນ: ກະສິກຳອິນຊີ ແລະ ການກັກເກັບກາກບອນຈາກປ່າໄມ້ ໂດຍເຊື່ອມໂຍງແນວຄວາມຄິດ ຂອງການພັດທະນາສີຂຽວ ເຂົ້າໃນຂະບວນການພັດທະນາອຸດສາຫະກໍາກະສິກໍາ ແລະ ປ່າໄມ້ຢ່າງເລິກເຊິ່ງ.

ກອງປະຊຸມຄັ້ງນີ້ ເປັນເວທີໃນການແລກປ່ຽນ ແລະ ແບ່ງປັນປະສົບການ ໃນດ້ານກະສິກຳແບບນິເວດວິທະຍາ, ການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ການອະນຸລັກສິ່ງແວດລ້ອມ ດ້ານກະສິກຳກັບປະເທດອື່ນໆ ພ້ອມທັງຈະໄດ້ຮຽນຮູ້ຈາກແນວຄິດ ແລະ ເຕັກໂນໂລຊີທີ່ກ້າວໜ້າຂອງທຸກຝ່າຍ ໃນຂົງເຂດການພັດທະນາສີຂຽວ ໂດຍສະເພາະ ການຮ່ວມມືຢ່າງເລິກເຊິ່ງ ກັບຄູ່ຮ່ວມມື ສປ ຈີນ ໃນຂົງເຂດຕ່າງໆ ເປັນຕົ້ນ ປ່າໄມ້ອັດສະລິຍະ ແລະ ການຟື້ນຟູລະບົບນິເວດ. ການພັດທະນາກະສິກຳ, ປ່າໄມ້ ແລະ ສິ່ງແວດລ້ອມທົ່ວໂລກ ບໍ່ແມ່ນການເດີນທາງດ່ຽວ, ແຕ່ທຸກປະເທດຕ້ອງຍຶດໝັ້ນໃນແນວຄວາມຄິດຂອງ “ການຢູ່ຮ່ວມກັນ ເພິ່ງພາອາໄສເຊິ່ງກັນ ແລະ ກັນ” ແລະ ກ້າວໄປຂ້າງໜ້າໄປພ້ອມໆກັນ.

ທ່ານ Zhang Qi ໄດ້ມີຄຳເຫັນວ່າ: ກະສິກຳແມ່ນເສົາຄໍ້າຂອງອາລິຍະທຳມະນຸດ ແລະ ເປັນການຮັບປະກັນພື້ນຖານສຳລັບຄວາມຜາສຸກ ແລະ ຄວາມໝັ້ນຄົງທາງສັງຄົມ ຂອງປະຊາຊົນໃນທຸກປະເທດ. ສປປ ລາວ ໃນນາມທີ່ເປັນປະເທດກະສິກຳທີ່ສຳຄັນ ໃນແຫລມອິນດູຈີນ, ມີ ຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ມີປະເພນີກະສິກຳທີ່ອຸດົມສົມບູນ, ໃນຊຸມປີມໍ່ໆມານີ້ ມີຄວາມກ້າວໜ້າ ໃນເຊີງບວກໃນການສົ່ງເສີມການກະສິກຳໃຫ້ທັນສະໄໝ ແລະ ເພີ່ມມູນຄ່າຂອງຜະລິດຕະພັນກະສິກຳ. ຈີນຖືວ່າລາວ ເປັນຄູ່ຮ່ວມມືທີ່ສຳຄັນ ໃນການຮ່ວມກັນສ້າງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ການກໍ່ສ້າງປະຊາຄົມຮ່ວມຊາຕາກໍາມວນມະນຸດສະເໝີມາ ແລະ ການຮ່ວມມືດ້ານກະສິກຳ ແມ່ນຈຸດເດັ່ນຂອງສາຍພົວພັນລະຫວ່າງສອງປະເທດ.

ການຮ່ວມມືດ້ານກະສິກຳລະຫວ່າງ ລາວ-ຈີນ ຍັງຄົງສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ຕັ້ງແຕ່ການສົ່ງເສີມເຕັກໂນໂລຊີ ແລະ ການສ້າງເວທີການຄົ້ນຄວ້າ ຈົນເຖິງການຮ່ວມມືລະບົບຕ່ອງໂສ້ອຸດສາຫະກຳ ແລະ ການເສີມສ້າງຄວາມສາມາດ ແລະ ການພັດທະນາມາດຕະຖານ, ຮູບແບບການຮ່ວມມືມີການປະດິດສ້າງໃໝ່ຢ່າງຕໍ່ເນື່ອງ ແລະ ເນື້ອໃນຂອງການຮ່ວມມື ກໍນັບມື້ນັບຫລາຍຂຶ້ນເລື້ອຍໆ. ການຮ່ວມມືທີ່ເປັນຮູບປະທໍານີ້ບໍ່ພຽງແຕ່ ໄດ້ປັບປຸງລະດັບຄວາມທັນສະໄໝ ດ້ານກະສິກຳໃນລາວເທົ່ານັ້ນ, ແຕ່ຍັງໄດ້ປະກອບສ່ວນໃນເຊີງບວກຕໍ່ຄວາມໝັ້ນຄົງ ດ້ານອາຫານໃນພາກພື້ນ ແລະ ການພັດທະນາກະສິກຳແບບຍືນຍົງອີກດ້ວຍ. ປັດຈຸບັນ, ກະສິກຳໃນທົ່ວໂລກ ພວມຜະເຊີນກັບສິ່ງທ້າທາຍຫລາຍຢ່າງ, ລວມທັງການປ່ຽນແປງຂອງດິນຟ້າອາກາດ, ຕະຫລາດທີ່ຜັນຜວນ ແລະ ການຫັນປ່ຽນທາງດ້ານເຕັກໂນໂລຊີ. ສະນັ້ນ, ຈຶ່ງຈຳເປັນຕ້ອງຮວບຮວມສະຕິປັນຍາ ແລະ ເພີ່ມທະວີການຮ່ວມມື ເພື່ອຮ່ວມກັນຊອກຫາເສັ້ນທາງສູ່ການພັດທະນາກະສິກຳແບບຍືນຍົງ. ສປ ຈີນ ຍິນດີທີ່ຈະສືບຕໍ່ເພີ່ມທະວີການຮ່ວມມືກັບລາວ ແລະ ປະເທດອື່ນໆ, ແລກປ່ຽນປະສົບການໃນຂົງເຂດຕ່າງໆ ເຊັ່ນ: ກະສິກຳສີຂຽວ, ການສົ່ງເສີມເຕັກໂນໂລຊີ, ການກໍ່ສ້າງບຸກຄະລາກອນ ແລະ ອື່ນໆ, ສະໜັບສະໜູນລາວ ໃນການສ້າງເສັ້ນທາງທີ່ໂດດເດັ່ນ ແລະ ເປັນປະໂຫຍດສຳລັບການພັດທະນາກະສິກຳທີ່ທັນສະໄໝ.
KPL

ຂ່າວອື່ນໆ

ads
ads

Top