ຂປລ
ຍອດການສົ່ງອອກ ສິນຄ້າຂອງປະເທດນີ້ ທີ່ບໍ່ລວມນໍ້າມັນ (NODX) ຂອງ ສິງກະໂປ ໄດ້ຂະຫຍາຍຕົວ 6,9% ໃນເດືອນກັນຍາ, ເມື່ອທຽບກັບໄລຍະດຽວກັນ ຂອງປີກາຍ.
ຂປລ. ສຳນັກຂ່າວ ອິນໂຟເຄວສ ລາຍງານ ໂດຍອີງຕາມ ອົງການ ວິສາຫະກິດ ຂອງ ສິງກະໂປ (Enterprise Singapore) ເປີດເຜີຍວ່າ: ຍອດການສົ່ງອອກ ສິນຄ້າຂອງປະເທດນີ້ ທີ່ບໍ່ລວມນໍ້າມັນ (NODX) ຂອງ ສິງກະໂປ ໄດ້ຂະຫຍາຍຕົວ 6,9% ໃນເດືອນກັນຍາ, ເມື່ອທຽບກັບໄລຍະດຽວກັນ ຂອງປີກາຍ.
ຕົວເລກດັ່ງກ່າວ ກົງກັນຂ້າມ ກັບ ນັກວິເຄາະຄາດວ່າ ຈະຫລຸດລົງ 2,1% ແລະ ຍັງເປັນການຟື້ນຕົວ ຢ່າງມີໄນສຳຄັນ ຫລັງຈາກທີ່ຫລຸດລົງເຖິງ 11,5% ເມື່ອເດືອນສິງຫາ. ປັດໄຈ ຊຸກຍູ້ຫລັກ ແມ່ນມາຈາກ ການສົ່ງອອກສິນຄ້າ ເອເລັກໂຕຣນິກ ທີ່ເພີ່ມຂຶ້ນ ຢ່າງວ່ອງໄວ , ໂດຍຕະຫລາດສຳຄັນ ທີ່ ຊຸກຍູ້ການເຕີບໂຕຄື: ເຂດຮົງກົງ (ຈີນ); ເຂດໄຕ້ຫວັນ (ຈີນ) ແລະ ຈີນ, ສ່ວນທາງ ກົງກັນຂ້າມ ການສົ່ງອອກໄປຍັງ ຕະຫລາດໃຫຍ່ເຊັ່ນ: ສະຫະພາບ ເອີຣົບ; ສ.ອາເມລິກາ ແລະ ອິນໂດເນເຊຍ ປັບຕົວຫລຸດລົງ./
KPL