ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

17/10/2025 09:32
Email Print 147
ຂປລ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອະນຸທິນ ຊານວິຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.

       ຂປລ. ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອະນຸທິນ ຊານວິຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

        ໂອກາດດັ່ງກ່າວ, ທ່ານ ທອງລຸນສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕ່ໍທ່ານ ອະນຸທິ ຊານວີຣະກຸນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ຄົນທີ 32 ແຫ່ງ ຣາຊະອານາຈັກໄທ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການເປັນປະເທດທໍາອິດໃນຄັ້ງນີ້ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍຢ່າງເປັນທາງການລະຫວ່າງສອງນາຍົກລັດຖະມົນຕີລາວ ແລະ ໄທ ຊຶ່ງໄດ້ຮ່ວມກັນຕີລາຄາຄືນການຮ່ວມມສອງຝ່າຍໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບການຮ່ວມມືໃນຕໍ່ໜ້າ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານຂອງສອງປະເທດ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ.

        ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງພະບາດສົມເດັດເຈົ້າຊີວິດໄທ ແລະ ພະຣາຊີນີ ແລະ ພະບໍລົມວົງສານຸວົງທຸກພະອົງ ພ້ອມທັງ ໍໄດ້ສະແດງຄວາມຂອບໃຈຕ່ໍການ ໍສະໜັບສະໜູນ ແລະ ຊ່ວຍເຫລືອອັນລ້ໍາຄ່າຂອງລັດຖະບານ ແລະ ປະຊາຊົນໄທ ໃນຕະຫລອດໄລຍະຜ່ານມາ ກໍຄືໃນປັດຈຸບັນ ຊ່ຶງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສປປ ລາວ.

         ສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນກ່ຽວກັບການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃນໄລຍະຜ່ານມາເປັນຕົ້ນແມ່ນກາຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ກາເຊື່ອມໂຍງເຊື່ອມຈອດ, ການສໍາຫລວດ ແລະ ປັກຫລັກໝາຍຊາຍ ແດນ ຊຶ່ງທ່ານ ທອງລຸນ ສີສຸລິດ ໄດ້ເນ້ັນໃຫ້ລັດຖະບານຂອງສອງປະເທດສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ປະກົດຜົນເປັນຮູບປະທໍາ ແລະ ສືບຕໍ່ຊຸກຍູ້ວຽກງານສໍາຫລວດ ແລະ ປັກຫລັກ ໝາຍຊາຍແດນລະຫວ່າງສອງປະເທດ ໃຫ້ສໍາເລັດເພື່ອຮ່ວມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື. ໃນຂະນະດຽວກັນ, ທ່ານ ອະນຸທິນ ຊານວິຣະກູນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມ ໝາຍໝ້ັນວ່າຈະສືບຕ່ໍຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດໃນການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືຕ່າງໆໃຫ້ ສໍາເລັດຕາມຄາດໝາຍທ່ີວາງໄວ້ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

            ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top