ຂປລ
ສຳນັກງານສະຖິຕິແຫ່ງຊາດ ອິຕາລີ “ໄອສແຕທ” ລະບຸວ່າ: ຈໍານວນການເກີດ ພາຍໃນ ປະເທດ ຫລຸດລົງ ອີກຄັ້ງເມື່ອປີກາຍ, ໃນຂະນະທີ່ ອັດຕາ ການຈະເລີນພັນ ໄປສູ່ລະດັບ ຕໍ່າສຸດ ເປັນຄັ້ງປະຫວັດສາດ .
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ໂຣມ ປະເທດອິຕາລີ ເມື່ອບໍ່ດົນມານີ້ວ່າ: ສຳນັກງານສະຖິຕິແຫ່ງຊາດ ອິຕາລີ “ໄອສແຕທ” ລະບຸວ່າ: ຈໍານວນການເກີດ ພາຍໃນ ປະເທດ ຫລຸດລົງ ອີກຄັ້ງເມື່ອປີກາຍ, ໃນຂະນະທີ່ ອັດຕາ ການຈະເລີນພັນ ໄປສູ່ລະດັບ ຕໍ່າສຸດ ເປັນຄັ້ງປະຫວັດສາດ .
ໂດຍຖະແຫລງການວ່າ ອິຕາລີ ທີ່ຈົດທະບຽນການເກີດ 369.944 ຄັ້ງໃນປີ 2024, ຫລຸດລົງ 2,6% ຈາກ 379.890ຄັ້ງ ໃນປີ 2023. ຂະນະດຽວກັນ ອັດຕາ ການຈະເລີນພັນ ຂອງ ປະເທດ ຫລຸດລົງສູ່ ລະດັບຕໍ່າສຸດໃນປະຫວັດສາດ ໂດຍຢູ່ທີ 1,18 ຄົນຕໍ່ຜູ້ຍິງ 1 ຄົນ ເມື່ອປີກາຍ, ຊຶ່ງທ່າອຽງດັ່ງກ່າວ ຄາດວ່າ ຈະດຳເນີນການຫລຸດລົງຕໍ່ໄປ ໃນປີນີ້. ນອກຈາກນີ້ ຂໍ້ມູນເບື້ອງຕົ້ນໃນໄລຍະ ເດືອນມັງກອນ-ເດືອນກໍລະກົດ ເຫັນວ່າ ອິຕາລີ ມີການເກີດ 197.956 ຄັ້ງ ຫລຸດລົງ 6,3% ຈາກ 211.000 ຄັ້ງ ເມື່ອທຽບກັບ ໄລຍະເວລາດຽວກັນຂອງປີ 2023./
KPL