ເອກອ້າງທະນົງໃຈຕໍ່ວັນໄຊຊະນະອັນຍິງໃຫຍ່ ໃນປະຫວັດສາດຂອງຊາດລາວ

31/10/2025 11:08
Email Print 1047
ຂປລ ໃນໂອກາດກະກຽມສະ ເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ.

      ຂປລ. ໃນໂອກາດກະກຽມສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ໃກ້ຈະມາເຖິງນ້ີ, ສະຫາຍ ພັນເອກ ສຸກນິລັນ ຄຳພິລາວົງ ເລຂາຄະນະພັກຮາກຖານ, ອຳນວຍການບໍລິສັດ ລັດພັດທະນາຊົນນະບົດກະຊວງປ້ອງກັນປະເທດ ໄດ້ສະແດງທັດສະນະວ່າ: ໃນໂອກາດ ຄົບຮອບ 50 ປີ ວັນຊາດທີ 2 ທັນວາ ໃນປີ 2025 ນີ້, ຕົນເອງມີຄວາມປິຕິຍິນດີ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງຕໍ່ວັນໄຊ ຊະນະອັນຍິ່ງໃຫຍ່ໃນປະຫວັດສາດ ຂອງຊາດລາວເຮົາ. ວັນດັ່ງກ່າວ, ເປັນວັນທີ່ສໍາຄັນຍິ່ງເພາະປວງຊົນລາວທັງຊາດ ໄດ້ມີອິດສະລະພາບອອກຈາກແອກປົກຄອງຂອງຈັກກະພັດ ແລະ ເປັນເຈົ້າຂອງປະເທດຊາດຢ່າງສົມບູນ, ທັງເປັນວັນທີ່ປະເທດຊາດໄດ້ມີເອກະລາດ ປະຊາທິປະໄຕ ຜືນແຜ່ນດິນອັນຄົບຖ້ວນ, ມີສະຖານະພາບເທົ່າທຽມກັບບັນດາປະເທດອື່ນໆໃນໂລກ ອັນໄດ້ເຮັດໃຫ້ປະຊາຄົມໂລກ ໄດ້ຮັບຮ້ບການກ້າວເຂົ້າສູ່ຍຸກສະໄໝໃນການສ້າງສາພັດທະນາປະເທດຊາດ ໃຫ້ມີສັນຕິພາບເອກະລາດປະຊາທິປະໄຕ ເອກະພາບ ວັດທະນາຖາວອນ.

      ສະຫາຍ ພັນເອກ ສຸກນິລັນ ຄຳພິລາວົງ ຍັງໃຫ້ຮູ້ຕື່ມວ່າ: ເພ່ືອ ຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງນີ້, ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງ ຕໍ່ການນໍາພາຂອງພັກປະຊາຊົນ ປະຕິວັດລາວທີ່ອົງອາດກ້າແກ່ນ, ການເສຍສະລະເລືອດເນື້ອຂອງ ວິລະບຸລຸດ ແລະ ປະຊາຊົນລາວບັນດາເຜ່ົາ, ພາຍໃຕ້ການນໍາພາ- ຊີ້ນໍາຂອງການນໍາແຕ່ລະຮຸ່ນຕະ ຫລອດໄລຍະ 50 ປີຜ່ານມາການ ສ້າງສາພັດທະນາປະເທດຊາດ ໄດ້ ມີຄວາມຮຸ່ງເຮືອງສີວິໄລເປັນກ້າວໆມາ ຊຶ່ງໄດ້ຊ້ີ້ໃຫ້ເຫັນເຖິງເສດຖະກິດ, ວັດທະນະທໍາ-ສັງຄົມ ມີການ ຂະຫຍາຍຕົວລວມທັງດ້ານການ ເມືອງ ແລະ ຄວາມໝັ້ນຄົງເຮັດ ໃຫ້ປະຊາຊົນບັນດາເຜົ່າມີຄວາມ ສາມັກຄີປອງດອງ, ປະເທດຊາດມີ ຄວາມສະຫງົບ.

     ສຳລັບບໍລິສັດລັດພັດທະນາຊົນນະບົດພາຍໃຕ້ການຊີ້ນຳໂດຍກົງ ແລະ ຮອບດ້ານຂອງກະຊວງ ປ້ອງກັນປະເທດໃນໄລຍະຜ່ານມາ ກໍໄດ້ເຄື່ອນໄຫວຕາມທິດຊີ້ນໍາ ຄືການດໍາເນີນທຸລະກິດໄປພ້ອມກັບການເຮັດ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.ໂອກາດນີ້, ສະຫາຍ ພັນເອກ ສຸກນິລັນ ຄຳພິລາວົງ ຕາງໜ້າບໍລິສັດລັດພັດທະນາຊົນນະບົດອວຍພອນມາຍັງການນໍາພັກ-ລັດ ກໍຄືກຳລັງປະກອບອາວຸດທະຫານ-ຕໍາຫລວດຕະຫລອດເຖິງພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງມີສຸຂະພາບ ແຂງແຮງ ແລະ ມີຜົນສໍາເລັດໃນພາລະກິດຂອງພວກທ່ານທີ່ການຈັດຕັ້ງມອບໝາຍ ແລະ ພ້ອມກັນປະກອບສ່ວນເຂົ້າໃນການສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນກວ້າງຂວາງ ແລະ ມີສໍາເລັດຜົນຢ່າງຈົບງາມ.

           ຂ່າວ: ລີຕ່າ                         

                                                      
KPL

ຂ່າວອື່ນໆ

    • ຄວາມໝາຍສຳຄັນຂອງໄຊຊະນະດຽນບຽນຟູບົດ-ສາລະຄະດີ

      ຄວາມໝາຍສຳຄັນຂອງໄຊຊະນະດຽນບຽນຟູ

      5/13/2026 1:32:49 PM

      ຂປລ. ໄຊຊະນະດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສະຕະວັດທີ 20 ເພາະໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດ, ມັນໄດ້ເຮັດໃຫ້ສັດຈະທຳມີຄວາມສະຫວ່າງສະໄຫວຂຶ້ນຢູ່ໃນຊາດໜຶ່ງທີ່ເຄີຍເປັນຫົວເມືອງຂຶ້ນ, ເຄິ່ງສັກດີນາ, ດິນແດນບໍ່ກວ້າງໃຫຍ່, ປະຊາກອນບໍ່ຫລາຍ, ເສດຖະກິດຫລ້າຫລັງ ແລະ ຂະຫຍາຍຕົວຊັກຊ້າ

    • ເຫດການປະຫວັດສາດຂອງບັ້ນຮົບດຽນບຽນຟູ ແມ່ນຂີດໝາຍອັນຍິ່ງໃຫຍ່ຂອງຍຸກສະໄໝບົດ-ສາລະຄະດີ

      ເຫດການປະຫວັດສາດຂອງບັ້ນຮົບດຽນບຽນຟູ ແມ່ນຂີດໝາຍອັນຍິ່ງໃຫຍ່ຂອງຍຸກສະໄໝ

      5/13/2026 1:30:20 PM

      ຂປລ.ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນ ຫວຽດນາມທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ ໃນສະຕະວັດທີ 20 ທີ່ໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດໃຫ້ພັງທະລາຍ ແລະ ແມ່ນໄຊຊະນະຂອງສາມຊາດອິນດູຈີນ

    • ສຳເລັດການຝຶກອົບຮົມການຖັກຟອຍແຂມ ສ້າງລາຍຮັບໃຫ້ປະຊາຊົນບ້ານຕັງອາໄລເໜືອບົດ-ສາລະຄະດີ

      ສຳເລັດການຝຶກອົບຮົມການຖັກຟອຍແຂມ ສ້າງລາຍຮັບໃຫ້ປະຊາຊົນບ້ານຕັງອາໄລເໜືອ

      5/13/2026 1:25:48 PM

      ຂປລ. ອາທິດ​ຜ່ານ​ມາ ເມືອງນອງ ແຂວງສະຫວັນນະເຂດ ​ໄດ້ສຳເລັດການຝຶກອົບຮົມວິຊາຊີບການຖັກຟອຍແຂມ ໃຫ້ແກ່ປະຊາຊົນບ້ານຕັງອາໄລເໜືອ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳນຽມ ພົງທະດີ ຫົວໜ້າຂະແໜງພັດທະນາຊົນນະບົດ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ຄອນສະຫວັນ ໄຊຍະບຸດ ຊ່ຽວຊານໂຄງການ IWRM-EbA

    •   ເພີ່ມທະວີວຽກງານຕິດຕາມ ກວດກາການປ້ອງກັນ ຕ້ານສະກັດກັ້ນ ແລະ ແກ້ໄຂພະຍາດອາດຍາສິດ ການສໍ້ລາດບັງຫລວງໃຫ້ເຂັ້ມແຂງ ບົດ-ສາລະຄະດີ

      ເພີ່ມທະວີວຽກງານຕິດຕາມ ກວດກາການປ້ອງກັນ ຕ້ານສະກັດກັ້ນ ແລະ ແກ້ໄຂພະຍາດອາດຍາສິດ ການສໍ້ລາດບັງຫລວງໃຫ້ເຂັ້ມແຂງ

      5/13/2026 1:20:11 PM

      ຂປລ. ຢູ່ໃນເອກະສານເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໄດ້ຊີ້ໃຫ້ເຫັນວ່າ: ຄະນະພັກ, ຄະນະກວດກາແຕ່ລະຂັ້ນ ຕ້ອງເພີ່ມທະວີການນໍາພາທີ່ເຂັ້ມແຂງ, ແທດເຖິງການຕິດຕາມ, ກວດກາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ຕິດພັນກັບການຕີລາຄາຄວາມຮັບຜິດຊອບການເມືອງ ແລະ ປະເມີນຜົນການປະຕິບັດໜ້າທີ່, ວຽກງານຕົວຈິງ ຂອງພະນັກງານ-ສະມາຊິກພັກ ເປັນໜ້າທີ່ໃຈກາງໃນການນໍາພາ-ຊີ້ນໍາ.

    • ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍບົດ-ສາລະຄະດີ

      ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

      5/13/2026 1:18:16 PM

      ຂປລ. ມາພໍ້ກັບ “ຄໍລຳ ຊິວິດ ແລະ ກົດໝາຍ” ມື້ນີ້ ຂໍມາ ສະເໜີປະມວນກົດໝາຍອາຍາ ໃຫ້ພວກເຮົາຮັບຮູ້ ກັນຕື່ມໂດຍສືບຕໍ່ໃນມາດຕາ 131 ຫາ ມາດຕາ 133.

ads
ads

Top