ຂປລ
ສ.ເກົາຫລີ ເປີດເຜີຍວ່າ: ຕົວເລກໃນການຈ້າງງານ ໃນເດືອນກັນຍາ ເພີ່ມຂຶ້ນ 312.000 ຕຳແໜ່ງ, ຊຶ່ງເປັນ ການປັບຕົວຂຶ້ນ ຢ່າງເຂັ້ມແຂງທີ່ສຸດໃນຮອບ 19 ເດືອນ, ສົ່ງຜົນໃຫ້ ຍອດລວມ ປະຊາຊົນ ທີ່ມີ ວຽກເຮັດ ງານທຳ ເພີ່ມຂຶ້ນເປັນ 29,15 ລ້ານຄົນ.

ຂປລ. ສໍາສັກຂ່າວ ອິນໂຟເຄວສ, ກະຊວງຂໍ້ມູນ ແລະ ສະຖິຕິ ຂອງ ສ.ເກົາຫລີ ເປີດເຜີຍວ່າ: ຕົວເລກໃນການຈ້າງງານ ໃນເດືອນກັນຍາ ເພີ່ມຂຶ້ນ 312.000 ຕຳແໜ່ງ, ຊຶ່ງເປັນ ການປັບຕົວຂຶ້ນ ຢ່າງເຂັ້ມແຂງທີ່ສຸດໃນຮອບ 19 ເດືອນ, ສົ່ງຜົນໃຫ້ ຍອດລວມ ປະຊາຊົນ ທີ່ມີ ວຽກເຮັດ ງານທຳ ເພີ່ມຂຶ້ນເປັນ 29,15 ລ້ານຄົນ.
ສ່ວນອັດຕາການວ່າງງານ ພາຍຫລັງປັບຕາມ ລະດູການ ຫລຸດລົງ ສູ່ລະດັບ 2,5% ໃນເດືອນກັນຍາ, ຈາກລະດັບ 2,6% ໃນເດືອນສິງຫາ. ຂໍ້ມູນດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ການຈ້າງງານ ຂອງ ສ.ເກົາຫລີ ໄດ້ຟື້ນຕົວຢ່າງຕໍ່ເນື່ອງ ພາຍຫລັງ ທີ່ການຈ້າງງານຫລຸດລົງ ໃນເດືອນທັນວາປີກາຍ , ໂດຍຕົວເລກ ການຈ້າງງານ ໃນເດືອນດັ່ງກ່າວ ຫລຸດລົງ 52.000 ຕຳແໜ່ງ. ໂດຍສະເພາະ ຂະແໜງບໍລິການ ມີການຈ້າງງານ ເພີ່ມຂຶ້ນ ຢ່າງເຂັ້ມແຂງເຊັ່ນ: ພາກອຸດສາຫະກຳ ການຄ້າສົ່ງ ແລະ ການຄ້າຍ່ອຍ ທີ່ມີການຈ້າງງານເພີ່ມຂຶ້ນ 28.000 ຕຳແໜ່ງ ໃນເດືອນກັນຍາ ແລະ ອື່ນໆ./
KPL