ຂປລ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄ້ັງທີ VII ໄດ້ໄຂຂຶ້ນ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 15-16 ຕຸລາ 2025 ຢູ່ສະໂມສອນໃຫຍ່ຂອງແຂວງ.
ຂປລ. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄ້ັງທີ VII ໄດ້ໄຂຂຶ້ນ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 15-16 ຕຸລາ 2025 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນກຽດເຂ້ົາຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງ ສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ມີບັນດາສະຫາຍເລຂາພັກແຂວງອ້ອມຂ້າງ, ພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມທັງໝົດ 263 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ.
ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ໄດ້ກ່າວປິດກອງປະຊຸມຊຶ່ງມີເນື້ອໃນບາງຕອນວ່າ: ກອງປະຊຸມໃຫຍ່ ຄັ້ງທີ VII ໄດ້ດໍາເນີນມາເປັນເວລາ 2 ວັນ ຊຶ່ງເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມໝາຍສໍາຄັນຍິ່ງ. ກອງປະຊຸມໃຫຍ່ຄ້ັງນ້ີໄດ້ພ້ອມກັນເປັນເອກະພາບຢ່າງສູງ ຕໍ່ຜົນສຳເລັດແຫ່ງການຈັດຕ້ັງປະຕິບັດມະຕິກອງປະຊຸມໃຫຍ່ ຄ້ັງທີ VI ໃນ 5 ປີ ຜ່ານມາ, ເປັນເອກະພາບສູງຕໍ່ໜ້າທີ່, ທິດທາງຄາດໝາຍສູ້ຊົນໃນ 5 ປີ ຕໍ່ໜ້າ (2026- 2030). ພ້ອມກັນນີ້, ກອງປະຊຸມໄດ້ຕີລາຄາການຊີ້ນຳ-ນຳພາລວມຂອງຄະນະບໍລິຫານງານພັກໄລຍະຜ່ານມາຢ່າງພາວະວິໄສໄຈ້ແຍກໃຫ້ເຫັນເຖິງຜົນສຳເລັດ, ດ້ານດີ ແລະ ຈຸດອ່ອນ ຂໍ້ຄົງຄ້າງທີ່ເປັນພື້ນຖານ ແລະ ສາມາດຖອດຖອນໄດ້ບົດຮຽນພຶດຕິກໍາແຫ່ງການຊີ້ນຳ- ນໍາພາຂອງອົງຄະນະພັກແຂວງໃນໄລຍະຜ່ານມາ ເພື່ອສືບຕໍ່ຊີ້ນໍາ-ນໍາພາໃນຊຸມປີຕໍ່ໜ້າ. ກອງປະຊຸມໄດ້ຢືນຢັນຢ່າງໜັກແໜ້ນເຖິງການຕັດສິນໃຈສືບຕໍ່ບຸກບືນປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ, ເປັນເຈົ້າການຫັນເອົາມະຕິກອງປະຊຸມໃຫຍ່ ຄັ້ງນີ້ລົງສູ່ຮາກຖານ, ນຳພາສະມາຊິກພັກ, ພະນັກງານ, ປະຊາຊົນບັນດາເຜົ່າຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຫລາຍທ່ີສຸດ, ດ້ວຍການເສີມຂະຫຍາຍກຳລັງແຮງຂອງມະຫາຊົນຢ່າງກວ້າງຂວາງ, ເພີ່ມທະວີການນຳພາຂອງພັກເຂົ້າໃນທຸກຂົງເຂດວຽກງານ; ເຊີດຊູຄວາມສັກສິດໃນການຄຸ້ມຄອງລັດຄຸ້ມຄອງ ສັງຄົມດ້ວຍກົດໝາຍເຂັ້ມງວດ; ຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່, ເອກະລາດ, ເປັນເຈົ້າຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງຕັ້ງໜ້າແກ້ໄຂປາກົດການຫຍໍ້ທໍ້ ແລະ ຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດໃຫ້ດີຂຶ້ນ.
ກອງປະຊຸມຄັ້ງນີ້, ບັນດາຜູ້ແທນໄດ້ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍປະຊາທິປະໄຕ ເລືອກຕ້ັງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ຈຳນວນ 37 ສະຫາຍ, ຍິງ 4 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກ ຄົບຄະນະບໍລິຫານງານພັກແຂວງ ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕ້ັງເອົາຄະນະປະຈຳພັກແຂວງ ຈຳນວນ 11 ສະຫາຍ, ເລືອກເອົາສະຫາຍ ພູທະນູເພັດ ໄຊສົມບັດ ເປັນເລຂາຄະນະບໍລິງານພັກແຂວງວຽງຈັນ ສະໄໝທີ VII, ສະຫາຍ ພອນແກ້ວ ຂຸນພົນ ແລະ ສະຫາຍ ພູວົງ ບຸນຊູ ເປັນຮອງເລຂາຄະນະບໍລິຫານງານພັກ ແຂວງ, ເລືອກເອົາ ສະຫາຍ ລຳໄມ ກູດລາວົງ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ຄໍາປ່ຽນ ຈັນທະມັງຄຸນ, ສະຫາຍ ເຄນ ເຮືອງຄໍາແສງ ແລະ ສະຫາຍ ຈິດຕະວົງ ສີສົງຄາມ ເປັນຮອງປະທານຄະນະກວດກາພັກແຂວງ. ພ້ອມນີ້, ກອງປະຊຸມໃຫຍ່ຍັງໄດ້ ເລືອກຕັ້ງເອົາຜູ້ແທນສົມບູນ ຈຳນວນ 30 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຕື່ມອີກ.
KPL